ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີເຈັດ)

II. ຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ

4. ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ

ຄັ້ງທີ່ແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີສີ່ຂອງຜົນປະໂຫຍດຂອງຜູ້ຕໍ່ຕ້ານພຣະຄຣິສ: ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ, ເຊິ່ງແບ່ງອອກເປັນຫ້າຂໍ້ຍ່ອຍ. ກ່ອນອື່ນ, ກະລຸນາທົບທວນຫ້າຂໍ້ເຫຼົ່ານີ້. (1. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າ; 2. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ໜ້າທີ່ຂອງພວກເຂົາ; 3. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ການຖືກລິຮານ; 4. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຕຳແໜ່ງ “ຜູ້ໃຫ້ບໍລິການ”; 5. ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຂົ້າໄປເຖິງສະຖານະຂອງພວກເຂົາໃນຄຣິສຕະຈັກ.) ຄັ້ງທີ່ແລ້ວພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທຳອິດໃນບັນດາຂໍ້ເຫຼົ່ານີ້, “ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າ”. ກ່ອນອື່ນໝົດ, ພວກເຮົາໄດ້ໃຊ້ຄຳວ່າ “ສຶກສາ” ເພື່ອເປີດໂປງໜຶ່ງໃນທັດສະນະຄະຕິຫຼັກຂອງຜູ້ຕໍ່ຕ້ານພຣະຄຣິສໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າ. ການ “ສຶກສາ” ແມ່ນທັດສະນະຄະຕິຫຼັກ ແລະ ເປັນພື້ນຖານຂອງຄົນແບບຜູ້ຕໍ່ຕ້ານພຣະຄຣິສໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແຫ່ງການຍອມຮັບ ຫຼື ຄວາມອ່ອນນ້ອມເລີຍ ແລະ ກົງກັນຂ້າມ ພວກເຂົາໄດ້ກວດສອບພຣະທຳເຫຼົ່ານັ້ນ. ພວກເຂົາບໍ່ຍອມຮັບ ຫຼື ຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ຫຼື ເປັນຫົນທາງທີ່ຜູ້ຄົນຄວນຍຶດໝັ້ນຢ່າງເດັດຂາດ ແລະ ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແຫ່ງການສະແຫວງຫາຄວາມຈິງ ຫຼື ການຍອມຮັບຄວາມຈິງ. ໃນທາງກົງກັນຂ້າມ, ຈຸດປະສົງຂອງພວກເຂົາໃນທຸກສິ່ງແມ່ນຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ, ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເອງ ແລະ ພວກເຂົາຊອກຫາຈຸດໝາຍປາຍທາງ ແລະ ອະນາຄົດ ແລະ ໂຊກຊະຕາທີ່ພວກເຂົາຕ້ອງການໃນພຣະທຳຂອງພຣະເຈົ້າ. ໜຶ່ງໃນທັດສະນະຄະຕິຫຼັກໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າຂອງພວກເຂົາກໍຄື ພວກເຂົາເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາໃນທຸກເລື່ອງ. ເມື່ອຕັດສິນຈາກທັດສະນະຄະຕິຂອງພວກເຂົາໃນການປະຕິບັດຕໍ່ພຣະທຳຂອງພຣະອົງ, ແກ່ນແທ້ທຳມະຊາດຂອງຄົນປະເພດນີ້ກໍຄື ພວກເຂົາບໍ່ໄດ້ເຊື່ອ, ຍອມຮັບ ຫຼື ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າຢ່າງແທ້ຈິງ, ແຕ່ໃນທາງກົງກັນຂ້າມ ພວກເຂົາໄດ້ກວດສອບ ແລະ ວິເຄາະພຣະທຳເຫຼົ່ານັ້ນ, ໂດຍການຊອກຫາພອນ ແລະ ຜົນປະໂຫຍດພາຍໃນພຣະທຳເຫຼົ່ານັ້ນ ເພື່ອໃຫ້ໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງ. ເມື່ອຕັດສິນຈາກທັດສະນະຄະຕິຂອງພວກເຂົາໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ພວກເຂົາເຊື່ອໃນພຣະເຈົ້າຫຼາຍສໍ່າໃດ? ພວກເຂົາມີຄວາມສັດທາທີ່ແທ້ຈິງໃນພຣະອົງຢູ່ບໍ? ເມື່ອຕັດສິນຈາກແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຍັງສາມາດຖືເອົາພຣະທຳຂອງພຣະເຈົ້າ ແລະ ອ່ານພຣະທຳເຫຼົ່ານັ້ນໄດ້? ເມື່ອຕັດສິນຈາກແກ່ນແທ້ທຳມະຊາດ, ເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາ, ພວກເຂົາບໍ່ຕ້ອງການທີ່ຈະໄດ້ຮັບຄວາມຈິງ ແລະ ເສັ້ນທາງໄປສູ່ການປ່ຽນແປງອຸປະນິໄສຂອງພວກເຂົາຈາກພຣະທຳຂອງພຣະເຈົ້າ, ເພື່ອໃຫ້ບັນລຸຄວາມລອດພົ້ນ. ໃນທາງກົງກັນຂ້າມ, ພວກເຂົາຕ້ອງການສະແຫວງຫາທຸກສິ່ງທີ່ພວກເຂົາຕ້ອງການພາຍໃນພຣະທຳຂອງພຣະເຈົ້າ. ພວກເຂົາສະແຫວງຫາຫຍັງ? ພວກເຂົາສະແຫວງຫາຄວາມລຶກລັບ, ພວກເຂົາສະແຫວງຫາຄວາມລັບທີ່ຮູ້ກັນແຕ່ໃນສະຫວັນເທົ່ານັ້ນ ແລະ ພວກເຂົາສະແຫວງຫາຫຼັກຄຳສອນທີ່ສູງສົ່ງ ແລະ ຄວາມຮູ້ທີ່ເລິກເຊິ່ງບາງຢ່າງ. ສະນັ້ນ, ເມື່ອຕັດສິນຈາກທັດສະນະຄະຕິຂອງຄົນປະເພດນີ້ໃນການປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ແກ່ນແທ້ທຳມະຊາດຂອງພວກເຂົາ, ພວກເຂົາລ້ວນແຕ່ເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ. ສິ່ງທີ່ພວກເຂົາຕ້ອງການກໍບໍ່ມີຫຍັງນອກຈາກຈຸດໝາຍປາຍທາງທີ່ດີ, ອະນາຄົດທີ່ດີ ແລະ ໂຊກຊະຕາທີ່ດີ. ພວກເຂົາບໍ່ຍອມຮັບພຣະທຳຂອງພຣະເຈົ້າດ້ວຍຄວາມຈິງໃຈ, ແຕ່ໃນທາງກົງກັນຂ້າມ ພວກເຂົາພະຍາຍາມຊອກຫາໂອກາດ ແລະ ຊ່ອງທາງຕ່າງໆພາຍໃນພຣະທຳຂອງພຣະອົງ ເພື່ອໃຫ້ໄດ້ມາເຊິ່ງສິ່ງທີ່ພວກເຂົາຕ້ອງການ ແລະ ເພື່ອຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາໃນການໄດ້ຮັບພອນ. ສະນັ້ນ, ຄົນປະເພດນີ້ຈະບໍ່ມີທາງຖືວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ຫຼື ເປັນຫົນທາງທີ່ພວກເຂົາຕ້ອງປະຕິບັດຕາມ. ຖ້າຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິເຊັ່ນນີ້, ແລ້ວທັດສະນະຄະຕິຂອງພວກເຂົາຕໍ່ໜຶ່ງໃນຂໍ້ກຳນົດທີ່ເປັນພື້ນຖານທີ່ສຸດຂອງມະນຸດຊາດໃນພຣະທຳຂອງພຣະເຈົ້າ ເຊິ່ງກໍຄືການປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງນັ້ນແມ່ນຫຍັງ? ມື້ນີ້ ພວກເຮົາຈະໂອ້ລົມກ່ຽວກັບຂໍ້ທີສອງ ນັ້ນກໍຄື ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ໜ້າທີ່ຂອງພວກເຂົາ ແລະ ເປີດໂປງວ່າຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກ ແລະ ທັດສະນະຄະຕິແບບໃດເມື່ອປະຕິບັດໜ້າທີ່ຂອງພວກເຂົາ.

2.) ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ໜ້າທີ່ຂອງພວກເຂົາ

ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແຫ່ງການຍອມຮັບ ແລະ ຄວາມອ່ອນນ້ອມ, ສະນັ້ນ ແນ່ນອນວ່າພວກເຂົາບໍ່ສາມາດປະຕິບັດຕໍ່ຂໍ້ກຳນົດໃນພຣະທຳຂອງພຣະອົງທີ່ວ່າ ມະນຸດຊາດຕ້ອງປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ ດ້ວຍທັດສະນະຄະຕິແຫ່ງການຍອມຮັບຄວາມຈິງໄດ້. ສະນັ້ນ, ໃນດ້ານໜຶ່ງ ພວກເຂົາຕໍ່ຕ້ານໜ້າທີ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບມະນຸດ ແລະ ບໍ່ຕ້ອງການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນອີກດ້ານໜຶ່ງ ພວກເຂົາກໍຢ້ານທີ່ຈະສູນເສຍໂອກາດໃນການໄດ້ຮັບພອນ. ສິ່ງນີ້ກໍ່ໃຫ້ເກີດການແລກປ່ຽນປະເພດໜຶ່ງ. ການແລກປ່ຽນນັ້ນແມ່ນຫຍັງ? ພວກເຂົາຄົ້ນພົບຈາກພຣະທຳຂອງພຣະເຈົ້າວ່າ ຖ້າຜູ້ຄົນບໍ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາອາດຈະຖືກກຳຈັດ, ຖ້າພວກເຂົາບໍ່ປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ, ພວກເຂົາກໍຈະບໍ່ມີໂອກາດໄດ້ຮັບຄວາມຈິງ ແລະ ຖ້າພວກເຂົາບໍ່ປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ, ໃນອະນາຄົດພວກເຂົາອາດຈະສູນເສຍພອນຂອງພວກເຂົາໃນອານາຈັກສະຫວັນ. ສິ່ງນີ້ໝາຍຄວາມວ່າແນວໃດ? ສິ່ງນີ້ໝາຍຄວາມວ່າ ຖ້າຄົນໃດໜຶ່ງບໍ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຈະສູນເສຍໂອກາດຂອງພວກເຂົາ ໃນການໄດ້ຮັບພອນຢ່າງຫຼີກລ່ຽງບໍ່ໄດ້. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຂໍ້ມູນເຊັ່ນນີ້ຈາກພຣະທຳຂອງພຣະເຈົ້າ ແລະ ຈາກການໂອ້ລົມ ແລະ ການເທດສະໜາຫຼາຍຄັ້ງ, ຄວາມປາຖະໜາ ແລະ ຄວາມສົນໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງກໍເກີດຂຶ້ນຢູ່ເລິກໆໃນຫົວໃຈຂອງພວກເຂົາ. ການເກີດມີຄວາມປາຖະໜາ ແລະ ຄວາມສົນໃຈເຊັ່ນນີ້ ສະແດງໃຫ້ເຫັນວ່າພວກເຂົາສາມາດເສຍສະລະ ເພື່ອພຣະເຈົ້າຢ່າງຈິງໃຈ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈໄດ້ບໍ? ເມື່ອຕັດສິນຈາກແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ, ປະເດັນນີ້ເປັນສິ່ງທີ່ຍາກຫຼາຍທີ່ຈະໄປເຖິງ. ແລ້ວແມ່ນຫຍັງທີ່ເຮັດໃຫ້ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ? ມັນຄວນຈະມີບັນຊີກ່ຽວກັບເລື່ອງນີ້ຢູ່ໃນຫົວໃຈຂອງທຸກຄົນ ແລະ ມັນຄວນຈະມີເລື່ອງລາວສະເພາະບາງຢ່າງຢູ່ພາຍໃນບັນຊີນີ້. ແລ້ວບັນທຶກໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສນີ້ມີລັກສະນະເປັນແນວໃດ? ພວກເຂົາເຮັດການຄິດໄລ່ຢ່າງລະອຽດ, ຮອບຄອບ, ຖືກຕ້ອງ ແລະ ພາກພຽນຫຼາຍ, ສະນັ້ນ ມັນຈຶ່ງບໍ່ແມ່ນບັນຊີທີ່ບໍ່ຊັດເຈນ. ເມື່ອພວກເຂົາຕັດສິນໃຈປະຕິບັດໜ້າທີ່ຂອງພວກເຂົາ, ກ່ອນອື່ນພວກເຂົາຈະຄິດຄຳນວນວ່າ: “ຖ້າຂ້ອຍຈະປະຕິບັດໜ້າທີ່ຂອງຂ້ອຍໃນຕອນນີ້, ຂ້ອຍຈະຕ້ອງຍອມປະຖິ້ມຄວາມສຸກໃນການໄດ້ຢູ່ຮ່ວມກັບຄອບຄົວ ແລະ ຂ້ອຍຈະຕ້ອງຍອມປະຖິ້ມອາຊີບ ແລະ ອະນາຄົດທາງໂລກຂອງຂ້ອຍ. ຖ້າຂ້ອຍປະຖິ້ມສິ່ງເຫຼົ່ານີ້ ເພື່ອມາປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະໄດ້ຮັບຫຍັງແດ່? ພຣະທຳຂອງພຣະເຈົ້າກ່າວວ່າ ໃນຍຸກສຸດທ້າຍນີ້, ຜູ້ທີ່ສາມາດພົບພຣະເຈົ້າ, ຜູ້ທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ແລະ ຜູ້ທີ່ສາມາດຢູ່ລອດຈົນເຖິງທີ່ສຸດຄືຜູ້ທີ່ສາມາດໄດ້ຮັບພອນອັນຍິ່ງໃຫຍ່. ເມື່ອເຫັນວ່າພຣະທຳຂອງພຣະເຈົ້າກ່າວໄວ້ແບບນັ້ນ, ຂ້ອຍກໍຄິດວ່າພຣະເຈົ້າສາມາດເຮັດໄດ້ ແລະ ເຮັດໃຫ້ມັນສຳເລັດຕາມພຣະທຳເຫຼົ່ານີ້. ນອກຈາກນີ້, ພຣະເຈົ້າຍັງໄດ້ໃຫ້ຄຳສັນຍາຫຼາຍຢ່າງແກ່ຄົນເຫຼົ່ານີ້ ທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ສາມາດເສຍສະລະຕົນເອງເພື່ອພຣະອົງໄດ້!” ຜ່ານການສຶກສາພຣະທຳຂອງພຣະເຈົ້າ, ພວກເຂົາຕີຄວາມໝາຍຄຳສັນຍາຫຼາຍຢ່າງທີ່ພຣະເຈົ້າໄດ້ໃຫ້ໄວ້ໃນຍຸກສຸດທ້າຍແກ່ຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເມື່ອບວກກັບຈິນຕະນາການສ່ວນຕົວຂອງພວກເຂົາ ແລະ ແນວຄິດທັງໝົດທີ່ສ້າງຂຶ້ນຈາກການວິເຄາະ ແລະ ການກວດສອບພຣະທຳເຫຼົ່ານີ້ຂອງພວກເຂົາເອງ ກໍໄດ້ສ້າງຄວາມສົນໃຈຢ່າງເລິກເຊິ່ງ ແລະ ແຮງກະຕຸ້ນໃນການປະຕິບັດໜ້າທີ່ຂອງພວກເຂົາ. ຈາກນັ້ນ ພວກເຂົາກໍໄປອະທິຖານຕໍ່ໜ້າພຣະເຈົ້າ ເຊິ່ງພວກເຂົາໄດ້ໃຫ້ຄຳໝັ້ນສັນຍາ ແລະ ຄຳສາບານຢ່າງຈິງຈັງ, ກຳນົດຄວາມມຸ່ງໝັ້ນທີ່ຈະປະຖິ້ມ ແລະ ເສຍສະລະທຸກສິ່ງເພື່ອພຣະເຈົ້າ, ເພື່ອອຸທິດຊີວິດນີ້ໃຫ້ແກ່ພຣະອົງ ແລະ ຍອມປະຖິ້ມຄວາມສຸກທາງເນື້ອໜັງ ແລະ ອະນາຄົດທັງໝົດ. ເຖິງແມ່ນວ່າພວກເຂົາຈະອະທິຖານໃນລັກສະນະນີ້ ແລະ ຄຳເວົ້າຂອງພວກເຂົາລ້ວນແຕ່ເບິ່ງຄືວ່າຖືກຕ້ອງ, ສິ່ງທີ່ພວກເຂົາຄິດຢູ່ເລິກໆນັ້ນມີພຽງແຕ່ພວກເຂົາເອງ ແລະ ພຣະເຈົ້າເທົ່ານັ້ນທີ່ຮູ້. ຄຳອະທິຖານ ແລະ ຄວາມມຸ່ງໝັ້ນຂອງພວກເຂົາເບິ່ງຄືວ່າບໍລິສຸດ, ຄືກັບວ່າພວກເຂົາເຮັດສິ່ງນີ້ພຽງເພື່ອປະຕິບັດຕາມພຣະບັນຊາຂອງພຣະເຈົ້າ, ເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ແຕ່ຢູ່ເລິກໆໃນຫົວໃຈຂອງພວກເຂົາ ພວກເຂົາກຳລັງຄິດໄລ່ວ່າພວກເຂົາຈະສາມາດໄດ້ຮັບພອນ ແລະ ໄດ້ຮັບສິ່ງທີ່ພວກເຂົາຕ້ອງການຜ່ານການປະຕິບັດໜ້າທີ່ຂອງພວກເຂົາໄດ້ແນວໃດ ແລະ ພວກເຂົາສາມາດເຮັດຫຍັງໄດ້ແດ່ ເພື່ອໃຫ້ພຣະເຈົ້າເຫັນທຸກສິ່ງທີ່ພວກເຂົາໄດ້ຈ່າຍໄປ ແລະ ເຮັດໃຫ້ພຣະອົງປະທັບໃຈຢ່າງເລິກເຊິ່ງກັບສິ່ງທີ່ພວກເຂົາໄດ້ຈ່າຍໄປ ແລະ ສິ່ງທີ່ພວກເຂົາໄດ້ເຮັດ, ເພື່ອທີ່ພຣະອົງຈະຈື່ຈຳສິ່ງທີ່ພວກເຂົາໄດ້ເຮັດ ແລະ ໃນທີ່ສຸດກໍປະທານອະນາຄົດ ແລະ ພອນທີ່ພວກເຂົາຕ້ອງການໃຫ້ແກ່ພວກເຂົາ. ກ່ອນທີ່ຈະຕັດສິນໃຈປະຕິບັດໜ້າທີ່ຂອງພວກເຂົາ, ຢູ່ເລິກໆໃນຫົວໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍຄວາມຄາດຫວັງຕໍ່ອະນາຄົດຂອງພວກເຂົາ, ການໄດ້ຮັບພອນ, ຈຸດໝາຍປາຍທາງທີ່ດີ ແລະ ແມ່ນແຕ່ມົງກຸດ ແລະ ພວກເຂົາມີຄວາມໝັ້ນໃຈຢ່າງຍິ່ງໃນການໄດ້ຮັບສິ່ງເຫຼົ່ານີ້. ພວກເຂົາມາທີ່ເຮືອນຂອງພຣະເຈົ້າ ເພື່ອປະຕິບັດໜ້າທີ່ຂອງພວກເຂົາດ້ວຍເຈດຕະນາ ແລະ ຄວາມມຸ່ງຫວັງເຊັ່ນນີ້. ສະນັ້ນ, ການປະຕິບັດໜ້າທີ່ຂອງພວກເຂົາມີຄວາມຈິງໃຈ, ຄວາມສັດທາທີ່ແທ້ຈິງ ແລະ ຄວາມຈົງຮັກພັກດີທີ່ພຣະເຈົ້າຮຽກຮ້ອງ ຫຼື ບໍ່? ມາຮອດຈຸດນີ້, ຄົນເຮົາຍັງບໍ່ສາມາດເຫັນຄວາມຈົງຮັກພັກດີ, ຄວາມສັດທາ ຫຼື ຄວາມຈິງໃຈທີ່ແທ້ຈິງຂອງພວກເຂົາໄດ້, ເພາະວ່າທຸກຄົນມີແນວຄວາມຄິດແບບແລກປ່ຽນຢ່າງສິ້ນເຊີງ ກ່ອນທີ່ພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາ; ທຸກຄົນເຮັດການຕັດສິນໃຈປະຕິບັດໜ້າທີ່ຂອງພວກເຂົາ ໂດຍຖືກຂັບເຄື່ອນດ້ວຍຜົນປະໂຫຍດ ແລະ ຍັງອີງໃສ່ເງື່ອນໄຂເບື້ອງຕົ້ນຂອງຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ລົ້ນເຫຼືອຂອງພວກເຂົາອີກດ້ວຍ. ເຈດຕະນາຂອງຜູ້ຕໍ່ຕ້ານພຣະຄຣິສໃນການປະຕິບັດໜ້າທີ່ຂອງພວກເຂົາແມ່ນຫຍັງ? ມັນຄືການເຮັດຂໍ້ຕົກລົງ, ການເຮັດການແລກປ່ຽນ. ສາມາດເວົ້າໄດ້ວ່າ ສິ່ງເຫຼົ່ານີ້ຄືເງື່ອນໄຂທີ່ພວກເຂົາຕັ້ງໄວ້ສຳລັບການປະຕິບັດໜ້າທີ່: “ຖ້າຂ້ອຍປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍກໍຕ້ອງໄດ້ຮັບພອນ ແລະ ມີຈຸດໝາຍປາຍທາງທີ່ດີ. ຂ້ອຍຕ້ອງໄດ້ຮັບພອນ ແລະ ຜົນປະໂຫຍດທັງໝົດທີ່ພຣະເຈົ້າໄດ້ກ່າວວ່າໄດ້ກຽມໄວ້ສຳລັບມະນຸດຊາດ. ຖ້າຂ້ອຍບໍ່ສາມາດໄດ້ຮັບສິ່ງເຫຼົ່ານັ້ນ, ຂ້ອຍກໍຈະບໍ່ປະຕິບັດໜ້າທີ່ນີ້”. ພວກເຂົາມາທີ່ເຮືອນຂອງພຣະເຈົ້າ ເພື່ອປະຕິບັດໜ້າທີ່ຂອງພວກເຂົາດ້ວຍເຈດຕະນາ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາເຊັ່ນນີ້. ເບິ່ງຄືວ່າພວກເຂົາມີຄວາມຈິງໃຈຢູ່ແນ່ ແລະ ແນ່ນອນວ່າສຳລັບຜູ້ທີ່ເປັນຜູ້ເຊື່ອໃໝ່ ແລະ ຫາກໍເລີ່ມປະຕິບັດໜ້າທີ່ຂອງພວກເຂົາ, ມັນກໍສາມາດເອີ້ນໄດ້ວ່າເປັນຄວາມກະຕືລືລົ້ນ. ແຕ່ບໍ່ມີຄວາມສັດທາ ຫຼື ຄວາມຈົງຮັກພັກດີທີ່ແທ້ຈິງໃນສິ່ງນີ້; ມັນມີພຽງແຕ່ຄວາມກະຕືລືລົ້ນໃນລະດັບນັ້ນເທົ່ານັ້ນ. ມັນບໍ່ສາມາດເອີ້ນວ່າຄວາມຈິງໃຈໄດ້. ເມື່ອຕັດສິນຈາກທັດສະນະຄະຕິນີ້ທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ, ມັນເປັນໄປໃນລັກສະນະຂອງການແລກປ່ຽນຢ່າງສິ້ນເຊີງ ແລະ ເຕັມໄປດ້ວຍຄວາມປາຖະໜາຂອງພວກເຂົາສຳລັບຜົນປະໂຫຍດຕ່າງໆ ເຊັ່ນ: ການໄດ້ຮັບພອນ, ການເຂົ້າສູ່ອານາຈັກສະຫວັນ, ການໄດ້ຮັບມົງກຸດ ແລະ ການໄດ້ຮັບລາງວັນ. ສະນັ້ນ, ຈາກພາຍນອກມັນຈຶ່ງເບິ່ງຄືວ່າ ຜູ້ຕໍ່ຕ້ານພຣະຄຣິສຫຼາຍຄົນ, ກ່ອນທີ່ຈະຖືກຂັບໄລ່ອອກ, ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຖິງກັບໄດ້ປະຖິ້ມຫຼາຍກວ່າ ແລະ ທົນທຸກຫຼາຍກວ່າຄົນທົ່ວໄປ. ສິ່ງທີ່ພວກເຂົາເສຍສະລະ ແລະ ລາຄາທີ່ພວກເຂົາໄດ້ຈ່າຍນັ້ນທຽບເທົ່າກັບໂປໂລ ແລະ ພວກເຂົາກໍແລ່ນໄປທົ່ວບໍ່ໜ້ອຍໄປກວ່າໂປໂລເລີຍ. ນີ້ຄືສິ່ງທີ່ທຸກຄົນສາມາດເຫັນໄດ້. ໃນແງ່ຂອງພຶດຕິກຳຂອງພວກເຂົາ ແລະ ຄວາມມຸ່ງໝັ້ນຂອງພວກເຂົາທີ່ຈະທົນທຸກ ແລະ ຈ່າຍລາຄາ, ພວກເຂົາບໍ່ຄວນຈະບໍ່ໄດ້ຮັບຫຍັງເລີຍ. ເຖິງຢ່າງໃດກໍຕາມ, ພຣະເຈົ້າບໍ່ໄດ້ພິຈາລະນາຄົນໃດໜຶ່ງໂດຍອີງໃສ່ພຶດຕິກຳພາຍນອກຂອງພວກເຂົາ, ແຕ່ອີງໃສ່ແກ່ນແທ້ຂອງພວກເຂົາ, ອຸປະນິໄສຂອງພວກເຂົາ, ສິ່ງທີ່ພວກເຂົາເປີດເຜີຍ ແລະ ທຳມະຊາດ ແລະ ແກ່ນແທ້ຂອງທຸກສິ່ງທີ່ພວກເຂົາເຮັດ. ເມື່ອຜູ້ຄົນຕັດສິນ ແລະ ປະຕິບັດຕໍ່ຄົນອື່ນ, ພວກເຂົາກຳນົດວ່າຄົນເຫຼົ່ານັ້ນເປັນໃຜ ໂດຍອີງໃສ່ພຽງແຕ່ພຶດຕິກຳພາຍນອກຂອງພວກເຂົາພຽງຢ່າງດຽວ, ພວກເຂົາທົນທຸກຫຼາຍສໍ່າໃດ ແລະ ພວກເຂົາຈ່າຍລາຄາຫຍັງແດ່ ແລະ ນີ້ຄືຄວາມຜິດພາດອັນຮ້າຍແຮງ.

ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສໃນການປະຕິບັດຕໍ່ໜ້າທີ່ຂອງພວກເຂົາເປັນແບບນີ້ມາຕັ້ງແຕ່ຕອນເລີ່ມຕົ້ນ. ພວກເຂົາມາທີ່ເຮືອນຂອງພຣະເຈົ້າ ເພື່ອປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ການແລກປ່ຽນ. ນີ້ຄືສິ່ງທີ່ພວກເຂົາຄິດໄລ່ ແລະ ວາງແຜນຢູ່ເລິກໆໃນຫົວໃຈຂອງພວກເຂົາກ່ອນທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ແຜນການຂອງພວກເຂົາແມ່ນຫຍັງ? ແກນຫຼັກ ແລະ ຈຸດສຸມຂອງການຄິດໄລ່ຂອງພວກເຂົາແມ່ນຫຍັງ? ພວກເຂົາມີເປົ້າໝາຍທີ່ຈະໄດ້ຮັບພອນ, ເພື່ອໃຫ້ມີຈຸດໝາຍປາຍທາງທີ່ດີ ແລະ ບາງຄົນກໍເຖິງກັບມີເປົ້າໝາຍທີ່ຈະຫຼີກລ່ຽງຄວາມຫາຍະນະ. ນີ້ຄືເຈດຕະນາຂອງພວກເຂົາ. ພວກເຂົາກວດສອບພຣະທຳຂອງພຣະເຈົ້າຂ້ຳແລ້ວຂ້ຳອີກ, ແຕ່ບໍ່ສາມາດເບິ່ງເຫັນໄດ້ເລີຍວ່າພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ, ໃນພຣະທຳຂອງພຣະເຈົ້າມີເສັ້ນທາງແຫ່ງການປະຕິບັດ ແລະ ພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ຜູ້ຄົນບໍລິສຸດໄດ້, ບັນລຸການປ່ຽນແປງດ້ານອຸປະນິໄສ ແລະ ໄດ້ຮັບຄວາມລອດພົ້ນ. ພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ ບໍ່ວ່າພວກເຂົາຈະພະຍາຍາມເບິ່ງຫຼາຍສໍ່າໃດກໍຕາມ. ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າແນວໃດກໍຕາມ, ສິ່ງທີ່ພວກເຂົາໃສ່ໃຈທີ່ສຸດ ແລະ ໃຫ້ຄວາມສຳຄັນທີ່ສຸດກໍບໍ່ມີຫຍັງນອກຈາກພອນ ແລະ ຄຳສັນຍາທີ່ພຣະເຈົ້າປະທານໃຫ້ແກ່ຜູ້ທີ່ປະຖິ້ມ, ເສຍສະລະ, ທົນທຸກຄວາມຍາກລຳບານ ແລະ ຈ່າຍລາຄາເພື່ອພຣະອົງ. ເມື່ອພວກເຂົາພົບເຫັນສິ່ງທີ່ພວກເຂົາເຊື່ອວ່າເປັນເນື້ອຫາທີ່ເປັນຈຸດສູນກາງທີ່ສຸດ ແລະ ສຳຄັນທີ່ສຸດໃນພຣະທຳຂອງພຣະເຈົ້າ, ມັນກໍຄືກັບວ່າພວກເຂົາໄດ້ພົບເຫັນເຊືອກຊ່ວຍຊີວິດ. ພວກເຂົາຮູ້ສຶກວ່າເບິ່ງຄືວ່າພວກເຂົາຈະໄດ້ຮັບພອນອັນຍິ່ງໃຫຍ່ ແລະ ຄິດວ່າພວກເຂົາເປັນຄົນທີ່ໄດ້ຮັບພອນ ແລະ ໂຊກດີທີ່ສຸດໃນຍຸກນີ້. ສະນັ້ນ, ພວກເຂົາຈຶ່ງປິຕິຍິນດີຢູ່ເລິກໆໃນຫົວໃຈຂອງພວກເຂົາວ່າ: “ຂ້ອຍບັງເອີນເກີດມາໃນຊ່ວງເວລາທີ່ດີໃນຊີວິດນີ້; ບໍ່ມີອັກຄະສາວົກ ແລະ ຜູ້ປະກາດພຣະທຳຄົນໃດໃນທຸກຍຸກທຸກສະໄໝທີ່ໄດ້ພົບກັບພຣະຄຣິສແຫ່ງຍຸກສຸດທ້າຍ. ມື້ນີ້ຂ້ອຍກຳລັງຕິດຕາມພຣະຄຣິສແຫ່ງຍຸກສຸດທ້າຍ, ສະນັ້ນ ຂ້ອຍຈະພາດໂອກາດນີ້ໃນການໄດ້ຮັບພອນອັນຍິ່ງໃຫຍ່ບໍ່ໄດ້. ນີ້ຄືໂອກາດທີ່ຈະໄດ້ຮັບລາງວັນ ແລະ ໄດ້ຮັບມົງກຸດ! ຜູ້ບໍ່ມີຄວາມເຊື່ອຈະບໍ່ມີໂຊກແບບນີ້ ແລະ ບໍ່ວ່າພວກເຂົາຈະເພີດເພີນກັບຊີວິດນີ້ດີສໍ່າໃດ ຫຼື ມີສະຖານະທີ່ສູງສໍ່າໃດກໍຕາມ, ເມື່ອໄພພິບັດໃຫຍ່ມາເຖິງ ພວກເຂົາກໍຈະຖືກທຳລາຍທັງໝົດ. ສະນັ້ນ, ຂ້ອຍຕ້ອງຍອມປະຖິ້ມຄວາມສຸກທາງເນື້ອໜັງຂອງໂລກນີ້, ເພາະບໍ່ວ່າຂ້ອຍຈະເພີດເພີນກັບສິ່ງເຫຼົ່ານີ້ຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍເປັນພຽງສິ່ງຊົ່ວຄາວ ແລະ ບໍ່ຢືນຢົງ. ຂ້ອຍຈະມອງໄປສູ່ອະນາຄົດ ແລະ ໄດ້ຮັບພອນ ແລະ ລາງວັນທີ່ຍິ່ງໃຫຍ່ກວ່າ ແລະ ມົງກຸດທີ່ໃຫຍ່ກວ່າ!” ດ້ວຍເຫດນັ້ນ, ໃນຫົວໃຈຂອງພວກເຂົາ ພວກເຂົາຈຶ່ງເຕືອນຕົນເອງວ່າ: “ໃນການປະຕິບັດໜ້າທີ່ຂອງຂ້ອຍ, ບໍ່ວ່າຂ້ອຍຈະທົນທຸກຫຼາຍສໍ່າໃດ ຫຼື ຕ້ອງແລ່ນວຸ້ນໄປມາຫຼາຍສໍ່າໃດກໍຕາມ, ບໍ່ວ່າຂ້ອຍຈະຖືກຈຳຄຸກ ຫຼື ຖືກທໍລະມານ ແລະ ບໍ່ວ່າຂ້ອຍຈະພົບກັບຄວາມຫຍຸ້ງຍາກອັນໃດກໍຕາມ, ຂ້ອຍຕ້ອງອົດທົນ, ອົດທົນ ແລະ ຈາກນັ້ນກໍອົດທົນຕໍ່ໄປອີກ! ຂ້ອຍຈະທໍ້ແທ້ບໍ່ໄດ້, ຂ້ອຍຕ້ອງອົດທົນຕໍ່ຄວາມອັບອາຍທັງໝົດ ແລະ ແບກຮັບພາລະອັນໜັກໜ່ວງ ແລະ ອົດທົນຈົນເຖິງວິນາທີສຸດທ້າຍ. ຂ້ອຍເຊື່ອວ່າສິ່ງທີ່ພຣະເຈົ້າກ່າວວ່າ ‘ຄົນທີ່ຕິດຕາມຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ’ ຈະຕ້ອງເປັນຈິງສຳລັບຂ້ອຍ”. ແນວຄວາມຄິດ ແລະ ຄວາມຄິດເຫັນໃດກໍຕາມທີ່ພວກເຂົາຄິດ ແລະ ເຊື່ອໃນຫົວໃຈຂອງພວກເຂົາສອດຄ່ອງກັບຄວາມຈິງ ຫຼື ບໍ່? (ບໍ່.) ບໍ່ມີສິ່ງໃດໃນສິ່ງເຫຼົ່ານັ້ນທີ່ສອດຄ່ອງກັບຄວາມຈິງ ແລະ ບໍ່ມີສິ່ງໃດໃນສິ່ງເຫຼົ່ານັ້ນທີ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະເຈົ້າ, ສິ່ງເຫຼົ່ານັ້ນລ້ວນແຕ່ເປັນການຄິດໄລ່ ແລະ ແຜນການສຳລັບອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາ. ຢູ່ເລິກໆໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ມີຄວາມສົນໃຈໃນຂໍ້ກຳນົດໃດກໍຕາມສຳລັບມະນຸດຊາດທີ່ກ່າວເຖິງໃນພຣະທຳຂອງພຣະເຈົ້າ; ພວກເຂົາບໍ່ໃສ່ໃຈຕໍ່ສິ່ງເຫຼົ່ານັ້ນເລີຍ. ຢູ່ເລິກໆໃນຫົວໃຈຂອງພວກເຂົາ, ພວກເຂົາລັງກຽດ ແລະ ຕໍ່ຕ້ານການເປີດໂປງຄວາມເປັນມະນຸດ ແລະ ຂໍ້ກຳນົດສຳລັບພວກເຂົາໃນພຣະທຳຂອງພຣະເຈົ້າ ແລະ ເຖິງກັບສ້າງແນວຄິດຂຶ້ນມາ, ສະນັ້ນ ເມື່ອພວກເຂົາເຫັນພຣະທຳເຫຼົ່ານີ້ ພວກເຂົາຈຶ່ງຮູ້ສຶກຕໍ່ຕ້ານສິ່ງເຫຼົ່ານັ້ນ ແລະ ຮູ້ສຶກບໍ່ສະບາຍໃຈ ແລະ ຈາກນັ້ນພວກເຂົາກໍຂ້າມສິ່ງເຫຼົ່ານັ້ນໄປໂດຍບໍ່ອ່ານ. ເມື່ອເວົ້າເຖິງການຕັກເຕືອນ, ຄວາມປອບໂຍນ, ການເຕືອນສະຕິ, ຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈຕໍ່ມະນຸດຊາດໃນພຣະທຳຂອງພຣະເຈົ້າ, ພວກເຂົາສະແດງຄວາມບໍ່ອົດທົນ ແລະ ບໍ່ເຕັມໃຈທີ່ຈະຍອມຮັບ ຫຼື ຮັບຟັງ, ໂດຍເຊື່ອວ່າພຣະທຳເຫຼົ່ານີ້ເປັນສິ່ງຈອມປອມ. ໃນຫົວໃຈຂອງພວກເຂົາ, ພວກເຂົາລັງກຽດ ແລະ ຮູ້ສຶກຕໍ່ຕ້ານພຣະທຳແຫ່ງການພິພາກສາ ແລະ ການລົງທັນຂອງພຣະເຈົ້າ ແລະ ພາລະກິດແຫ່ງການທົດສອບຂອງພຣະອົງໃນທ່າມກາງຜູ້ຄົນ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບສິ່ງເຫຼົ່ານັ້ນ ແລະ ພວກເຂົາກໍຫຼີກລ່ຽງພວກມັນ. ໃນທາງກົງກັນຂ້າມ, ພວກເຂົາພຽງແຕ່ໃຫ້ຄວາມສົນໃຈຢ່າງຍິ່ງຕໍ່ພຣະທຳທີ່ກ່ຽວກັບຄຳສັນຍາ ຫຼື ພອນຂອງພຣະເຈົ້າສຳລັບມະນຸດຊາດ ແລະ ພວກເຂົາເຖິງກັບອ່ານພຣະທຳເຫຼົ່ານັ້ນເລື້ອຍໆ ເພື່ອຕອບສະໜອງຄວາມປາຖະໜາທີ່ບໍ່ສາມາດອົດທົນໄດ້ໃນຫົວໃຈຂອງພວກເຂົາທີ່ຈະໄດ້ຮັບພອນ, ໂດຍກະຕືລືລົ້ນທີ່ຈະຖືກຍົກຂຶ້ນສູ່ອານາຈັກສະຫວັນໃນທັນທີ ແລະ ໄດ້ຮັບການປົດປ່ອຍຈາກຄວາມທຸກທໍລະມານທັງໝົດ. ເມື່ອພວກເຂົາບໍ່ສາມາດອົດທົນໃນການປະຕິບັດໜ້າທີ່ຂອງພວກເຂົາໄດ້ອີກຕໍ່ໄປ ແລະ ພວກເຂົາເກີດຄວາມສົງໄສວ່າພວກເຂົາຈະສາມາດໄດ້ຮັບພອນ ຫຼື ບໍ່ ແລະ “ຄວາມສັດທາ” ຂອງພວກເຂົາກໍສັ່ນຄອນ ຫຼື ເມື່ອຄວາມຕັ້ງໃຈຂອງພວກເຂົາບໍ່ໜັກແໜ້ນ ແລະ ພວກເຂົາຕ້ອງການທີ່ຈະຖອຍຫຼັງ, ພວກເຂົາກໍອ່ານພຣະທຳເຫຼົ່ານີ້ ແລະ ເຮັດໃຫ້ພວກມັນເປັນແຮງຈູງໃຈຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ເຄີຍພະຍາຍາມໄຕ່ຕອງຄວາມຈິງໃນພຣະທຳຂອງພຣະເຈົ້າໃນບົດ ຫຼື ວັກໃດໜຶ່ງຂອງພວກມັນເລີຍ ແລະ ພວກເຂົາບໍ່ຕ້ອງການທີ່ຈະປະສົບກັບການພິພາກສາແຫ່ງພຣະທຳຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ຕ້ອງເວົ້າເຖິງການຮູ້ຈັກຕົນເອງຂອງພວກເຂົາ ແລະ ເຫັນຄວາມເປັນຈິງຂອງຄວາມເສື່ອມຊາມອັນເລິກເຊິ່ງຂອງມະນຸດຊາດຢ່າງຊັດເຈນ ຜ່ານພຣະທຳຂອງພຣະເຈົ້າເຫຼົ່ານັ້ນທີ່ເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ. ພວກເຂົາຍັງເຮັດເປັນຫູໜວກຕໍ່ເຈດຕະນາ, ຂໍ້ກຳນົດ ແລະ ການຕັກເຕືອນຂອງພຣະເຈົ້າສຳລັບມະນຸດຊາດ, ໂດຍບໍ່ໃສ່ໃຈຕໍ່ສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນດ້ວຍທັດສະນະຄະຕິທີ່ໝິ່ນປະໝາດ ແລະ ເສີຍເມີຍ. ຢູ່ເລິກໆໃນຫົວໃຈຂອງພວກເຂົາ, ພວກເຂົາເຊື່ອວ່າ “ສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳນັ້ນເປັນພຽງຮູບການ; ໃຜຈະຍອມຮັບມັນໄດ້? ໃຜຈະເຂົ້າໃຈມັນໄດ້? ໃຜຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງແທ້ຈິງ? ພຣະທຳຂອງພຣະເຈົ້າເຫຼົ່ານີ້ລ້ວນແຕ່ເກີນຄວາມຈຳເປັນ. ສິ່ງທີ່ເປັນຈິງທີ່ສຸດສຳລັບຜູ້ຄົນກໍຄືການແລກປ່ຽນການປະຕິບັດໜ້າທີ່ຂອງພວກເຂົາເພື່ອໃຫ້ໄດ້ຮັບພອນ, ບໍ່ມີຫຍັງເປັນຈິງໄປກວ່ານີ້ອີກແລ້ວ”. ສະນັ້ນ, ພວກເຂົາຈຶ່ງຄົ້ນຫາໃນພຣະທຳຂອງພຣະເຈົ້າຊ້ຳແລ້ວຊ້ຳອີກ ແລະ ເມື່ອພວກເຂົາພົບເຫັນເສັ້ນທາງນີ້ແລ້ວ, ພວກເຂົາກໍຖືວ່າການປະຕິບັດໜ້າທີ່ຂອງຕົນເປັນພຽງເສັ້ນທາງດຽວໃນການໄດ້ຮັບພອນ. ສິ່ງເຫຼົ່ານີ້ຄືເຈດຕະນາ, ຈຸດປະສົງ ແລະ ການຄິດໄລ່ທີ່ຢູ່ເລິກທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ສະນັ້ນ, ພວກເຂົາສະແດງການສະແດງອອກ ແລະ ການເປີດເຜີຍຫຍັງແດ່ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ ທີ່ເຮັດໃຫ້ຜູ້ຄົນເຫັນວ່າແກ່ນແທ້ຂອງຄົນເຊັ່ນນີ້ ເປັນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງ? ມັນບໍ່ແມ່ນເລື່ອງບັງເອີນທີ່ຜູ້ຕໍ່ຕ້ານພຣະຄຣິສສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້, ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາດ້ວຍເຈດຕະນາ ແລະ ຈຸດປະສົງຂອງພວກເຂົາເອງ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຢ່າງແນ່ນອນ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ຈຸດປະສົງ ແລະ ທັດສະນະຄະຕິຂອງພວກເຂົາຈະບໍ່ສາມາດແຍກອອກຈາກການໄດ້ຮັບພອນ, ຈຸດໝາຍປາຍທາງທີ່ດີ ແລະ ອະນາຄົດ ແລະ ໂຊກຊະຕາທີ່ດີຢ່າງແນ່ນອນ ເຊິ່ງພວກເຂົາຄິດເຖິງ ແລະ ກັງວົນຢູ່ທັງກາງເວັນ ແລະ ກາງຄືນ. ພວກເຂົາເປັນຄືກັບພໍ່ຄ້າທີ່ບໍ່ເວົ້າເລື່ອງອື່ນນອກຈາກວຽກຂອງພວກເຂົາ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເຮັດຫຍັງກໍລ້ວນແຕ່ເຊື່ອມໂຍງກັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ມັນລ້ວນແຕ່ເຊື່ອມໂຍງກັບການໄດ້ຮັບພອນ ແລະ ອະນາຄົດ ແລະ ໂຊກຊະຕາ. ຢູ່ເລິກໆໃນຫົວໃຈຂອງພວກເຂົາເຕັມໄປດ້ວຍສິ່ງເຊັ່ນນີ້; ນີ້ຄືແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນເປັນຍ້ອນແກ່ນແທ້ທຳມະຊາດລັກສະນະແບບນີ້ຢ່າງແນ່ນອນ ທີ່ເຮັດໃຫ້ຄົນອື່ນສາມາດເຫັນໄດ້ຢ່າງຊັດເຈນວ່າ ຈຸດຈົບສຸດທ້າຍຂອງພວກເຂົາກໍຄືການຖືກກຳຈັດ.

ໃນພຣະທຳຂອງພຣະເຈົ້າ, ພຣະເຈົ້າມີຂໍ້ກຳນົດສຳລັບຄົນທຸກປະເພດ ແລະ ມີຂໍ້ກຳນົດ ແລະ ຄຳກ່າວທີ່ຊັດເຈນກ່ຽວກັບໜ້າທີ່ ແລະ ວຽກງານທຸກຮູບແບບ. ພຣະທຳເຫຼົ່ານີ້ລ້ວນແຕ່ເປັນຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດຊາດ ແລະ ຂໍ້ກຳນົດເຫຼົ່ານີ້ຄືສິ່ງທີ່ຜູ້ຄົນຄວນຍຶດຖືຕາມ ແລະ ເປັນສິ່ງທີ່ພວກເຂົາຄວນປະຕິບັດ ແລະ ບັນລຸ. ຜູ້ຕໍ່ຕ້ານພຣະຄຣິສມີທັດສະນະຄະຕິແນວໃດຕໍ່ພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າ? ພວກເຂົາຮັບເອົາທັດສະນະຄະຕິແຫ່ງການອ່ອນນ້ອມບໍ? ພວກເຂົາຮັບເອົາທັດສະນະຄະຕິແຫ່ງການຍອມຮັບຢ່າງຖ່ອມຕົວບໍ? ແນ່ນອນວ່າພວກເຂົາບໍ່ໄດ້ຍອມຮັບ. ເມື່ອພິຈາລະນາຈາກອຸປະນິໄສຂອງພວກເຂົາ, ເມື່ອຜູ້ຕໍ່ຕ້ານພຣະຄຣິສມາທີ່ເຮືອນຂອງພຣະເຈົ້າ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາສາມາດເຮັດໄດ້ດີຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງຂອງເຮືອນຂອງພຣະເຈົ້າໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ຄວາມຄິດທຳອິດຂອງພວກເຂົາບໍ່ແມ່ນການສະແຫວງຫາຫຼັກການທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງ ຫຼື ກົດລະບຽບຂອງເຮືອນຂອງພຣະເຈົ້າແມ່ນຫຍັງ. ໃນທາງກົງກັນຂ້າມ, ກ່ອນອື່ນພວກເຂົາຈະສອບຖາມວ່າພວກເຂົາຈະໄດ້ຮັບພອນ ຫຼື ໄດ້ຮັບລາງວັນສຳລັບການປະຕິບັດໜ້າທີ່ນີ້ ຫຼື ບໍ່. ຖ້າມັນບໍ່ແນ່ນອນວ່າພວກເຂົາຈະໄດ້ຮັບພອນ ຫຼື ໄດ້ຮັບລາງວັນ, ພວກເຂົາກໍບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ນີ້ ແລະ ເຖິງແມ່ນວ່າພວກເຂົາຈະເຮັດ, ພວກເຂົາກໍຈະເຮັດພໍແລ້ວມືແລ້ວຕີນ. ຜູ້ຕໍ່ຕ້ານພຣະຄຣິສຝືນໃຈປະຕິບັດໜ້າທີ່ຂອງພວກເຂົາ ເພື່ອໃຫ້ໄດ້ຮັບພອນ. ພວກເຂົາຍັງສອບຖາມວ່າພວກເຂົາຈະສາມາດເຮັດໃຫ້ຕົນເອງໂດດເດັ່ນ ແລະ ໄດ້ຮັບການຍົກຍ້ອງຈາກການປະຕິບັດໜ້າທີ່ນີ້ ຫຼື ບໍ່ ແລະ ເບື້ອງເທິງ ຫຼື ພຣະເຈົ້າຈະຮູ້ ຫຼື ບໍ່ ຖ້າພວກເຂົາປະຕິບັດໜ້າທີ່ນີ້. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ພວກເຂົາຄຳນຶງເຖິງເມື່ອພວກເຂົາປະຕິບັດໜ້າທີ່. ສິ່ງທຳອິດທີ່ພວກເຂົາຕ້ອງການກຳນົດກໍຄື ພວກເຂົາສາມາດໄດ້ຮັບຜົນປະໂຫຍດຫຍັງແດ່ຈາກການປະຕິບັດໜ້າທີ່ ແລະ ພວກເຂົາສາມາດໄດ້ຮັບພອນ ຫຼື ບໍ່. ນີ້ຄືສິ່ງທີ່ສຳຄັນທີ່ສຸດສຳລັບພວກເຂົາ. ພວກເຂົາບໍ່ເຄີຍຄິດກ່ຽວກັບວິທີທີ່ຈະຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ຕອບແທນຄວາມຮັກຂອງພຣະເຈົ້າ, ວິທີການເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານເຖິງພຣະເຈົ້າ ເພື່ອໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ໄດ້ຮັບຄວາມສຸກ, ຢ່າວ່າແຕ່ພວກເຂົາຈະສະແຫວງຫາ ເພື່ອໃຫ້ເຂົ້າໃຈຄວາມຈິງ ຫຼື ສະແຫວງຫາວິທີແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ດຳເນີນຊີວິດທີ່ເປັນຕາມແບບມະນຸດເລີຍ. ພວກເຂົາບໍ່ເຄີຍຄຳນຶງເຖິງສິ່ງເຫຼົ່ານີ້ເລີຍ. ພວກເຂົາພຽງແຕ່ຄິດກ່ຽວກັບວ່າ ພວກເຂົາຈະສາມາດໄດ້ຮັບພອນ ແລະ ໄດ້ຮັບຜົນປະໂຫຍດ ຫຼື ບໍ່, ວິທີການໃນການຢືນຢັດ, ວິທີການທີ່ຈະໄດ້ຮັບສະຖານະ, ວິທີການທີ່ຈະເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ ແລະ ວິທີການທີ່ຈະເຮັດໃຫ້ຕົນເອງໂດດເດັ່ນ ແລະ ກາຍເປັນຄົນທີ່ດີທີ່ສຸດໃນຄຣິສຕະຈັກ ແລະ ໃນທ່າມກາງຝູງຊົນ. ພວກເຂົາບໍ່ເຕັມໃຈທີ່ຈະເປັນຜູ້ຕິດຕາມທຳມະດາຢ່າງເດັດຂາດ. ພວກເຂົາຕ້ອງການເປັນທີ່ໜຶ່ງໃນຄຣິສຕະຈັກຢູ່ສະເໝີ, ຕ້ອງການມີອຳນາດຕັດສິນໃຈ, ກາຍເປັນຜູ້ນຳ ແລະ ເຮັດໃຫ້ທຸກຄົນເຊື່ອຟັງພວກເຂົາ. ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈຶ່ງຈະພໍໃຈໄດ້. ພວກເຈົ້າສາມາດເຫັນໄດ້ວ່າຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍສິ່ງເຫຼົ່ານີ້. ພວກເຂົາເສຍສະລະເພື່ອພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງຢ່າງແທ້ຈິງບໍ? (ບໍ່.) ແລ້ວພວກເຂົາຕ້ອງການເຮັດຫຍັງ? (ຕ້ອງການກຳອຳນາດ.) ຖືກຕ້ອງແລ້ວ. ພວກເຂົາເວົ້າວ່າ “ສຳລັບຂ້ອຍແລ້ວ, ໃນໂລກພາຍນອກ ຂ້ອຍຕ້ອງການທີ່ຈະເໜືອກວ່າຄົນອື່ນທັງໝົດ. ຂ້ອຍຕ້ອງເປັນທີ່ໜຶ່ງໃນທຸກກຸ່ມ. ຂ້ອຍປະຕິເສດທີ່ຈະເປັນທີ່ສອງ ແລະ ຂ້ອຍຈະບໍ່ມີທາງເປັນລູກນ້ອງເດັດຂາດ. ຂ້ອຍຕ້ອງການເປັນຜູ້ນຳ ແລະ ມີອຳນາດຕັດສິນໃຈໃນທຸກກຸ່ມຄົນທີ່ຂ້ອຍຢູ່. ຖ້າຂ້ອຍບໍ່ມີອຳນາດຕັດສິນໃຈ, ຂ້ອຍກໍຈະພະຍາຍາມທຸກວິທີທາງທີ່ເປັນໄປໄດ້ ເພື່ອເຮັດໃຫ້ພວກເຈົ້າທຸກຄົນເຊື່ອໝັ້ນ, ເພື່ອເຮັດໃຫ້ພວກເຈົ້າທຸກຄົນຍົກຍ້ອງຂ້ອຍ ແລະ ເພື່ອເຮັດໃຫ້ພວກເຈົ້າເລືອກຂ້ອຍເປັນຜູ້ນຳ. ເມື່ອຂ້ອຍມີສະຖານະແລ້ວ, ຂ້ອຍກໍຈະມີອຳນາດຕັດສິນໃຈ, ທຸກຄົນຈະຕ້ອງເຊື່ອຟັງຂ້ອຍ. ພວກເຈົ້າຈະຕ້ອງເຮັດສິ່ງຕ່າງໆຕາມວິທີຂອງຂ້ອຍ ແລະ ພວກເຈົ້າຈະຕ້ອງຢູ່ພາຍໃຕ້ການຄວບຄຸມຂອງຂ້ອຍ”. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາກໍຈະພະຍາຍາມວາງຕົນເອງໄວ້ໃນຕຳແໜ່ງທີ່ສູງ, ໃນຕຳແໜ່ງທີ່ສຳຄັນທີ່ສຸດ. ພວກເຂົາບໍ່ມີທາງພໍໃຈກັບຕຳແໜ່ງຂອງພວກເຂົາໃນຖານະຜູ້ຕິດຕາມທຳມະດາໄດ້ເລີຍ. ແລ້ວພວກເຂົາມີຄວາມຫຼົງໄຫຼກັບສິ່ງໃດຫຼາຍທີ່ສຸດ? ມັນຄືການຍືນຢູ່ຕໍ່ໜ້າຜູ້ຄົນ ເພື່ອອອກຄຳສັ່ງ ແລະ ຕຳນິຜູ້ຄົນ, ເຮັດໃຫ້ຜູ້ຄົນເຮັດຕາມທີ່ພວກເຂົາເວົ້າ. ພວກເຂົາບໍ່ເຄີຍຄິດກ່ຽວກັບວິທີການປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ, ຍິ່ງບໍ່ຕ້ອງເວົ້າເຖິງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາຈະສະແຫວງຫາຫຼັກການຄວາມຈິງ ເພື່ອປະຕິບັດຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ໃນທາງກົງກັນຂ້າມ, ພວກເຂົາຄິດຫາວິທີທາງຢ່າງໜັກ ເພື່ອເຮັດໃຫ້ຕົນເອງໂດດເດັ່ນ, ເພື່ອເຮັດໃຫ້ຜູ້ນຳຄິດວ່າພວກເຂົາສູງສົ່ງ ແລະ ເລື່ອນຕຳແໜ່ງໃຫ້ພວກເຂົາ, ເພື່ອທີ່ພວກເຂົາເອງຈະສາມາດກາຍເປັນຜູ້ນຳ ຫຼື ຜູ້ເຮັດວຽກ ແລະ ສາມາດນຳພາຄົນອື່ນໄດ້. ນີ້ຄືສິ່ງທີ່ພວກເຂົາໃຊ້ເວລາຄິດ ແລະ ຫວັງຢູ່ໝົດມື້. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຕັມໃຈທີ່ຈະຖືກນຳພາໂດຍຄົນອື່ນ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະເປັນຜູ້ຕິດຕາມທຳມະດາ, ຍິ່ງບໍ່ຕ້ອງເວົ້າເຖິງວ່າພວກເຂົາຈະໄປປະຕິບັດໜ້າທີ່ຂອງພວກເຂົາຢ່າງງຽບໆ ໂດຍບໍ່ມີການໂອ້ອວດເລີຍ. ບໍ່ວ່າໜ້າທີ່ຂອງພວກເຂົາຈະເປັນແນວໃດກໍຕາມ, ຖ້າພວກເຂົາບໍ່ສາມາດຢູ່ແຖວໜ້າ ແລະ ເປັນຈຸດສູນກາງໄດ້, ຖ້າພວກເຂົາບໍ່ສາມາດຢູ່ເໜືອຄົນອື່ນ ແລະ ນຳພາຄົນອື່ນໄດ້, ພວກເຂົາກໍຈະພົບວ່າການປະຕິບັດໜ້າທີ່ຂອງພວກເຂົານັ້ນໜ້າເບື່ອ ແລະ ກາຍເປັນຄົນຄິດລົບ ແລະ ເລີ່ມຂີ້ຄ້ານ. ຖ້າປາສະຈາກການຍົກຍ້ອງ ຫຼື ການນະມັດສະການຈາກຄົນອື່ນ, ມັນກໍຍິ່ງໜ້າສົນໃຈໜ້ອຍລົງສຳລັບພວກເຂົາ ແລະ ພວກເຂົາກໍຍິ່ງມີຄວາມປາຖະໜາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໜ້ອຍລົງ. ແຕ່ຖ້າພວກເຂົາສາມາດຢູ່ແຖວໜ້າ ແລະ ເປັນຈຸດສູນກາງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ໄດ້ມີອຳນາດຕັດສິນໃຈ, ພວກເຂົາກໍຈະຮູ້ສຶກມີກຳລັງໃຈ ແລະ ຈະຍອມທົນທຸກກັບຄວາມຍາກລຳບາກໃດກໍຕາມ. ພວກເຂົາມີເຈດຕະນາສ່ວນຕົວໃນການປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ພວກເຂົາຕ້ອງການເຮັດໃຫ້ຕົນເອງໂດດເດັ່ນຢູ່ສະເໝີ ເພື່ອເປັນວິທີການຕອບສະໜອງຄວາມຕ້ອງການຂອງພວກເຂົາໃນການເອົາຊະນະຄົນອື່ນ ແລະ ຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາ. ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ນອກເໜືອຈາກການມັກແຂ່ງຂັນໃນທຸກດ້ານແລ້ວ, ເພື່ອໃຫ້ໂດດເດັ່ນ, ເພື່ອໃຫ້ຢູ່ຈຸດສູງສຸດ, ເພື່ອໃຫ້ຢູ່ເໜືອຄົນອື່ນ, ພວກເຂົາຍັງຄິດກ່ຽວກັບວິທີການຮັກສາສະຖານະ, ຊື່ສຽງ ແລະ ກຽດຕິຍົດໃນປັດຈຸບັນຂອງພວກເຂົາອີກດ້ວຍ. ຖ້າມີໃຜກໍຕາມທີ່ມາຄຸກຄາມສະຖານະ ຫຼື ກຽດຕິຍົດຂອງພວກເຂົາ, ພວກເຂົາກໍຈະບໍ່ຢຸດຢັ້ງ ແລະ ຈະບໍ່ປານີ ໃນການໂຄ່ນລົ້ມພວກເຂົາ ແລະ ກຳຈັດພວກເຂົາອອກໄປ. ພວກເຂົາເຖິງກັບໃຊ້ວິທີການທີ່ໜ້າລັງກຽດ ເພື່ອປາບປາມຜູ້ທີ່ສາມາດໄລ່ຕາມຄວາມຈິງ, ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈົງຮັກພັກດີ ແລະ ດ້ວຍຄວາມຮູ້ສຶກຮັບຜິດຊອບ. ພວກເຂົາຍັງເຕັມໄປດ້ວຍຄວາມອິດສາ ແລະ ຄວາມກຽດຊັງຕໍ່ອ້າຍເອື້ອຍນ້ອງທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງດີເລີດ. ພວກເຂົາໄດ້ມີຄວາມກຽດຊັງ ຕໍ່ຜູ້ທີ່ອ້າຍເອື້ອຍນ້ອງຄົນອື່ນໆທີ່ໄດ້ຮັບການສະໜັບສະໜູນ ແລະ ຍອມຮັບເປັນພິເສດ; ພວກເຂົາເຊື່ອວ່າຄົນເຊັ່ນນີ້ເປັນໄພຄຸກຄາມອັນຮ້າຍແຮງຕໍ່ສິ່ງທີ່ພວກເຂົາພະຍາຍາມໄຂວ່ຄວ້າ, ຕໍ່ຊື່ສຽງ ແລະ ສະຖານະຂອງພວກເຂົາ ແລະ ໃນຫົວໃຈຂອງພວກເຂົາ ພວກເຂົາສາບານວ່າ “ມັນຕ້ອງເປັນເຈົ້າ ຫຼື ຂ້ອຍ, ບໍ່ກໍເປັນຂ້ອຍ ຫຼື ເຈົ້າ, ບໍ່ມີບ່ອນສຳລັບພວກເຮົາທັງສອງຄົນ ແລະ ຖ້າຂ້ອຍບໍ່ໂຄ່ນລົ້ມເຈົ້າ ແລະ ກຳຈັດເຈົ້າອອກໄປ, ຂ້ອຍກໍຈະບໍ່ສາມາດທົນຢູ່ກັບຕົນເອງໄດ້!” ຕໍ່ອ້າຍເອື້ອຍນ້ອງທີ່ສະແດງຄວາມຄິດເຫັນທີ່ແຕກຕ່າງ, ຜູ້ທີ່ເປີດໂປງພວກເຂົາ ຫຼື ຜູ້ທີ່ຄຸກຄາມສະຖານະຂອງພວກເຂົາ, ພວກເຂົາຈະບໍ່ຍອມແພ້: ພວກເຂົາຄິດຫາທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ ເພື່ອຈັບຜິດພວກເຂົາ ເພື່ອທີ່ຈະພິພາກສາພວກເຂົາ ແລະ ປະນາມພວກເຂົາ, ເພື່ອທຳລາຍຊື່ສຽງຂອງພວກເຂົາ ແລະ ໂຄ່ນລົ້ມພວກເຂົາ ແລະ ພວກເຂົາຈະບໍ່ຢຸດພັກຈົນກວ່າພວກເຂົາຈະເຮັດສຳເລັດ. ພວກເຂົາມີພຽງທັດສະນະຄະຕິດຽວໃນການປະຕິບັດຕໍ່ບຸກຄົນໃດໜຶ່ງ: ຖ້າບຸກຄົນນັ້ນຄຸກຄາມສະຖານະຂອງພວກເຂົາ, ພວກເຂົາກໍຈະໂຄ່ນລົ້ມຄົນເຫຼົ່ານັ້ນ ແລະ ກຳຈັດພວກເຂົາອອກໄປ. ພັກພວກທັງໝົດຂອງພວກເຂົາລ້ວນແຕ່ເປັນຄົນທີ່ປະຈົບປະແຈງພວກເຂົາ ແລະ ບໍ່ວ່າຄົນເຫຼົ່ານີ້ຈະເຮັດສິ່ງທີ່ບໍ່ດີຫຍັງກໍຕາມ ແລະ ບໍ່ວ່າພວກເຂົາຈະສ້າງຄວາມເສຍຫາຍຫຼາຍສໍ່າໃດຕໍ່ວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະປົກປິດໃຫ້ຄົນເຫຼົ່ານັ້ນ ແລະ ປົກປ້ອງພວກເຂົາ. ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສມັກຈະຈັດການກັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງຢູ່ສະເໝີ, ຈັດການກັບອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ. ແກ່ນແທ້ຂອງການປະຕິບັດໜ້າທີ່ຂອງພວກເຂົາກໍຄື ການຕໍ່ສູ້ເພື່ອອານາຈັກທີ່ເປັນເອກະລາດຂອງພວກເຂົາ ແລະ ເພື່ອຕໍ່ສູ້ສຳລັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເອງ.

ຜູ້ຕໍ່ຕ້ານພຣະຄຣິສບາງຄົນນຳພາຄົນປະມານສິບສອງຄົນໃນທີມນ້ອຍໆ ແລະ ບາງຄົນກໍນຳພາຄົນທັງຄຣິສຕະຈັກ ຫຼື ຫຼາຍກວ່ານັ້ນ. ບໍ່ວ່າພວກເຂົາຈະນຳພາຄົນຫຼາຍສໍ່າໃດກໍຕາມ, ພວກເຂົາກໍກຳລັງຄວບຄຸມຄົນເຫຼົ່ານີ້ໄດ້ຢູ່ແລ້ວ ໃນເວລາທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາໃຊ້ອຳນາດຄືກັບກະສັດໃນທ່າມກາງຄົນເຫຼົ່ານັ້ນ. ພວກເຂົາບໍ່ສົນໃຈວ່າພຣະເຈົ້າໄດ້ປະນາມ ແລະ ລັງກຽດເລື່ອງເຊັ່ນນີ້ແນວໃດ ແລະ ສົນໃຈພຽງແຕ່ການກຳອຳນາດໃນມືຂອງພວກເຂົາໄວ້ໃຫ້ແໜ້ນ ແລະ ຄວບຄຸມຄົນເຫຼົ່ານັ້ນທີ່ຢູ່ພາຍໃຕ້ພວກເຂົາ ທີ່ພວກເຂົາສາມາດຄວບຄຸມໄດ້ຢ່າງໃກ້ຊິດ. ສະນັ້ນ, ເມື່ອຕັດສິນຈາກເຈດຕະນາ ແລະ ແຮງຈູງໃຈຂອງຜູ້ຕໍ່ຕ້ານພຣະຄຣິສໃນການປະຕິບັດໜ້າທີ່ຂອງພວກເຂົາ, ແກ່ນແທ້ຂອງພວກເຂົານັ້ນໂຫດຮ້າຍ ແລະ ຊົ່ວຊ້າ. ດັ່ງນັ້ນ ໂດຍອີງໃສ່ພຶດຕິກຳຂອງພວກເຂົາໃນເວລາທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາໄດ້ເປີດເຜີຍອຸປະນິໄສແບບໃດ? ອຸປະນິໄສຂອງພວກເຂົາກໍເປັນອຸປະນິໄສທີ່ໂຫດຮ້າຍເຊັ່ນດຽວກັນ. ອຸປະນິໄສທີ່ໂຫດຮ້າຍນີ້ມີລັກສະນະແນວໃດ? ເຖິງແມ່ນວ່າພວກເຂົາອາດຈະທົນທຸກຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໃນເວລາທີ່ປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ບໍ່ມີໜ້າທີ່ໃດທີ່ພວກເຂົາໄດ້ເຮັດຖືກເຮັດຕາມພຣະທຳຂອງພຣະເຈົ້າເລີຍ. ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານເລີຍ, ຍິ່ງບໍ່ຕ້ອງເວົ້າເຖິງການສະແຫວງຫາຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດໄວ້ສຳລັບແຕ່ລະໜ້າວຽກເລີຍ. ພວກເຂົາພຽງແຕ່ຕອບສະໜອງຄວາມມັກສ່ວນຕົວຂອງພວກເຂົາ ແລະ ຄວາມປາຖະໜາໃນອຳນາດຂອງພວກເຂົາ ພ້ອມທັງຄວາມປາຖະໜາສ່ວນຕົວຂອງພວກເຂົາທີ່ຈະເຮັດບາງສິ່ງບາງຢ່າງຢູ່ສະເໝີ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນເງື່ອນໄຂບາງຢ່າງທີ່ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າຈະເຮັດໃຫ້ພວກເຂົາສາມາດໄດ້ຮັບມົງກຸດ. ພວກເຂົາຄິດຢ່າງມີຄວາມຫວັງວ່າ: “ຖ້າຂ້ອຍພຽງແຕ່ເຮັດສິ່ງຕ່າງໆດ້ວຍວິທີນີ້, ໂດຍການຈ່າຍລາຄາ, ປະຖິ້ມ ແລະ ເສຍສະລະຕົນເອງ, ພຣະເຈົ້າຈະຕ້ອງມອບມົງກຸດໃຫ້ຂ້ອຍ ແລະ ໃຫ້ລາງວັນແກ່ຂ້ອຍໃນຕອນສຸດທ້າຍຢ່າງແນ່ນອນ!” ພວກເຂົາບໍ່ເຄີຍໃສ່ໃຈ ຫຼື ຈິງຈັງກັບຂໍ້ກຳນົດ ແລະ ຫຼັກການທີ່ຖືກເນັ້ນໜັກ ແລະ ຍົກຂຶ້ນມາເວົ້າໃຫ້ມະນຸດຊາດຊໍ້າແລ້ວຊໍ້າອີກໃນພຣະທຳຂອງພຣະເຈົ້າ; ພວກເຂົາພຽງແຕ່ຖືວ່າສິ່ງເຫຼົ່ານັ້ນເປັນພຽງຊຸດຄຳເວົ້າໜຶ່ງເທົ່ານັ້ນ. ຄວາມຄິດຂອງພວກເຂົາກໍຄື: “ບໍ່ວ່າຂໍ້ກຳນົດຂອງເຈົ້າຈະເປັນແນວໃດກໍຕາມ, ຂ້ອຍກໍບໍ່ສາມາດຜ່ອນປົນອຳນາດ ຫຼື ການໄລ່ຕາມຂອງຂ້ອຍໄດ້ ແລະ ຂ້ອຍບໍ່ສາມາດປ່ອຍວາງຄວາມປາຖະໜາ ຫຼື ຄວາມທະເຍີທະຍານຂອງຂ້ອຍໄດ້. ຖ້າຂ້ອຍບໍ່ມີສິ່ງເຫຼົ່ານີ້, ແລ້ວຂ້ອຍຈະມີແຮງຂັບເຄື່ອນ ຫຼື ແຮງຈູງໃຈຫຍັງໃນການປະຕິບັດໜ້າທີ່ຂອງຂ້ອຍ?” ສິ່ງເຫຼົ່ານີ້ຄືການສະແດງອອກບາງຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສໃນເວລາທີ່ປະຕິບັດໜ້າທີ່ຂອງພວກເຂົາ. ບໍ່ວ່າພຣະທຳຂອງພຣະເຈົ້າຈະກ່າວແນວໃດ ແລະ ບໍ່ວ່າມາດຕະຖານທີ່ຈຳເປັນ ແລະ ຫຼັກການທີ່ເບື້ອງເທິງມີສຳລັບໜ້າວຽກຕ່າງໆຈະເປັນແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຟັງ ແລະ ບໍ່ໃສ່ໃຈ. ບໍ່ວ່າຄຳເວົ້າຂອງເບື້ອງເທິງຈະສະເພາະເຈາະຈົງສໍ່າໃດ, ບໍ່ວ່າຂໍ້ກຳນົດກ່ຽວກັບວຽກງານດ້ານນີ້ຈະເຂັ້ມງວດສໍ່າໃດກໍຕາມ, ພວກເຂົາກໍທຳທ່າບໍ່ໄດ້ຍິນ ຫຼື ບໍ່ເຂົ້າໃຈ ແລະ ພວກເຂົາກໍຍັງຄົງກະທຳການໂດຍບໍ່ຄິດໃຫ້ດີ, ເຮັດຕາມອຳເພີໃຈ ແລະ ວາງອຳນາດບາດໃຫຍ່ຢູ່ເບື້ອງລຸ່ມ, ໂດຍເຮັດສິ່ງຕ່າງໆຕາມເຈດຕະນາຂອງພວກເຂົາເອງ. ພວກເຂົາເຊື່ອວ່າ ຖ້າພວກເຂົາເຮັດສິ່ງຕ່າງໆຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຕາມວິທີການທີ່ເບື້ອງເທິງໄດ້ຮຽກຮ້ອງ, ພວກເຂົາກໍຈະສູນເສຍສະຖານະຂອງພວກເຂົາ ແລະ ອຳນາດທີ່ພວກເຂົາກຳໄວ້ກໍຈະຖືກໂອນຍ້າຍ ແລະ ຖືກຍຸບເລີກ. ພວກເຂົາເຊື່ອວ່າ ການເຮັດສິ່ງຕ່າງໆຕາມຄວາມຈິງ ແລະ ຕາມຂໍ້ກຳນົດໃນພຣະທຳຂອງພຣະເຈົ້າເປັນການໂຈມຕີ ແລະ ການຍຶດເອົາອຳນາດຂອງພວກເຂົາໄປຢ່າງແນບນຽນ, ມັນເປັນການໂຈມຕີຊື່ສຽງສ່ວນຕົວຂອງພວກເຂົາ. ພວກເຂົາຄິດວ່າ: “ຂ້ອຍບໍ່ໄດ້ໂງ່ຂະໜາດນັ້ນ. ຖ້າຂ້ອຍຍອມຮັບຄວາມຄິດເຫັນຂອງພວກເຈົ້າ, ຂ້ອຍຈະບໍ່ເບິ່ງຄືຄົນທີ່ໄຮ້ຄວາມສາມາດ ແລະ ຂາດຄວາມສາມາດພິເສດໃນການເປັນຜູ້ນຳບໍ? ຖ້າຂ້ອຍຍອມຮັບຄວາມຄິດເຫັນຂອງພວກເຈົ້າ, ຖ້າຂ້ອຍຍອມຮັບວ່າຂ້ອຍຜິດ, ແລ້ວອ້າຍເອື້ອຍນ້ອງຂອງຂ້ອຍຈະຍັງຟັງຂ້ອຍຢູ່ບໍໃນພາຍຫຼັງ? ຂ້ອຍຈະຍັງມີກຽດສັກສີຢູ່ບໍ? ຖ້າຂ້ອຍເຮັດສິ່ງຕ່າງໆຕາມຂໍ້ກຳນົດຂອງເບື້ອງເທິງ, ຂ້ອຍຈະບໍ່ສູນເສຍໂອກາດທີ່ຈະໄດ້ໂອ້ອວດຕົນເອງບໍ? ແລ້ວອ້າຍເອື້ອຍນ້ອງຂອງຂ້ອຍຈະຍັງນະມັດສະການຂ້ອຍຢູ່ບໍ? ພວກເຂົາຈະຍັງຟັງສິ່ງທີ່ຂ້ອຍເວົ້າຢູ່ບໍ? ຖ້າບໍ່ມີໃຜໃນພວກເຂົາຟັງສິ່ງທີ່ຂ້ອຍເວົ້າ, ແລ້ວການປະຕິບັດໜ້າທີ່ນີ້ຈະມີປະໂຫຍດຫຍັງ? ຂ້ອຍຈະຍັງເຮັດວຽກນີ້ໄດ້ແນວໃດ? ຖ້າຂ້ອຍບໍ່ມີສິດອຳນາດໃນກຸ່ມ ແລະ ກຽດສັກສີຂອງຂ້ອຍກໍຫຼຸດລົງ ແລະ ຖ້າພວກເຂົາທຸກຄົນຟັງພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມຫຼັກການຄວາມຈິງ, ແລ້ວການເປັນຜູ້ນຳຂອງຂ້ອຍຈະບໍ່ໄຮ້ຄວາມໝາຍບໍ? ຂ້ອຍຈະບໍ່ກາຍເປັນຫຸ່ນເຊີດບໍ? ແລ້ວຂ້ອຍຈະມີຄວາມກະຕືລືລົ້ນຫຍັງໃນການເຮັດສິ່ງເຫຼົ່ານີ້? ຖ້າຄວາມເປັນຜູ້ນຳຂອງຂ້ອຍວ່າງເປົ່າ ແລະ ທຸກສິ່ງທີ່ຂ້ອຍເຮັດລ້ວນແຕ່ໄຮ້ຄວາມໝາຍ, ແລ້ວຂ້ອຍຈະຍັງມີໂອກາດໃນອະນາຄົດໃດໜຶ່ງຢູ່ບໍ?” ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຕ້ອງການກໍຄືການຖືກຈັດວາງໃຫ້ຢູ່ເໜືອຄົນອື່ນໆທັງໝົດໃນກຸ່ມໃດກໍຕາມ, ເພື່ອໃຫ້ໄດ້ຮັບມົງກຸດ ແລະ ລາງວັນເປັນການຕອບແທນໃນອະນາຄົດ. ພວກເຂົາເຊື່ອວ່າ ຕາບໃດທີ່ພວກເຂົາກາຍເປັນບຸກຄົນທີ່ໂດດເດັ່ນ ແລະ ເປັນຜູ້ນຳຂອງຄົນອື່ນໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາກໍຈະມີສິດໄດ້ຮັບມົງກຸດໃນອະນາຄົດເປັນການຕອບແທນ ແລະ ໄດ້ຮັບພອນອັນຍິ່ງໃຫຍ່ໃນອະນາຄົດ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ຜ່ອນປົນອຳນາດທີ່ພວກເຂົາກຳໄວ້ໃນເວລາໃດກໍຕາມ ແລະ ຈະບໍ່ຫຼຸດຜ່ອນຄວາມລະມັດລະວັງຂອງພວກເຂົາພາຍໃຕ້ສະຖານະການໃດກໍຕາມ. ພວກເຂົາຢ້ານວ່າ ຖ້າພວກເຂົາຫຼຸດການປ້ອງກັນລົງແມ່ນແຕ່ໜ້ອຍດຽວ, ອຳນາດໃນມືຂອງພວກເຂົາກໍຈະຖືກຍຶດໄປ ຫຼື ຖືກເຮັດໃຫ້ອ່ອນແອລົງ. ໃນເວລາທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ໄດ້ເຮັດມັນຢ່າງສຸດຄວາມສາມາດໃນຕຳແໜ່ງຂອງພວກເຂົາເອງ, ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ເປັນພະຍານໃຫ້ກັບພຣະເຈົ້າຕາມຫຼັກການແຫ່ງພຣະທຳຂອງພຣະເຈົ້າ ແລະ ຕາມຂໍ້ກຳນົດຂອງພຣະອົງ. ໃນທາງກົງກັນຂ້າມ, ພວກເຂົາໃຊ້ໂອກາດເຊັ່ນນີ້ ເພື່ອກຳມົງກຸດທີ່ພວກເຂົາເຊື່ອວ່າພວກເຂົາກຳລັງຈະໄດ້ຮັບນັ້ນໄວ້ໃຫ້ແໜ້ນ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສບາງຄົນຈະສາມາດປະຕິບັດຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ໃນຖານະທີ່ເປັນຊຸດກົດລະບຽບໜຶ່ງ, ສິ່ງນັ້ນກໍຍັງບໍ່ສາມາດສະແດງໃຫ້ເຫັນວ່າ ພວກເຂົາເປັນຄົນທີ່ຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ. ເຫດຜົນທີ່ຢູ່ເບື້ອງຫຼັງສິ່ງນີ້ແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນ, ໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ຕ້ອງການຍຶດອຳນາດ ແລະ ຕອບສະໜອງຄວາມປາຖະໜາໃນອຳນາດຂອງພວກເຂົາຢູ່ສະເໝີ ແລະ ຕ້ອງການມີສະຖານະ ແລະ ສັ່ງສອນຜູ້ຄົນ ແລະ ສັ່ງການພວກເຂົາຈາກຕຳແໜ່ງທີ່ມີສະຖານະຢູ່ສະເໝີ. ແຕ່ຜູ້ຕໍ່ຕ້ານພຣະຄຣິສບາງຄົນນັ້ນແຕກຕ່າງອອກໄປ ແລະ ມີຄວາມກັງວົນໃນລັກສະນະນີ້: “ນົກທີ່ໂຜ່ຫົວອອກມາແມ່ນນົກທີ່ຈະຖືກຍິງ. ນັ້ນໝາຍຄວາມວ່າຜູ້ໃດທີ່ສະເໜີໜ້າອອກມາ ແລະ ເຮັດຜິດພາດກໍຈະຕ້ອງທົນທຸກ. ຂ້ອຍຈະບໍ່ເປັນຄົນໂງ່ເຊັ່ນນີ້. ບໍ່ວ່າຂ້ອຍຈະມີຄວາມສາມາດສໍ່າໃດກໍຕາມ, ຂ້ອຍຈະທຸ້ມເທພຽງແຕ່ສາມສິບເປີເຊັນ ແລະ ຂ້ອຍຈະເກັບອີກເຈັດສິບເປີເຊັນໄວ້ສຳລັບຕົວຂ້ອຍເອງ ເພື່ອເປັນທາງເລືອກສຳຮອງ, ຂ້ອຍຕ້ອງຢັບຢັ້ງໄວ້ໜ້ອຍໜຶ່ງ. ບໍ່ວ່າເຮືອນຂອງພຣະເຈົ້າຈະເວົ້າ ຫຼື ຮຽກຮ້ອງຫຍັງຈາກຂ້ອຍ, ຂ້ອຍກໍຈະເຫັນດີນຳຢ່າງຜິວເຜີນ ແລະ ຂ້ອຍຈະບໍ່ເປັນຄົນທີ່ຂັດຂວາງ ແລະ ລົບກວນ. ຜູ້ໃດທີ່ນຳພາ, ຂ້ອຍກໍຈະຕິດຕາມ ແລະ ຂ້ອຍຈະເຫັນດີນຳທຸກສິ່ງທີ່ພວກເຂົາເວົ້າ. ຂ້ອຍຈະບໍ່ເປັນຫຍັງຕາບໃດທີ່ຂ້ອຍຍຶດໝັ້ນກັບກົດລະບຽບທີ່ເບື້ອງເທິງມອບໃຫ້ ແລະ ບໍ່ລະເມີດກົດລະບຽບເຫຼົ່ານັ້ນ. ສຳລັບການອຸທິດຄວາມຈົງຮັກພັກດີຂອງຂ້ອຍຕໍ່ພຣະເຈົ້າ ແລະ ການເສຍສະລະຕົນເອງເພື່ອພຣະອົງຢ່າງຈິງໃຈນັ້ນ, ມັນບໍ່ມີຄວາມຈຳເປັນຕ້ອງມີສິ່ງເຫຼົ່ານີ້. ຂ້ອຍຈະທຸ້ມເທຄວາມພະຍາຍາມເລັກນ້ອຍໃນການປະຕິບັດໜ້າທີ່ຂອງຂ້ອຍ, ການເຮັດພຽງພໍດີກໍຖືວ່າເປັນສິ່ງທີ່ຍອມຮັບໄດ້ແລ້ວ ແລະ ຂ້ອຍຈະບໍ່ເປັນຄົນໂງ່. ບໍ່ວ່າຂ້ອຍຈະເຮັດຫຍັງກໍຕາມ, ຂ້ອຍຈຳເປັນຕ້ອງໄດ້ຢັບຢັ້ງໄວ້ໜ້ອຍໜຶ່ງ ເພື່ອຫຼີກລ່ຽງການບໍ່ໄດ້ຮັບຫຍັງເລີຍ ແລະ ໃນທີ່ສຸດກໍບໍ່ເຫຼືອຫຍັງເລີຍໃນຄວາມພະຍາຍາມທັງໝົດນີ້”. ຜູ້ຕໍ່ຕ້ານພຣະຄຣິສປະເພດນີ້ເຊື່ອວ່າ ມັນເປັນເລື່ອງໂງ່ຈ້າສຳລັບຄົນອື່ນທີ່ຈະມາຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ສະເໜີໜ້າອອກມາ ເພື່ອແກ້ໄຂບັນຫາຢູ່ສະເໝີ ແລະ ພວກເຂົາເອງກໍຕ້ອງບໍ່ເປັນຄົນໂງ່ເຊັ່ນນີ້. ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ວ່າຖ້າຄົນໃດໜຶ່ງໄລ່ຕາມສະຖານະ ແລະ ຈັດການອຳນາດຂອງພວກເຂົາເອງ, ບໍ່ຊ້າກໍໄວພວກເຂົາກໍຈະຖືກເປີດໂປງ, ແຕ່ເພື່ອປະຕິບັດຄວາມຈິງ ພວກເຂົາຕ້ອງຈ່າຍລາຄາ, ໃຊ້ຄວາມພະຍາຍາມ, ມອບຄວາມຈິງໃຈຂອງພວກເຂົາ ແລະ ຕ້ອງມີຄວາມຈົງຮັກພັກດີ. ພວກເຂົາຈະຕ້ອງທົນທຸກຕໍ່ຄວາມຍາກລຳບາກຫຼາຍຢ່າງ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະເຮັດເຊັ່ນນັ້ນ. ພວກເຂົານຳໃຊ້ວິທີການປະນີປະນອມ, ບໍ່ສະເໜີໜ້າອອກມາ ແລະ ບໍ່ຖອຍຫຼັງ, ໂດຍຍ່າງຕາມທາງສາຍກາງ. ພວກເຂົາເຊື່ອວ່າ: “ຂ້ອຍຈະເຮັດທຸກຢ່າງທີ່ຖືກຂໍໃຫ້ເຮັດ. ຂ້ອຍພຽງແຕ່ຈະເຮັດພໍເປັນພິທີແລ້ວກໍໃຫ້ມັນຈົບໆໄປ ແລະ ຖ້າຂ້ອຍຖືກຂໍໃຫ້ເຮັດໃຫ້ດີກວ່ານີ້, ຂ້ອຍກໍຈະບໍ່ເຮັດ. ເພື່ອເຮັດໃຫ້ດີຂຶ້ນ, ຂ້ອຍຈະຕ້ອງຈ່າຍລາຄາທີ່ສູງຂຶ້ນ ແລະ ກວດສອບເອກະສານຫຼາຍຂຶ້ນ, ມັນຄົງຈະອິດເມື່ອຍຫຼາຍ! ຖ້າພຣະເຈົ້າຈະໃຫ້ລາງວັນພິເສດແກ່ຂ້ອຍສຳລັບການເຮັດແບບນັ້ນກໍຍຸຕິທຳດີ, ແຕ່ພຣະທຳຂອງພຣະເຈົ້າເບິ່ງຄືວ່າບໍ່ໄດ້ກ່າວຫຍັງກ່ຽວກັບການໄດ້ຮັບລາງວັນພິເສດເລີຍ. ເມື່ອເປັນແນວນີ້, ຂ້ອຍກໍບໍ່ຈຳເປັນຕ້ອງທົນທຸກ ແລະ ເຮັດໃຫ້ຕົນເອງອິດເມື່ອຍ; ມັນຈະດີກວ່າຖ້າເຮັດແບບສະບາຍໆ”. ຄົນເຊັ່ນນີ້ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ບໍ? ພວກເຂົາສາມາດໄດ້ຮັບຄວາມຈິງບໍ? ຜູ້ທີ່ບໍ່ພະຍາຍາມກ້າວໄປສູ່ຄວາມຈິງ ແຕ່ພັດເຮັດພໍແລ້ວມືແລ້ວຕີນ ຫຼື ຄິດໃນແງ່ລົບ ແລະ ຂີ້ຄ້ານໃນການເຮັດວຽກງານຂອງພວກເຂົາສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ.

ການສະແດງອອກທີ່ຊັດເຈນທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ກ່ອນອື່ນໝົດ, ພວກເຂົາບໍ່ຍອມຮັບຄວາມຈິງ, ເຊິ່ງເປັນສິ່ງທີ່ທຸກຄົນສາມາດເຫັນໄດ້. ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບຄຳແນະນຳຂອງຄົນອື່ນເທົ່ານັ້ນ, ແຕ່ທີ່ສຳຄັນທີ່ສຸດກໍຄື ພວກເຂົາຍັງບໍ່ຍອມຮັບການຖືກລິຮານອີກດ້ວຍ. ມັນເປັນສິ່ງແນ່ນອນໂດຍບໍ່ຕ້ອງສົງໄສເລີຍວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງ; ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້ ພວກເຂົາກໍຈະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຍັງປະຕິບັດໜ້າທີ່ຂອງພວກເຂົາຢູ່? ເຈດຕະນາທີ່ແທ້ຈິງຂອງພວກເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາແມ່ນຫຍັງກັນແທ້? ມັນກໍເພື່ອ “ນໍາເອົາຮ້ອຍເທົ່າໃນຊີວິດນີ້ມາໃຫ້ຂ້ອຍ, ຊີວິດອໍາມະຕະໃນໂລກທີ່ຈະມາເຖິງ”. ພວກເຂົາກຳລັງເຮັດຕາມຄຳເວົ້ານີ້ຢ່າງສິ້ນເຊີງໃນໜ້າທີ່ຂອງພວກເຂົາ. ນີ້ບໍ່ແມ່ນການແລກປ່ຽນບໍ? ນີ້ແມ່ນການແລກປ່ຽນຢ່າງແນ່ນອນ. ເມື່ອຕັດສິນຈາກທຳມະຊາດຂອງການແລກປ່ຽນນີ້, ນີ້ບໍ່ແມ່ນອຸປະນິໄສທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ແລ້ວພວກເຂົາຊົ່ວຊ້າໃນດ້ານໃດ? ມີໃຜສາມາດບອກເຮົາໄດ້ບໍ? (ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະໄດ້ຍິນຄວາມຈິງຫຼາຍຢ່າງທີ່ພຣະເຈົ້າໄດ້ສະແດງອອກມາ, ພວກເຂົາກໍບໍ່ເຄີຍໄລ່ຕາມຄວາມຈິງເຫຼົ່ານັ້ນເລີຍ. ພວກເຂົາຍຶດໝັ້ນກັບສະຖານະຂອງພວກເຂົາຢ່າງໜັກແໜ້ນ ແລະ ບໍ່ຍອມປ່ອຍວາງ, ພຽງແຕ່ປະຕິບັດໜ້າທີ່ຂອງພວກເຂົາ ເພື່ອຜົນປະໂຫຍດສ່ວນຕົວ ແລະ ເພື່ອໃຊ້ອຳນາດເໜືອຄົນອື່ນ.) ຄຳຕອບນັ້ນກໍຂ້ອນຂ້າງຖືກຕ້ອງ, ພວກເຈົ້າກໍພໍເຂົ້າໃຈແລ້ວ, ແຕ່ມັນຍັງບໍ່ໄດ້ສະເພາະເຈາະຈົງພຽງພໍ. ຖ້າພວກເຂົາຮູ້ດີຢູ່ແລ້ວວ່າມັນຜິດທີ່ຈະເຮັດການແລກປ່ຽນກັບພຣະເຈົ້າ, ແຕ່ກໍຍັງຄົງດື້ດ້ານຈົນເຖິງທີ່ສຸດ ແລະ ປະຕິເສດທີ່ຈະກັບໃຈ, ຄັນຊັ້ນບັນຫານີ້ກໍຖືວ່າຮ້າຍແຮງ. ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍເຈດຕະນາທີ່ຈະໄດ້ຮັບພອນ. ພວກເຂົາທຸກຄົນຕ້ອງການໃຊ້ການປະຕິບັດໜ້າທີ່ຂອງພວກເຂົາເພື່ອໃຫ້ໄດ້ຮັບລາງວັນ ແລະ ໄດ້ຮັບມົງກຸດ ແລະ ພວກເຂົາບໍ່ເຂົ້າໃຈຄວາມສຳຄັນຂອງການປະຕິບັດໜ້າທີ່ຂອງຕົນ. ບັນຫານີ້ຈຳເປັນຕ້ອງໄດ້ຮັບການໂອ້ລົມຢ່າງຊັດເຈນ. ສະນັ້ນ, ກ່ອນອື່ນ ໃຫ້ພວກເຮົາເວົ້າກ່ຽວກັບວ່າ ໜ້າທີ່ຂອງຜູ້ຄົນເກີດຂຶ້ນມາໄດ້ແນວໃດ. ພຣະເຈົ້າຊົງເຮັດວຽກເພື່ອຄຸ້ມຄອງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ດັ່ງນັ້ນ ແນ່ນອນວ່າພຣະອົງຍ່ອມມີຂໍ້ກຳນົດຕໍ່ຜູ້ຄົນ. ຂໍ້ກຳນົດເຫຼົ່ານີ້ຄືໜ້າທີ່ຂອງພວກເຂົາ. ເປັນທີ່ຊັດເຈນວ່າ ໜ້າທີ່ຂອງມະນຸດນັ້ນເກີດຂຶ້ນຈາກພາລະກິດຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງທີ່ມີຕໍ່ມະນຸດຊາດ. ບໍ່ວ່າໃຜຈະປະຕິບັດໜ້າທີ່ໃດກໍຕາມ ມັນກໍເປັນສິ່ງທີ່ເໝາະສົມທີ່ສຸດ ແລະ ເປັນສິ່ງທີ່ສວຍງາມ ແລະ ເປັນທຳທີ່ສຸດໃນບັນດາມະນຸດຊາດ. ໃນຖານະທີ່ເປັນສິ່ງທີ່ຖືກສ້າງ ຜູ້ຄົນຄວນຈະປະຕິບັດໜ້າທີ່ຂອງຕົນ ແລະ ມີແຕ່ຕອນນັ້ນເທົ່ານັ້ນພວກເຂົາຈຶ່ງຈະສາມາດໄດ້ຮັບການຮັບຮອງຈາກພຣະຜູ້ສ້າງ. ສິ່ງທີ່ຖືກສ້າງດຳລົງຊີວິດຢູ່ພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງ ແລະ ພວກເຂົາກໍຍອມຮັບທຸກສິ່ງທີ່ພຣະເຈົ້າມອບໃຫ້ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າ. ສະນັ້ນ, ພວກເຂົາຄວນປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງພວກເຂົາໃຫ້ສຳເລັດ. ສິ່ງນີ້ເປັນທຳມະຊາດ ແລະ ສົມເຫດສົມຜົນໂດຍສົມບູນ ແລະ ຖືກກຳນົດໄວ້ໂດຍພຣະເຈົ້າ. ຈາກສິ່ງນີ້ສາມາດເຫັນໄດ້ວ່າ ສຳລັບຜູ້ຄົນແລ້ວ ການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງນັ້ນເປັນທຳ, ສວຍງາມ ແລະ ສູງສົ່ງກວ່າສິ່ງອື່ນໃດທີ່ເຮັດໃນຂະນະທີ່ດຳລົງຊີວິດຢູ່ໃນໂລກມະນຸດນີ້; ບໍ່ມີສິ່ງໃດໃນບັນດາມະນຸດຊາດທີ່ມີຄວາມໝາຍ ຫຼື ມີຄຸນຄ່າຫຼາຍໄປກວ່ານີ້ ແລະ ບໍ່ມີສິ່ງໃດທີ່ນຳເອົາຄວາມໝາຍ ແລະ ຄຸນຄ່າທີ່ຍິ່ງໃຫຍ່ກວ່າມາສູ່ຊີວິດຂອງຄົນທີ່ຖືກສ້າງ, ຫຼາຍໄປກວ່າການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ເທິງແຜ່ນດິນໂລກ, ມີພຽງແຕ່ກຸ່ມຄົນທີ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຢ່າງແທ້ຈິງ ແລະ ຈິງໃຈເທົ່ານັ້ນ ທີ່ເປັນຜູ້ທີ່ອ່ອນນ້ອມຕໍ່ພຣະຜູ້ສ້າງ. ກຸ່ມຄົນນີ້ບໍ່ໄດ້ເຮັດຕາມກະແສຂອງໂລກ; ພວກເຂົາອ່ອນນ້ອມຕໍ່ການນຳພາ ແລະ ການຊີ້ນຳຂອງພຣະເຈົ້າ, ຟັງພຽງແຕ່ພຣະທຳຂອງພຣະຜູ້ສ້າງ, ຍອມຮັບຄວາມຈິງທີ່ພຣະຜູ້ສ້າງໄດ້ສະແດງອອກມາ ແລະ ດຳລົງຊີວິດໂດຍພຣະທຳຂອງພຣະຜູ້ສ້າງ. ນີ້ຄືຄຳພະຍານທີ່ແທ້ຈິງທີ່ສຸດ, ດັງກ້ອງກັງວານທີ່ສຸດ ແລະ ມັນເປັນຄຳພະຍານທີ່ດີທີ່ສຸດຂອງຄວາມເຊື່ອໃນພຣະເຈົ້າ. ການທີ່ສິ່ງທີ່ຖືກສ້າງສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ສາມາດປະຕິບັດຕາມພຣະຜູ້ສ້າງໄດ້, ເປັນສິ່ງທີ່ສວຍງາມທີ່ສຸດໃນບັນດາມະນຸດຊາດ ແລະ ເປັນສິ່ງທີ່ຄວນຖືກເຜີຍແຜ່ໃນທ່າມກາງພວກເຂົາ ເພື່ອເປັນເລື່ອງລາວທີ່ໜ້າຍົກຍ້ອງສັນລະເສີນ. ສິ່ງໃດກໍຕາມທີ່ພຣະຜູ້ສ້າງມອບໝາຍໃຫ້ກັບສິ່ງທີ່ຖືກສ້າງ ຄວນໄດ້ຮັບການຍອມຮັບຈາກພວກເຂົາຢ່າງບໍ່ມີເງື່ອນໄຂ; ສຳລັບມະນຸດຊາດແລ້ວ, ສິ່ງນີ້ເປັນທັງຄວາມສຸກ ແລະ ສິດທິພິເສດ ແລະ ສຳລັບທຸກຄົນທີ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ບໍ່ມີສິ່ງໃດທີ່ສວຍງາມ ຫຼື ຄຸ້ມຄ່າແກ່ການຈົດຈຳໄປກວ່ານີ້ອີກແລ້ວ, ມັນເປັນສິ່ງທີ່ດີ. ສຳລັບວິທີທີ່ພຣະຜູ້ສ້າງປະຕິບັດຕໍ່ຜູ້ທີ່ສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ສິ່ງທີ່ພຣະອົງໄດ້ສັນຍາກັບຄົນເຫຼົ່ານັ້ນ, ສິ່ງນີ້ເປັນເລື່ອງຂອງພຣະຜູ້ສ້າງ; ມັນບໍ່ແມ່ນວຽກຂອງມະນຸດຊາດທີ່ຖືກສ້າງມາ. ເວົ້າໃຫ້ຊັດເຈນ ແລະ ເຂົ້າໃຈງ່າຍຂຶ້ນກໍຄື ສິ່ງນີ້ຂຶ້ນຢູ່ກັບພຣະເຈົ້າ ແລະ ຜູ້ຄົນບໍ່ມີສິດທີ່ຈະເຂົ້າໄປແຊກແຊງ. ເຈົ້າຈະໄດ້ຮັບທຸກສິ່ງທີ່ພຣະເຈົ້າມອບໃຫ້ເຈົ້າ ແລະ ຖ້າພຣະອົງບໍ່ໄດ້ມອບຫຍັງໃຫ້ເຈົ້າເລີຍ, ເຈົ້າກໍບໍ່ມີສິດເວົ້າຫຍັງກ່ຽວກັບເລື່ອງນີ້. ເມື່ອສິ່ງທີ່ຖືກສ້າງຍອມຮັບພຣະບັນຊາຂອງພຣະເຈົ້າ ແລະ ຮ່ວມມືກັບພຣະຜູ້ສ້າງ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້, ສິ່ງນີ້ບໍ່ແມ່ນການແລກປ່ຽນ ຫຼື ການຄ້າຂາຍ; ຜູ້ຄົນບໍ່ຄວນພະຍາຍາມເອົາການສະແດງອອກທາງທັດສະນະຄະຕິ ຫຼື ການກະທຳ ແລະ ພຶດຕິກຳ ໄປແລກກັບຄຳສັນຍາ ຫຼື ພອນໃດໜຶ່ງຈາກພຣະເຈົ້າ. ເມື່ອພຣະຜູ້ສ້າງມອບໝາຍວຽກງານນີ້ໃຫ້ກັບພວກເຈົ້າ, ມັນກໍເປັນສິ່ງທີ່ຖືກຕ້ອງ ແລະ ເໝາະສົມແລ້ວທີ່ໃນຖານະສິ່ງທີ່ຖືກສ້າງ ພວກເຈົ້າຈະຍອມຮັບໜ້າທີ່ ແລະ ພຣະບັນຊາເຫຼົ່ານີ້. ມີສິ່ງໃດທີ່ເປັນການແລກປ່ຽນກ່ຽວກັບເລື່ອງນີ້ບໍ? (ບໍ່ມີ.) ໃນດ້ານຂອງພຣະຜູ້ສ້າງ, ພຣະອົງເຕັມໃຈທີ່ຈະມອບໝາຍໜ້າທີ່ທີ່ຄົນໆໜຶ່ງຄວນປະຕິບັດໃຫ້ກັບພວກເຈົ້າແຕ່ລະຄົນ ແລະ ໃນດ້ານຂອງມະນຸດຊາດທີ່ຖືກສ້າງມາ, ຜູ້ຄົນຄວນຍິນດີຍອມຮັບໜ້າທີ່ເຫຼົ່ານີ້, ໂດຍຖືວ່າສິ່ງເຫຼົ່ານັ້ນເປັນພັນທະໃນຊີວິດຂອງພວກເຂົາ, ເປັນຄຸນຄ່າທີ່ພວກເຂົາຄວນປະຕິບັດໃນຊີວິດນີ້. ບໍ່ມີການແລກປ່ຽນຢູ່ໃນທີ່ນີ້, ນີ້ບໍ່ແມ່ນການແລກປ່ຽນທີ່ເທົ່າທຽມກັນ, ຍິ່ງບໍ່ຕ້ອງເວົ້າວ່າມັນຈະກ່ຽວຂ້ອງກັບລາງວັນໃດໜຶ່ງ ຫຼື ຄຳກ່າວອື່ນໆທີ່ຜູ້ຄົນຈິນຕະນາການເລີຍ. ນີ້ບໍ່ແມ່ນການແລກປ່ຽນຢ່າງແນ່ນອນ; ມັນບໍ່ແມ່ນເລື່ອງຂອງການແລກປ່ຽນລາຄາທີ່ຜູ້ຄົນຈ່າຍ ຫຼື ການເຮັດວຽກໜັກທີ່ພວກເຂົາໄດ້ມອບໃຫ້ ໃນເວລາປະຕິບັດໜ້າທີ່ຂອງພວກເຂົາ ໄປແລກປ່ຽນກັບສິ່ງອື່ນ. ພຣະເຈົ້າບໍ່ເຄີຍກ່າວແບບນັ້ນ ແລະ ຜູ້ຄົນກໍບໍ່ຄວນເຂົ້າໃຈໃນລັກສະນະນັ້ນ. ພຣະຜູ້ສ້າງມອບພຣະບັນຊາໃຫ້ກັບມະນຸດຊາດ ແລະ ສິ່ງທີ່ຖືກສ້າງ, ເມື່ອໄດ້ຍອມຮັບພຣະບັນຊາທີ່ພຣະເຈົ້າມອບໃຫ້ພວກເຂົາຈາກພຣະຜູ້ສ້າງແລ້ວ, ກໍຍ່ອມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາ. ໃນເລື່ອງນີ້, ໃນຂະບວນການນີ້, ບໍ່ມີສິ່ງໃດທີ່ເປັນການແລກປ່ຽນ; ມັນເປັນສິ່ງທີ່ຂ້ອນຂ້າງຮຽບງ່າຍ ແລະ ເໝາະສົມ. ມັນກໍຄືກັນກັບພໍ່ແມ່, ຜູ້ທີ່ຫຼັງຈາກໃຫ້ກຳເນີດລູກຂອງພວກເຂົາແລ້ວ, ກໍລ້ຽງດູພວກເຂົາໂດຍບໍ່ມີເງື່ອນໄຂ ຫຼື ຄຳຈົ່ມວ່າ. ສຳລັບເລື່ອງທີ່ວ່າລູກຈະເຕີບໃຫຍ່ຂຶ້ນມາເປັນຄົນກະຕັນຍູ ຫຼື ບໍ່ນັ້ນ, ນັບຕັ້ງແຕ່ມື້ທີ່ພວກເຂົາເກີດມາ, ພໍ່ແມ່ຂອງພວກເຂົາກໍບໍ່ມີຂໍ້ກຳນົດເຊັ່ນນີ້. ບໍ່ມີພໍ່ແມ່ຄົນໃດທີ່ຫຼັງຈາກໃຫ້ກຳເນີດລູກແລ້ວຈະເວົ້າວ່າ “ຂ້ອຍລ້ຽງດູພວກເຂົາກໍເພື່ອໃຫ້ພວກເຂົາຮັບໃຊ້ ແລະ ໃຫ້ກຽດຂ້ອຍໃນອະນາຄົດເທົ່ານັ້ນ. ຖ້າພວກເຂົາບໍ່ໃຫ້ກຽດຂ້ອຍ, ຂ້ອຍກໍຈະບີບຄໍພວກເຂົາໃຫ້ຕາຍດຽວນີ້ເລີຍ”. ບໍ່ມີພໍ່ແມ່ຄົນໃດທີ່ເປັນແບບນີ້. ສະນັ້ນ, ເມື່ອຕັດສິນຈາກວິທີທີ່ພໍ່ແມ່ລ້ຽງດູລູກຂອງພວກເຂົາ, ມັນເປັນພັນທະ, ເປັນຄວາມຮັບຜິດຊອບແມ່ນບໍ່? (ແມ່ນແລ້ວ.) ພໍ່ແມ່ຈະສືບຕໍ່ລ້ຽງດູລູກຂອງພວກເຂົາ, ບໍ່ວ່າພວກເຂົາຈະກະຕັນຍູ ຫຼື ບໍ່ກໍຕາມ ແລະ ບໍ່ວ່າຈະມີຄວາມຍາກລຳບາກໃດກໍຕາມ, ພໍ່ແມ່ກໍຈະລ້ຽງດູພວກເຂົາຈົນກວ່າຈະເປັນຜູ້ໃຫຍ່ ແລະ ຂໍໃຫ້ພວກເຂົາໄດ້ຮັບໃນສິ່ງທີ່ດີທີ່ສຸດ. ບໍ່ມີສິ່ງໃດທີ່ເປັນເງື່ອນໄຂ ຫຼື ເປັນການແລກປ່ຽນໃນຄວາມຮັບຜິດຊອບ ແລະ ພັນທະນີ້ທີ່ພໍ່ແມ່ມີຕໍ່ລູກຂອງພວກເຂົາ. ຜູ້ທີ່ມີປະສົບການທີ່ກ່ຽວຂ້ອງຄວນຈະສາມາດເຂົ້າໃຈສິ່ງນີ້ໄດ້. ພໍ່ແມ່ສ່ວນໃຫຍ່ບໍ່ໄດ້ມີມາດຕະຖານທີ່ຈຳເປັນສຳລັບການທີ່ລູກຂອງພວກເຂົາຈະກະຕັນຍູ ຫຼື ບໍ່. ຖ້າລູກຂອງພວກເຂົາກະຕັນຍູ, ພວກເຂົາກໍຈະເບີກບານໃຈຫຼາຍຂຶ້ນເລັກໜ້ອຍ ແລະ ພວກເຂົາກໍຈະມີຄວາມສຸກຫຼາຍຂຶ້ນໜ້ອຍໜຶ່ງໃນຍາມທີ່ພວກເຂົາເຖົ້າແກ່. ຖ້າລູກຂອງພວກເຂົາບໍ່ກະຕັນຍູ, ພວກເຂົາກໍພຽງແຕ່ປ່ອຍໃຫ້ມັນເປັນໄປຕາມນັ້ນ. ນີ້ຄືວິທີຄິດຂອງພໍ່ແມ່ສ່ວນໃຫຍ່ທີ່ຂ້ອນຂ້າງເປີດກວ້າງ. ສະຫຼຸບແລ້ວ, ບໍ່ວ່າຈະເປັນພໍ່ແມ່ລ້ຽງດູລູກຂອງພວກເຂົາ ຫຼື ລູກຊ່ວຍເຫຼືອພໍ່ແມ່ຂອງພວກເຂົາ, ເລື່ອງນີ້ກໍເປັນເລື່ອງຂອງການປະຕິບັດຄວາມຮັບຜິດຊອບໃຫ້ສຳເລັດ, ການປະຕິບັດພັນທະໃຫ້ສຳເລັດ ແລະ ເປັນສິ່ງທີ່ຢູ່ໃນໜ້າທີ່ຂອງຄົນໆໜຶ່ງ. ແນ່ນອນວ່າ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນເລື່ອງເລັກນ້ອຍເມື່ອທຽບກັບການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ແຕ່ໃນບັນດາເລື່ອງລາວຂອງໂລກມະນຸດ, ສິ່ງເຫຼົ່ານັ້ນກໍຢູ່ໃນບັນດາສິ່ງທີ່ສວຍງາມ ແລະ ເປັນທຳກວ່າ. ບໍ່ຈຳເປັນຕ້ອງເວົ້າເລີຍວ່າ ສຳລັບການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງແລ້ວ ຍິ່ງເປັນເຊັ່ນນັ້ນ. ໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ເມື່ອຄົນໃດໜຶ່ງມາຢູ່ຕໍ່ໜ້າພຣະຜູ້ສ້າງ, ພວກເຂົາກໍຄວນປະຕິບັດໜ້າທີ່ຂອງພວກເຂົາ. ນີ້ເປັນສິ່ງທີ່ເໝາະສົມຫຼາຍທີ່ຈະເຮັດ ແລະ ພວກເຂົາກໍຄວນປະຕິບັດຄວາມຮັບຜິດຊອບນີ້ໃຫ້ສຳເລັດ. ໂດຍອີງໃສ່ພື້ນຖານຂອງການທີ່ສິ່ງທີ່ຖືກສ້າງປະຕິບັດໜ້າທີ່ຂອງພວກເຂົາ, ພຣະຜູ້ສ້າງໄດ້ເຮັດວຽກງານທີ່ຍິ່ງໃຫຍ່ກວ່າໃນທ່າມກາງມະນຸດຊາດ, ພຣະອົງໄດ້ດຳເນີນວຽກງານອີກຂັ້ນໜຶ່ງກັບຜູ້ຄົນ. ແລ້ວວຽກງານນັ້ນແມ່ນຫຍັງ? ພຣະອົງໄດ້ມອບຄວາມຈິງໃຫ້ກັບມະນຸດຊາດ, ໂດຍຊ່ວຍໃຫ້ພວກເຂົາໄດ້ຮັບຄວາມຈິງຈາກພຣະເຈົ້າ ໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ແລະ ດ້ວຍເຫດນັ້ນຈຶ່ງໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຖືກເຮັດໃຫ້ບໍລິສຸດ, ມາເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດ ແລະ ໃນທີ່ສຸດກໍສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ບັນລຸຄວາມລອດພົ້ນຢ່າງສົມບູນ ແລະ ບໍ່ຕ້ອງທົນທຸກຕໍ່ການທໍລະມານຂອງຊາຕານອີກຕໍ່ໄປ. ນີ້ຄືຜົນກະທົບສຸດທ້າຍທີ່ພຣະເຈົ້າຕັ້ງໃຈຈະບັນລຸ ໂດຍການໃຫ້ມະນຸດຊາດປະຕິບັດໜ້າທີ່. ສະນັ້ນ, ໃນລະຫວ່າງຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າບໍ່ພຽງແຕ່ເຮັດໃຫ້ເຈົ້າເຫັນສິ່ງໜຶ່ງຢ່າງຊັດເຈນ ແລະ ເຂົ້າໃຈຄວາມຈິງເລັກນ້ອຍເທົ່ານັ້ນ, ທັງພຣະອົງບໍ່ພຽງແຕ່ປ່ອຍໃຫ້ເຈົ້າເພີດເພີນກັບພຣະຄຸນ ແລະ ພອນທີ່ເຈົ້າໄດ້ຮັບຈາກການປະຕິບັດໜ້າທີ່ຂອງເຈົ້າ ໃນຖານະສິ່ງທີ່ຖືກສ້າງເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະອົງຊ່ວຍເຮັດໃຫ້ເຈົ້າບໍລິສຸດ ແລະ ຖືກຊ່ວຍໃຫ້ລອດພົ້ນ ແລະ ໃນທີ່ສຸດກໍມາເພື່ອດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງພຣະພັກຂອງພຣະຜູ້ສ້າງ. “ແສງສະຫວ່າງແຫ່ງພຣະພັກ” ຂອງພຣະຜູ້ສ້າງນີ້ກ່ຽວຂ້ອງກັບຄວາມໝາຍ ແລະ ເນື້ອຫາທີ່ກວ້າງຂວາງຈຳນວນຫຼວງຫຼາຍ, ເຊິ່ງພວກເຮົາຈະບໍ່ລົງເລິກໃນມື້ນີ້. ແນ່ນອນວ່າ ພຣະເຈົ້າຈະຕ້ອງມອບຄຳສັນຍາ ແລະ ພອນໃຫ້ກັບຄົນດັ່ງກ່າວ ແລະ ກ່າວຄຳເວົ້າທີ່ແຕກຕ່າງກັນໄປກ່ຽວກັບພວກເຂົາ, ສິ່ງນີ້ເປັນເລື່ອງໃນພາຍພາກໜ້າ. ໃນແງ່ຂອງຕອນນີ້ ແລະ ບ່ອນນນີ້, ທຸກຄົນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງໄດ້ຮັບຫຍັງຈາກພຣະເຈົ້າ? ຄວາມຈິງ ແລະ ຊີວິດ, ສິ່ງທີ່ມີຄຸນຄ່າ ແລະ ສວຍງາມທີ່ສຸດໃນບັນດາມະນຸດຊາດ. ບໍ່ມີສິ່ງທີ່ຖືກສ້າງແມ່ນແຕ່ຄົນດຽວໃນທ່າມກາງມະນຸດຊາດທີ່ສາມາດໄດ້ຮັບພອນດັ່ງກ່າວ ຈາກພຣະຫັດຂອງພຣະຜູ້ສ້າງໄດ້ຢ່າງງ່າຍດາຍ. ສິ່ງທີ່ສວຍງາມ ແລະ ຍິ່ງໃຫຍ່ເຊັ່ນນີ້ພັດຖືກບິດເບືອນໂດຍຜູ້ຕໍ່ຕ້ານພຣະຄຣິສໃຫ້ກາຍເປັນການແລກປ່ຽນ, ເຊິ່ງພວກເຂົາຮຽກຮ້ອງເອົາມົງກຸດ ແລະ ລາງວັນຈາກພຣະຫັດຂອງພຣະເຈົ້າ. ການແລກປ່ຽນດັ່ງກ່າວໄດ້ປ່ຽນສິ່ງທີ່ສວຍງາມ ແລະ ເປັນທຳທີ່ສຸດໃຫ້ກາຍເປັນສິ່ງທີ່ຂີ້ຮ້າຍ ແລະ ຊົ່ວຊ້າທີ່ສຸດ. ນີ້ບໍ່ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? ເມື່ອຕັດສິນຈາກສິ່ງນີ້, ຜູ້ຕໍ່ຕ້ານພຣະຄຣິສບໍ່ຊົ່ວຊ້າບໍ? ພວກເຂົາຊົ່ວຊ້າຫຼາຍແທ້ໆ! ນີ້ຄືການສະແດງອອກເຖິງຄວາມຊົ່ວຊ້າຂອງພວກເຂົາ.

ໃນຍຸກສຸດທ້າຍ, ພຣະເຈົ້າບັງເກີດເປັນເນື້ອໜັງເພື່ອເຮັດພາລະກິດ, ສະແດງຄວາມຈິງຫຼາຍຢ່າງ, ເປີດເຜີຍຄວາມລຶກລັບທັງໝົດໃນແຜນການຄຸ້ມຄອງຂອງພຣະເຈົ້າໃຫ້ມະນຸດຊາດໄດ້ຮັບຮູ້ ແລະ ສະໜອງຄວາມຈິງທັງໝົດທີ່ຜູ້ຄົນຕ້ອງເຂົ້າໃຈ ແລະ ເຂົ້າເຖິງ ເພື່ອໃຫ້ໄດ້ຮັບຄວາມລອດພົ້ນ. ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າເຫຼົ່ານີ້ເປັນຊັບສົມບັດສຳລັບທຸກຄົນທີ່ຮັກສິ່ງທີ່ເປັນບວກ. ຄວາມຈິງຄືຄວາມຕ້ອງການຂອງມະນຸດຊາດທີ່ເສື່ອມຊາມ ແລະ ສິ່ງເຫຼົ່ານັ້ນກໍຍັງເປັນຊັບສົມບັດທີ່ປະເມີນຄ່າບໍ່ໄດ້ສຳລັບມະນຸດຊາດອີກດ້ວຍ. ທຸກໆພຣະທຳ, ຂໍ້ກຳນົດ ແລະ ເຈດຕະນາຂອງພຣະເຈົ້າລ້ວນແຕ່ເປັນສິ່ງທີ່ຜູ້ຄົນຄວນເຂົ້າໃຈ ແລະ ກຳແໜ້ນ, ສິ່ງເຫຼົ່ານັ້ນເປັນສິ່ງທີ່ຜູ້ຄົນຕ້ອງປະຕິບັດຕາມ ເພື່ອບັນລຸຄວາມລອດພົ້ນ ແລະ ສິ່ງເຫຼົ່ານັ້ນເປັນຄວາມຈິງທີ່ມະນຸດຕ້ອງໄດ້ຮັບ. ແຕ່ຜູ້ຕໍ່ຕ້ານພຣະຄຣິສຖືວ່າພຣະທຳເຫຼົ່ານີ້ເປັນທິດສະດີ ແລະ ຄຳຂວັນ, ພວກເຂົາເຖິງກັບເຮັດຫູທວນລົມຕໍ່ສິ່ງເຫຼົ່ານັ້ນ ແລະ ຮ້າຍແຮງໄປກວ່ານັ້ນກໍຄື ພວກເຂົາລັງກຽດ ແລະ ປະຕິເສດສິ່ງເຫຼົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສຖືວ່າສິ່ງທີ່ລໍ້າຄ່າທີ່ສຸດໃນບັນດາມະນຸດຊາດເປັນຄຳຕົວະຂອງຄົນຫຼອກລວງ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອໃນຫົວໃຈຂອງພວກເຂົາວ່າ ບໍ່ມີພຣະຜູ້ຊ່ວຍໃຫ້ລອດພົ້ນ, ບໍ່ຕ້ອງເວົ້າເຖິງຄວາມຈິງ ຫຼື ສິ່ງທີ່ເປັນບວກໃນໂລກນີ້ເລີຍ. ພວກເຂົາຄິດວ່າສິ່ງທີ່ສວຍງາມ ຫຼື ຜົນປະໂຫຍດໃດກໍຕາມຕ້ອງຍາດມາດ້ວຍນໍ້າມືຂອງມະນຸດ ແລະ ຍຶດເອົາດ້ວຍກຳລັງຜ່ານການຕໍ່ສູ້ຂອງມະນຸດ. ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ຄົນທີ່ບໍ່ມີຄວາມທະເຍີທະຍານ ແລະ ຄວາມໄຝ່ຝັນຈະບໍ່ມີວັນປະສົບຄວາມສຳເລັດ, ແຕ່ຫົວໃຈຂອງພວກເຂົາພັດເຕັມໄປດ້ວຍຄວາມເບື່ອໜ່າຍ ແລະ ຄວາມກຽດຊັງຕໍ່ຄວາມຈິງທີ່ພຣະເຈົ້າສະແດງອອກມາ. ພວກເຂົາຖືວ່າຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກມາເປັນທິດສະດີ ແລະ ຄຳຂວັນ, ແຕ່ພວກເຂົາພັດຖືວ່າອຳນາດ, ຜົນປະໂຫຍດ, ຄວາມທະເຍີທະຍານ ແລະ ຄວາມປາຖະໜາເປັນເປົ້າໝາຍທີ່ເປັນທຳທີ່ຈະຕ້ອງຈັດການ ແລະ ໄລ່ຕາມ. ພວກເຂົາຍັງໃຊ້ການຮັບໃຊ້ ທີ່ເຮັດດ້ວຍພອນສະຫວັນຂອງພວກເຂົາເປັນເຄື່ອງມືໃນການແລກປ່ຽນກັບພຣະເຈົ້າ ໃນຄວາມພະຍາຍາມທີ່ຈະເຂົ້າສູ່ອານາຈັກສະຫວັນ, ໄດ້ຮັບມົງກຸດ ແລະ ເພີດເພີນກັບພອນທີ່ຍິ່ງໃຫຍ່ກວ່າ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ພວກເຂົາຕີຄວາມໝາຍເຈດຕະນາຂອງພຣະເຈົ້າແນວໃດ? ພວກເຂົາເວົ້າວ່າ “ພຣະເຈົ້າກຳນົດວ່າໃຜເປັນເຈົ້ານາຍ ໂດຍການເບິ່ງວ່າໃຜເສຍສະລະ ແລະ ທົນທຸກເພື່ອພຣະອົງຫຼາຍທີ່ສຸດ ແລະ ໃຜຈ່າຍລາຄາສູງທີ່ສຸດ. ພຣະອົງກຳນົດວ່າໃຜສາມາດເຂົ້າສູ່ອານາຈັກ ແລະ ໃຜໄດ້ຮັບມົງກຸດ ໂດຍການເບິ່ງວ່າໃຜສາມາດແລ່ນໄປມາ, ເວົ້າຈາຄ່ອງແຄ້ວ ແລະ ໃຜມີຈິດວິນຍານຂອງໂຈນ ແລະ ສາມາດຍຶດເອົາສິ່ງຕ່າງໆດ້ວຍກຳລັງ. ດັ່ງທີ່ໂປໂລໄດ້ກ່າວໄວ້ວ່າ ‘ເຮົາໄດ້ຕໍ່ສູ່ເປັນຢ່າງດີ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຮັກສາຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ’ (2 ຕີໂມທຽວ 4:7-8)”. ພວກເຂົາເຮັດຕາມຄຳເວົ້າເຫຼົ່ານີ້ຂອງໂປໂລ ແລະ ເຊື່ອວ່າຄຳເວົ້າຂອງລາວເປັນຄວາມຈິງ, ແຕ່ພວກເຂົາພັດເມີນເສີຍຕໍ່ຂໍ້ກຳນົດ ແລະ ຄຳເວົ້າທັງໝົດຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ, ໂດຍຄິດວ່າ “ສິ່ງເຫຼົ່ານີ້ບໍ່ໄດ້ມີຄວາມສຳຄັນ. ສິ່ງສຳຄັນທັງໝົດກໍຄື ເມື່ອຂ້ອຍໄດ້ຕໍ່ສູ້ໃນການຕໍ່ສູ້ຂອງຂ້ອຍ ແລະ ເຮັດພາລະກິດຂອງຂ້ອຍໃຫ້ສຳເລັດແລ້ວ, ຂ້ອຍກໍຈະໄດ້ຮັບມົງກຸດໃນທີ່ສຸດ. ນີ້ຄືຄວາມຈິງ. ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າໝາຍເຖິງບໍ? ພຣະເຈົ້າໄດ້ກ່າວພຣະທຳຫຼາຍພັນຫຼາຍໝື່ນຂໍ້ ແລະ ກ່າວຄຳເທດສະໜານັບບໍ່ຖ້ວນ. ໃນທີ່ສຸດແລ້ວ ສິ່ງທີ່ພຣະອົງຕ້ອງການທີ່ຈະບອກຜູ້ຄົນກໍຄື ຖ້າເຈົ້າຕ້ອງການມົງກຸດ ແລະ ລາງວັນ, ມັນກໍຂຶ້ນຢູ່ກັບເຈົ້າທີ່ຈະຕໍ່ສູ້, ດີ້ນລົນ, ຍາດເອົາ ແລະ ຍຶດເອົາມັນມາ”. ນີ້ບໍ່ແມ່ນຕັກກະຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງພາລະກິດຂອງພຣະເຈົ້າຢູ່ສະເໝີ ແລະ ນີ້ຄືວິທີທີ່ພວກເຂົາຕີຄວາມໝາຍພຣະທຳ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າ. ອຸປະນິໄສຂອງພວກເຂົານັ້ນແມ່ນສິ່ງທີ່ຊົ່ວຊ້າແມ່ນບໍ? ພວກເຂົາບິດເບືອນເຈດຕະນາຂອງພຣະເຈົ້າ, ຄວາມຈິງ ແລະ ສິ່ງທີ່ເປັນບວກທັງໝົດ. ພວກເຂົາຖືວ່າແຜນການຄຸ້ມຄອງຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ເປັນການແລກປ່ຽນຢ່າງເປີດແປນ ແລະ ຖືວ່າໜ້າທີ່ທີ່ພຣະຜູ້ສ້າງໄດ້ຮຽກຮ້ອງໃຫ້ມະນຸດຊາດປະຕິບັດເປັນການຍຶດເອົາ, ການຮຸກຮານ, ການຫຼອກລວງ ແລະ ການແລກປ່ຽນຢ່າງເປີດແປນ. ນີ້ບໍ່ແມ່ນອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ ເພື່ອໃຫ້ໄດ້ຮັບພອນ ແລະ ເຂົ້າສູ່ອານາຈັກສະຫວັນ, ພວກເຂົາຕ້ອງໄດ້ຮັບມັນມາຜ່ານການແລກປ່ຽນ ແລະ ສິ່ງນີ້ກໍຍຸຕິທຳ, ສົມເຫດສົມຜົນ ພ້ອມທັງເປັນທຳມະຊາດ ແລະ ທ່ຽງທຳທີ່ສຸດ. ນີ້ບໍ່ແມ່ນການໃຊ້ເຫດຜົນທີ່ຊົ່ວຊ້າບໍ? ນີ້ບໍ່ແມ່ນການໃຊ້ເຫດຜົນແບບຊາຕານບໍ? ຜູ້ຕໍ່ຕ້ານພຣະຄຣິສຍຶດຖືມຸມມອງ ແລະ ທັດສະນະຄະຕິແບບນີ້ໄວ້ໃນສ່ວນເລິກຂອງຫົວໃຈຂອງພວກເຂົາຢູ່ສະເໝີ, ເຊິ່ງພິສູດໃຫ້ເຫັນວ່າອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຊົ່ວຊ້າເກີນໄປ.

ຈາກເນື້ອຫາສອງສາມຂໍ້ທີ່ຫາກໍໂອ້ລົມໄປ, ພວກເຈົ້າສາມາດເຫັນອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? (ເຫັນໄດ້.) ຂໍ້ທຳອິດແມ່ນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງໜ້າທີ່ຂອງພວກເຂົາແມ່ນບໍ? ແລ້ວຜູ້ຕໍ່ຕ້ານພຣະຄຣິສເບິ່ງໜ້າທີ່ຂອງພວກເຂົາແນວໃດ? (ຜູ້ຕໍ່ຕ້ານພຣະຄຣິສຖືວ່າໜ້າທີ່ຂອງພວກເຂົາເປັນການແລກປ່ຽນທີ່ພວກເຂົາໄດ້ແລກປ່ຽນ ເພື່ອຈຸດໝາຍປາຍທາງ ແລະ ຜົນປະໂຫຍດຂອງພວກເຂົາເອງ. ບໍ່ວ່າພຣະເຈົ້າຈະເຮັດພາລະກິດກັບຜູ້ຄົນຫຼາຍສໍ່າໃດ, ພຣະອົງໄດ້ກ່າວພຣະທຳກັບພວກເຂົາຫຼາຍສໍ່າໃດ ແລະ ພຣະອົງໄດ້ສະແດງຄວາມຈິງໃຫ້ພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາກໍປັດສິ່ງທັງໝົດນີ້ຖິ້ມ ແລະ ຍັງຄົງປະຕິບັດໜ້າທີ່ຂອງພວກເຂົາດ້ວຍເຈດຕະນາທີ່ຈະເຮັດການແລກປ່ຽນກັບພຣະເຈົ້າ.) ຜູ້ຕໍ່ຕ້ານພຣະຄຣິສຖືວ່າໜ້າທີ່ຂອງພວກເຂົາເປັນການແລກປ່ຽນ. ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາດ້ວຍເຈດຕະນາທີ່ຈະເຮັດການແລກປ່ຽນ ແລະ ໃຫ້ໄດ້ຮັບພອນ. ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າຄວນເປັນໄປ ເພື່ອເຫັນແກ່ການໄດ້ຮັບພອນ ແລະ ການໄດ້ຮັບພອນຜ່ານການປະຕິບັດໜ້າທີ່ຂອງພວກເຂົານັ້ນເໝາະສົມແລ້ວ. ພວກເຂົາບິດເບືອນສິ່ງທີ່ເປັນບວກ ເຊິ່ງກໍຄືການປະຕິບັດໜ້າທີ່ຂອງຄົນໆໜຶ່ງ ແລະ ຫຼຸດຄຸນຄ່າ ແລະ ຄວາມສຳຄັນຂອງການປະຕິບັດໜ້າທີ່ໃນຖານະສິ່ງທີ່ຖືກສ້າງ, ພ້ອມທັງດູຖູກຄວາມຊອບທຳຂອງການເຮັດສິ່ງນີ້; ພວກເຂົາປ່ຽນໜ້າທີ່ທີ່ສິ່ງທີ່ຖືກສ້າງຄວນປະຕິບັດຕາມທຳມະຊາດໃຫ້ກາຍເປັນການແລກປ່ຽນ. ນີ້ຄືຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ; ນີ້ຄືຂໍ້ທຳອິດ. ຂໍ້ທີສອງກໍຄື ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນການມີຢູ່ຂອງສິ່ງທີ່ເປັນບວກ ຫຼື ຄວາມຈິງ ແລະ ບໍ່ເຊື່ອ ແລະ ບໍ່ຍອມຮັບວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ. ນີ້ບໍ່ສິ່ງທີ່ຊົ່ວຊ້າບໍ? (ແມ່ນແລ້ວ, ມັນຊົ່ວຊ້າ.) ມັນຊົ່ວຊ້າບ່ອນໃດ? ພຣະທຳຂອງພຣະເຈົ້າເປັນຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ, ແຕ່ຜູ້ຕໍ່ຕ້ານພຣະຄຣິສພັດບໍ່ສາມາດເບິ່ງເຫັນມັນ ແລະ ບໍ່ຍອມຮັບມັນ. ພວກເຂົາຖືວ່າພຣະທຳຂອງພຣະເຈົ້າເປັນຄຳຂວັນ, ເປັນທິດສະດີປະເພດໜຶ່ງ ແລະ ພວກເຂົາບິດເບືອນຄວາມຈິງທີ່ວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງ. ບັນຫາທີ່ໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດໃນທີ່ນີ້ແມ່ນຫຍັງ? ພຣະເຈົ້າຕ້ອງການໃຊ້ພຣະທຳເຫຼົ່ານີ້ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ມະນຸດຕ້ອງຍອມຮັບພຣະທຳຂອງພຣະເຈົ້າກ່ອນທີ່ລາວຈະສາມາດຖືກເຮັດໃຫ້ບໍລິສຸດ ແລະ ໄດ້ຮັບຄວາມລອດພົ້ນ, ນີ້ຄືຂໍ້ເທັດຈິງ ແລະ ມັນເປັນຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບ ຫຼື ຮັບເອົາຄຳສັນຍານີ້ຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ພວກເຂົາເວົ້າວ່າ “ຖືກຊ່ວຍໃຫ້ລອດພົ້ນບໍ? ຖືກເຮັດໃຫ້ບໍລິສຸດບໍ? ນັ້ນມີປະໂຫຍດຫຍັງ? ມັນໄຮ້ປະໂຫຍດ! ຖ້າຂ້ອຍຖືກເຮັດໃຫ້ບໍລິສຸດ, ຂ້ອຍຈະສາມາດຖືກຊ່ວຍໃຫ້ລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນໄດ້ແທ້ບໍ? ຂ້ອຍຄິດວ່າເປັນໄປບໍ່ໄດ້!” ພວກເຂົາບໍ່ໃສ່ໃຈເລື່ອງນີ້ ແລະ ບໍ່ສົນໃຈມັນ. ຄວາມໝາຍແຝງຂອງສິ່ງນີ້ແມ່ນຫຍັງ? ມັນກໍຄື ພວກເຂົາບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ; ພວກເຂົາເຊື່ອວ່າພຣະທຳເຫຼົ່ານັ້ນເປັນພຽງຄຳເວົ້າ ແລະ ຫຼັກຄຳສອນ. ພວກເຂົາບໍ່ເຊື່ອ ຫຼື ຍອມຮັບວ່າພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ຜູ້ຄົນບໍລິສຸດ ຫຼື ຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ສິ່ງນີ້ສາມາດປຽບທຽບໄດ້ກັບຕອນທີ່ພຣະເຈົ້າໄດ້ກຳນົດໂຢບໃນເວລານັ້ນວ່າເປັນຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ເປັນຄົນທີ່ສົມບູນແບບ. ພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວເປັນຄວາມຈິງບໍ? (ແມ່ນແລ້ວ.) ແລ້ວເປັນຫຍັງພຣະເຈົ້າຈຶ່ງກ່າວເຊັ່ນນີ້? ພື້ນຖານແມ່ນຫຍັງ? ພຣະເຈົ້າສັງເກດພຶດຕິກຳຂອງຜູ້ຄົນ, ກວດສອບຫົວໃຈຂອງພວກເຂົາ ແລະ ເຫັນແກ່ນແທ້ຂອງພວກເຂົາ ແລະ ອີງໃສ່ສິ່ງນີ້ ພຣະອົງຈຶ່ງກ່າວວ່າໂຢບໄດ້ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ເປັນຄົນທີ່ສົມບູນແບບ. ພຣະເຈົ້າສັງເກດໂຢບຫຼາຍກວ່າໜຶ່ງ ຫຼື ສອງມື້ ແລະ ການສະແດງອອກເຖິງການຢຳເກງພຣະເຈົ້າ ແລະ ການຫຼີກລ່ຽງຄວາມຊົ່ວຮ້າຍຂອງໂຢບກໍກິນເວລາຫຼາຍກວ່າໜຶ່ງ ຫຼື ສອງມື້ເຊັ່ນດຽວກັນ ແລະ ແນ່ນອນວ່າບໍ່ໄດ້ກວມເອົາພຽງແຕ່ເລື່ອງດຽວ ຫຼື ສອງເລື່ອງເທົ່ານັ້ນ. ແລ້ວຊາຕານມີທັດສະນະຄະຕິແນວໃດຕໍ່ຄວາມຈິງນີ້? (ທັດສະນະຄະຕິທີ່ສົງໄສ ແລະ ບໍ່ເຊື່ອໝັ້ນ.) ຊາຕານບໍ່ພຽງແຕ່ສົງໄສເທົ່ານັ້ນ, ມັນຍັງປະຕິເສດອີກດ້ວຍ. ຄຳເວົ້າຂອງມັນ, ເວົ້າຢ່າງກົງໄປກົງມາກໍຄື “ເຈົ້າໄດ້ມອບໃຫ້ໂຢບຫຼາຍຢ່າງ, ລວມທັງງົວ, ແກະ ແລະ ຊັບສິນນັບບໍ່ຖ້ວນ. ລາວມີເຫດຜົນທີ່ຈະນະມັດສະການເຈົ້າ. ເຈົ້າເວົ້າວ່າໂຢບເປັນຄົນທີ່ສົມບູນແບບ, ແຕ່ຄຳເວົ້າຂອງເຈົ້າຟັງບໍ່ຂຶ້ນ. ຄຳເວົ້າຂອງເຈົ້າບໍ່ແມ່ນຄວາມຈິງ, ສິ່ງເຫຼົ່ານັ້ນບໍ່ແມ່ນເລື່ອງຈິງ, ພວກມັນບໍ່ຖືກຕ້ອງ ແລະ ຂ້ອຍປະຕິເສດຄຳເວົ້າຂອງເຈົ້າ”. ນີ້ບໍ່ແມ່ນສິ່ງທີ່ຊາຕານໝາຍເຖິງບໍ? (ແມ່ນແລ້ວ.) ພຣະເຈົ້າກ່າວວ່າ “ໂຢບຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ລາວເປັນຄົນທີ່ສົມບູນແບບ”. ຊາຕານເວົ້າວ່າແນວໃດ? (ລາວຈະນະມັດສະການພຣະເຈົ້າໂດຍບໍ່ມີເຫດຜົນບໍ?) ຊາຕານເວົ້າວ່າ “ຜິດແລ້ວ, ລາວບໍ່ແມ່ນຄົນທີ່ສົມບູນແບບ! ລາວໄດ້ຮັບຜົນປະໂຫຍດ ແລະ ພອນຈາກເຈົ້າ, ລາວຈຶ່ງຢຳເກງເຈົ້າ. ຖ້າເຈົ້າເອົາຜົນປະໂຫຍດ ແລະ ພອນເຫຼົ່ານີ້ໄປ, ລາວຈະບໍ່ຢຳເກງເຈົ້າ, ລາວບໍ່ແມ່ນຄົນທີ່ສົມບູນແບບ”. ສະນັ້ນ, ສຳລັບທຸກໆປະໂຫຍກທີ່ພຣະເຈົ້າໄດ້ກ່າວ, ຊາຕານຈະຕັ້ງຄຳຖາມຕໍ່ມັນ ແລະ ຂີດຂ້າຕັດມັນຖິ້ມ. ຊາຕານປະຕິເສດພຣະທຳຂອງພຣະເຈົ້າ ແລະ ປະຕິເສດການກຳນົດ ຫຼື ຄຳເວົ້າຂອງພຣະເຈົ້າກ່ຽວກັບສິ່ງໃດກໍຕາມ. ພວກເຮົາສາມາດເວົ້າໄດ້ບໍວ່າຊາຕານປະຕິເສດຄວາມຈິງ? (ໄດ້.) ນີ້ຄືຄວາມຈິງ. ແລ້ວທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ພຣະທຳຂອງພຣະເຈົ້າທີ່ເປີດໂປງ, ພິພາກສາ ແລະ ລົງທັນມະນຸດຊາດ ແລະ ຍົກຂໍ້ກຳນົດທີ່ສະເພາະເຈາະຈົງຕ່າງໆມາໃຫ້ມະນຸດຊາດນັ້ນແມ່ນຫຍັງ? ພວກເຂົາຍອມຮັບສິ່ງເຫຼົ່ານັ້ນ ແລະ ເວົ້າວ່າ “ອາແມນ” ບໍ? ພວກເຂົາສາມາດເຮັດຕາມສິ່ງເຫຼົ່ານັ້ນໄດ້ບໍ? (ບໍ່, ພວກເຂົາເຮັດບໍ່ໄດ້.) ເຈົ້າອາດຈະເວົ້າໄດ້ວ່າການຕອບສະໜອງໃນທັນທີຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ພຣະທຳທຸກປະເພດຂອງພຣະເຈົ້າໃນຫົວໃຈຂອງພວກເຂົາກໍຄື “ຜິດແລ້ວ! ມັນເປັນແບບນີ້ແທ້ໆບໍ? ເປັນຫຍັງສິ່ງທີ່ເຈົ້າເວົ້າຈຶ່ງເປັນແບບນັ້ນ? ນັ້ນບໍ່ຖືກຕ້ອງ, ຂ້ອຍບໍ່ເຊື່ອແບບນັ້ນ. ເປັນຫຍັງສິ່ງທີ່ເຈົ້າເວົ້າຈຶ່ງຟັງບໍ່ເຂົ້າຫູແບບນີ້? ພຣະເຈົ້າຈະບໍ່ເວົ້າແບບນີ້! ຖ້າຂ້ອຍເປັນຄົນເວົ້າ, ມັນຄວນຈະເວົ້າແບບນີ້”. ເມື່ອຕັດສິນຈາກທັດສະນະຄະຕິເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະເຈົ້າ, ພວກເຂົາສາມາດຍຶດຖືເອົາພຣະທຳຂອງພຣະເຈົ້າໃນຖານະຄວາມຈິງໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ນີ້ຄືສິ່ງທີ່ຊົ່ວຊ້າກ່ຽວກັບພວກເຂົາ; ນີ້ຄືຂໍ້ທີສອງ. ຂໍ້ທີສາມກໍຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຄິດກ່ຽວກັບຈຸດປະສົງຂອງແຜນການຄຸ້ມຄອງຂອງພຣະເຈົ້າ, ເຊິ່ງກໍຄືພຣະເຈົ້າຕ້ອງການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຊ່ວຍໃຫ້ມະນຸດຊາດຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ອຳນາດແຫ່ງຄວາມມືດ ແລະ ໄດ້ຮັບຄວາມລອດພົ້ນ. ເປັນຫຍັງອຸປະນິໄສຂອງພວກເຂົາຈຶ່ງຖືກກ່າວວ່າຊົ່ວຊ້າ? ພວກເຂົາເຊື່ອວ່ານີ້ຄືການແລກປ່ຽນ ແລະ ພວກເຂົາເຖິງກັບເຊື່ອວ່າມັນເປັນພຽງເກມ. ເກມລະຫວ່າງໃຜ? ເກມລະຫວ່າງພຣະເຈົ້າໃນຕຳນານ ກັບກຸ່ມຄົນທີ່ໂງ່ຈ້າ ແລະ ເບົາປັນຍາທີ່ຕ້ອງການເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບການປົດປ່ອຍຈາກໂລກແຫ່ງຄວາມທຸກທໍລະມານ. ນີ້ຍັງເປັນການແລກປ່ຽນທີ່ທັງສອງຝ່າຍເຕັມໃຈເຂົ້າຮ່ວມ, ບ່ອນທີ່ຝ່າຍໜຶ່ງເຕັມໃຈທີ່ຈະໃຫ້ ແລະ ອີກຝ່າຍໜຶ່ງເຕັມໃຈທີ່ຈະຮັບ. ມັນເປັນເກມໃນລັກສະນະນີ້. ນີ້ຄືວິທີທີ່ພວກເຂົາເບິ່ງແຜນການຄຸ້ມຄອງຂອງພຣະເຈົ້າ, ນີ້ບໍ່ແມ່ນການເປີດເຜີຍເຖິງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ເພາະວ່າຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍຄວາມທະເຍີທະຍານ ແລະ ເພາະວ່າພວກເຂົາປາຖະໜາຈຸດໝາຍປາຍທາງ ແລະ ພອນ, ພວກເຂົາຈຶ່ງບິດເບືອນພາລະກິດທີ່ສວຍງາມທີ່ສຸດຂອງມະນຸດຊາດ ແລະ ວຽກງານການຄຸ້ມຄອງຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ໃຫ້ກາຍເປັນເກມ, ເປັນການແລກປ່ຽນ, ນີ້ຄືອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ນອກຈາກນີ້, ຜູ້ຕໍ່ຕ້ານພຣະຄຣິສຍັງມີການສະແດງອອກອີກຢ່າງໜຶ່ງ, ເຊິ່ງຟັງເບິ່ງແລ້ວຂ້ອນຂ້າງຕະຫຼົກ ແລະ ເປັນຕາຫົວ. ເປັນຫຍັງມັນຈຶ່ງເປັນຕາຫົວ? ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນພາລະກິດທັງໝົດທີ່ພຣະເຈົ້າໄດ້ເຮັດ, ທັງບໍ່ເຊື່ອວ່າທຸກສິ່ງທີ່ພຣະເຈົ້າໄດ້ກ່າວເປັນຄວາມຈິງ ແລະ ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້, ແຕ່ພວກເຂົາພັດມີຄວາມເຕັມໃຈຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍທີ່ຈະທົນທຸກຕໍ່ຄວາມຍາກລຳບາກ, ຈ່າຍລາຄາ ແລະ ບັນລຸ ແລະ ເຮັດໃຫ້ການແລກປ່ຽນນີ້ສຳເລັດ. ເລື່ອງນີ້ບໍ່ຕະຫຼົກບໍ? ແນ່ນອນວ່າ, ນີ້ບໍ່ແມ່ນຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເປັນຄວາມໂງ່ຈ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນດ້ານໜຶ່ງ, ພວກເຂົາບໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ເຖິງກັບບິດເບືອນແຜນການຄຸ້ມຄອງຂອງພຣະເຈົ້າ, ແຕ່ໃນອີກດ້ານໜຶ່ງ ພວກເຂົາກໍຍັງຕ້ອງການໄດ້ຮັບຜົນປະໂຫຍດສ່ວນຕົວຈາກພຣະທຳຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື, ໃນດ້ານໜຶ່ງ ພວກເຂົາບໍ່ເຊື່ອໃນການມີຢູ່ຂອງຂໍ້ເທັດຈິງທັງໝົດເຫຼົ່ານີ້, ບໍ່ຕ້ອງເວົ້າເຖິງຄວາມແທ້ຈິງຂອງສິ່ງເຫຼົ່ານັ້ນເລີຍ, ໃນຂະນະທີ່ໃນອີກດ້ານໜຶ່ງ, ພວກເຂົາກໍຍັງຕ້ອງການສະແຫວງຫາຜົນກຳໄລ ແລະ ຍາດເອົາທຸກຜົນປະໂຫຍດ, ໂດຍຕ້ອງການເປັນຄົນສວຍໂອກາດ ແລະ ໄດ້ຮັບສິ່ງທີ່ພວກເຂົາບໍ່ສາມາດຫາໄດ້ໃນໂລກ, ທັງໝົດນີ້ໃນຂະນະທີ່ຍັງຄິດວ່າພວກເຂົາສະຫຼາດທີ່ສຸດ. ເລື່ອງນີ້ບໍ່ຕະຫຼົກບໍ? ພວກເຂົາກຳລັງຫຼອກລວງຕົນເອງ ແລະ ໂງ່ຈ້າຢ່າງເຖິງທີ່ສຸດ.

ເມື່ອກີ້ນີ້ ພວກເຮົາໄດ້ໄຈ້ແຍກອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ໂດຍໃຊ້ການສະແດງອອກສາມຢ່າງ ແລະ ສະຫຼຸບດ້ວຍອີກໜຶ່ງຢ່າງຄື: ຜູ້ຕໍ່ຕ້ານພຣະຄຣິສນັ້ນໂງ່ຈ້າຫຼາຍຈົນຄົນເຮົາບໍ່ຮູ້ວ່າຈະຫົວ ຫຼື ຈະໄຫ້. ການສະແດງອອກສາມຢ່າງນັ້ນແມ່ນຫຍັງ? (ຢ່າງທີໜຶ່ງ, ຜູ້ຕໍ່ຕ້ານພຣະຄຣິສຖືວ່າການປະຕິບັດໜ້າທີ່ຂອງພວກເຂົາເປັນການແລກປ່ຽນ; ຢ່າງທີສອງ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັບຮູ້ພຣະທຳຂອງພຣະເຈົ້າ, ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນສິ່ງທີ່ເປັນບວກ ແລະ ບໍ່ຮັບຮູ້ວ່າ ພຣະທຳຂອງພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້, ກົງກັນຂ້າມ ພວກເຂົາຖືວ່າພຣະທຳຂອງພຣະເຈົ້າເປັນທິດສະດີ ແລະ ຄຳຂວັນ; ຢ່າງທີສາມ, ຜູ້ຕໍ່ຕ້ານພຣະຄຣິສຖືວ່າວຽກງານຄຸ້ມຄອງຂອງພຣະເຈົ້າເພື່ອຊ່ວຍມວນມະນຸດໃຫ້ລອດພົ້ນ ເປັນການແລກປ່ຽນແບບໂຈ່ງແຈ້ງ ແລະ ເປັນເກມ.) ແລ້ວການສະແດງອອກອີກໜຶ່ງຢ່າງເດ? (ຄວາມໄຮ້ສາລະຈົນເປັນຕາຫົວ ແລະ ຄວາມໂງ່ຈ້າຢ່າງສຸດຂີດຂອງຜູ້ຕໍ່ຕ້ານພຣະຄຣິສ.) ສິ່ງເຫຼົ່ານີ້ບໍ່ໄດ້ສະເພາະເຈາະຈົງພໍສົມຄວນບໍ? (ແມ່ນແລ້ວ.) ພວກເຈົ້າຈະເວົ້າບໍວ່າ ຄົນປະເພດທີ່ມີອຸປະນິໄສນີ້ ແມ່ນມີສະພາບຈິດໃຈ ແລະ ເຫດຜົນທີ່ຂ້ອນຂ້າງຜິດປົກກະຕິ? (ແມ່ນແລ້ວ.) ພວກເຂົາຜິດປົກກະຕິໃນທາງໃດ? (ຜູ້ຕໍ່ຕ້ານພຣະຄຣິສຕ້ອງການເຮັດການແລກປ່ຽນກັບພຣະເຈົ້າ ແລະ ໄດ້ຮັບອະນາຄົດ ແລະ ຈຸດໝາຍປາຍທາງຈາກພຣະເຈົ້າ ແຕ່ພວກເຂົາກໍຍັງບໍ່ເຊື່ອໃນແຜນການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ເຊື່ອວ່າພຣະເຈົ້າສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້. ຄວາມຄິດຂອງພວກເຂົາຂັດແຍ່ງກັນ, ສິ່ງທີ່ພວກເຂົາຕ້ອງການແມ່ນສິ່ງທີ່ພວກເຂົາປະຕິເສດ. ໂດຍພື້ນຖານແລ້ວ ສິ່ງນີ້ແມ່ນບໍ່ສົມເຫດສົມຜົນ, ສະນັ້ນ ເຫດຜົນຂອງພວກເຂົາຈຶ່ງຜິດປົກກະຕິ ແລະ ມີບາງຢ່າງຜິດປົກກະຕິກັບສະພາບຈິດໃຈຂອງພວກເຂົາ.) ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາຂາດແຄນໃນດ້ານຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາບໍ່ຮູ້ວ່າພວກເຂົາກຳລັງຂັດແຍ່ງກັບຕົນເອງດ້ວຍວິທີຄິດ ແລະ ການຄິດຄຳນວນເຫຼົ່ານີ້. ສິ່ງນີ້ເກີດຂຶ້ນໄດ້ແນວໃດ? (ພວກເຂົາຍ່າງຕາມເສັ້ນທາງທີ່ຜິດຢູ່ສະເໝີ ເພາະພວກເຂົາບໍ່ເຄີຍຍອມຮັບຄວາມຈິງ ຫຼື ປະຕິບັດຄວາມຈິງ.) ແລ້ວພວກເຂົາຮູ້ບໍວ່າເສັ້ນທາງທີ່ພວກເຂົາກຳລັງຍ່າງຕາມຢູ່ນັ້ນ ເປັນເສັ້ນທາງທີ່ຜິດ? ພວກເຂົາບໍ່ຮູ້ຢ່າງແນ່ນອນ. ຖ້າພວກເຂົາຮູ້ວ່າການເຮັດເຊັ່ນນັ້ນຈະນໍາໄປສູ່ຄວາມສູນເສຍ, ແລ້ວພວກເຂົາກໍຄົງຈະບໍ່ເຮັດເຊັ່ນນັ້ນຢ່າງແນ່ນອນ. ພວກເຂົາຄິດວ່າການເຮັດເຊັ່ນນັ້ນເຮັດໃຫ້ພວກເຂົາໄດ້ປຽບ: “ເບິ່ງແມວ່າຂ້ອຍສະຫຼາດສໍ່າໃດ. ພວກເຈົ້າບໍ່ມີໃຜສາມາດເບິ່ງທະລຸສິ່ງຕ່າງໆໄດ້; ພວກເຈົ້າທຸກຄົນໂງ່ຈ້າ. ພວກເຈົ້າເປັນຄົນໄຮ້ດຽງສາຂະໜາດນີ້ໄດ້ແນວໃດ? ພຣະເຈົ້າຢູ່ໃສ? ຂ້ອຍບໍ່ສາມາດເບິ່ງເຫັນ ຫຼື ຈັບຕ້ອງພຣະອົງໄດ້ ແລະ ບໍ່ມີການຮັບປະກັນວ່າຄຳສັນຍາຂອງພຣະເຈົ້າຈະສາມາດເປັນຈິງໄດ້! ເບິ່ງແມວ່າຂ້ອຍສະຫຼາດຫຼັກແຫຼມສໍ່າໃດ, ເມື່ອຂ້ອຍກ້າວໄປຂ້າງໜ້າໜຶ່ງກ້າວ, ຂ້ອຍກໍຄິດໄປລ່ວງໜ້າສິບກ້າວແລ້ວ ແຕ່ພວກເຈົ້າພັດບໍ່ໄດ້ຄິດຄຳນວນຫຍັງເລີຍແມ່ນແຕ່ກ້າວດຽວ”. ພວກເຂົາຄິດວ່າພວກເຂົາສະຫຼາດຫຼາຍ. ສະນັ້ນ, ຫຼັງຈາກທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້ສອງ ຫຼື ສາມປີ, ບາງຄົນກໍຄິດວ່າ: “ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍມາສອງສາມປີແລ້ວ ແລະ ຍັງບໍ່ໄດ້ຮັບຫຍັງເລີຍ, ບໍ່ໄດ້ເຫັນສິ່ງມະຫັດສະຈັນໃດໆ ຫຼື ເຫັນປະກົດການທີ່ຜິດປົກກະຕິໃດໆ. ເມື່ອກ່ອນ ຂ້ອຍກິນເຂົ້າສາມຄາບຕໍ່ມື້ ແລະ ຂ້ອຍກໍຍັງກິນສາມຄາບຢູ່. ຖ້າຂ້ອຍອົດເຂົ້າຄາບໜຶ່ງ, ແລ້ວຂ້ອຍກໍຫິວ. ຖ້າຂ້ອຍນອນໜ້ອຍລົງໜຶ່ງ ຫຼື ສອງຊົ່ວໂມງໃນຕອນກາງຄືນ, ແລ້ວຂ້ອຍກໍຍັງຢາກນອນໃນຕອນກາງເວັນ. ຂ້ອຍບໍ່ໄດ້ມີພະລັງພິເສດໃດໆເລີຍ! ທຸກຄົນເວົ້າວ່າພຣະເຈົ້າມີອຳນາດສູງສຸດ ແລະ ເຈົ້າສາມາດໄດ້ຮັບພອນອັນຍິ່ງໃຫຍ່ ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າ. ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍມາຫຼາຍປີແລ້ວ ແລະ ບໍ່ມີຫຍັງແຕກຕ່າງ. ມັນຍັງຄົງເປັນແບບນີ້ຢູ່ບໍ່ແມ່ນບໍ? ຂ້ອຍມັກຈະມີຄວາມອ່ອນແອ, ຄວາມຄິດລົບ ແລະ ຄຳຈົ່ມຕໍ່ວ່າ. ທຸກຄົນເວົ້າວ່າຄວາມຈິງສາມາດປ່ຽນແປງຜູ້ຄົນໄດ້ ແລະ ພຣະທຳຂອງພຣະເຈົ້າສາມາດປ່ຽນແປງຜູ້ຄົນໄດ້ ແຕ່ຂ້ອຍບໍ່ໄດ້ປ່ຽນແປງຫຍັງເລີຍ. ໃນໃຈຂອງຂ້ອຍ ຂ້ອຍຍັງມັກຈະຄິດຮອດພໍ່ແມ່ຂອງຂ້ອຍ, ຄິດຮອດລູກໆຂອງຂ້ອຍ ແລະ ເຖິງກັບຫວນຄິດເຖິງວັນເວລາຂອງຂ້ອຍທີ່ຢູ່ໃນໂລກເມື່ອກ່ອນ. ແລ້ວພຣະເຈົ້າເຮັດຫຍັງກັບຜູ້ຄົນກັນແທ້? ຂ້ອຍໄດ້ຮັບຫຍັງແດ່? ທຸກຄົນເວົ້າວ່າ ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ ແລະ ໄດ້ຮັບຄວາມຈິງ, ແລ້ວພວກເຂົາກໍຈະໄດ້ຮັບບາງສິ່ງ ແຕ່ຖ້າພວກເຂົາໄດ້ຮັບ, ພວກເຂົາຈະບໍ່ແຕກຕ່າງຈາກຄົນອື່ນໆບໍ? ຕອນນີ້ຂ້ອຍເຖົ້າລົງແລ້ວ ແລະ ສຸຂະພາບຂອງຂ້ອຍກໍບໍ່ຄືເກົ່າ. ຮອຍຫ່ຽວເທິງໃບໜ້າຂອງຂ້ອຍກໍເພີ່ມຂຶ້ນຫຼາຍ. ພວກເຂົາບໍ່ໄດ້ເວົ້າບໍວ່າ ຄົນທີ່ເຊື່ອໃນພຣະເຈົ້າຈະຍິ່ງໜຸ່ມຂຶ້ນ ເມື່ອພວກເຂົາມີຊີວິດຢູ່ດົນຂຶ້ນ? ເປັນຫຍັງຂ້ອຍຈຶ່ງເຖົ້າລົງແທນທີ່ຈະໜຸ່ມຂຶ້ນ? ແນວໃດກໍຕາມ ພຣະທຳຂອງພຣະເຈົ້າກໍບໍ່ໄດ້ຖືກຕ້ອງ, ຂ້ອຍຈຳເປັນຕ້ອງວາງແຜນເພື່ອຕົວຂ້ອຍເອງ. ຂ້ອຍເຫັນວ່ານີ້ຄືທັງໝົດຂອງການເຊື່ອໃນພຣະເຈົ້າ, ທຸກໆມື້ຫຍຸ້ງຢູ່ກັບການອ່ານພຣະທຳຂອງພຣະເຈົ້າ, ການເຂົ້າຮ່ວມການເຕົ້າໂຮມ, ການຮ້ອງເພງສັນລະເສີນ ແລະ ການປະຕິບັດໜ້າທີ່ຂອງຂ້ອຍ. ມັນເບິ່ງຄືວ່າໜ້າເບື່ອ ແລະ ຂ້ອຍບໍ່ຮູ້ສຶກແຕກຕ່າງຫຍັງຈາກເມື່ອກ່ອນເລີຍ”. ທັນທີທີ່ພວກເຂົາຄິດແບບນີ້, ພວກເຂົາກໍຈະພົບບັນຫາ, ແມ່ນບໍ? ພວກເຂົາຄິດໄປເລື້ອຍໆວ່າ: “ຕອນນີ້ຂ້ອຍກຳລັງທົນທຸກແທ້ໆໃນການປະຕິບັດໜ້າທີ່ຂອງຂ້ອຍ, ຄຳສັນຍາ ແລະ ພອນຂອງພຣະເຈົ້າເບິ່ງຄືວ່າຢູ່ຫ່າງໄກຫຼາຍ. ອີກຢ່າງໜຶ່ງ, ບາງຄົນທີ່ເຊື່ອໃນພຣະເຈົ້າກໍຕາຍໃນໄພພິບັດ, ແລ້ວມັນມີສິ່ງທີ່ເອີ້ນວ່າການປົກປ້ອງມະນຸດຂອງພຣະເຈົ້າຢູ່ແທ້ບໍ? ສົມມຸດວ່າບໍ່ມີ, ແລ້ວບົດຄວາມຄຳພະຍານທີ່ບາງຄົນໄດ້ຂຽນໄວ້ ທີ່ບອກວ່າພຣະເຈົ້າໄດ້ເຮັດສິ່ງມະຫັດສະຈັນເພື່ອຊ່ວຍຊີວິດພວກເຂົາໃນຊ່ວງເວລາທີ່ອັນຕະລາຍທີ່ສຸດນັ້ນ, ພວກມັນເປັນເລື່ອງຈິງ ຫຼື ປອມກັນແທ້?” ພວກເຂົາຄຸ່ນຄິດເລື່ອງນີ້ ແລະ ໃນໃຈຂອງພວກເຂົານັ້ນ ພວກເຂົາກໍບໍ່ແນ່ໃຈ ແລະ ເມື່ອພວກເຂົາສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາກໍຮູ້ສຶກບໍ່ມີຊີວິດຊີວາ ແລະ ບໍ່ກະຕືລືລົ້ນ ແລະ ບໍ່ຫ້າວຫັນອີກຕໍ່ໄປ. ພວກເຂົາເອົາແຕ່ຖອຍຫຼັງ ແລະ ເລີ່ມເຮັດສິ່ງຕ່າງໆແບບເຄິ່ງໆກາງໆ ແລະ ເຮັດພໍແລ້ວມືແລ້ວຕີນ. ພວກເຂົາກຳລັງຄິດຄຳນວນຫຍັງຢູ່ໃນຈິດໃຈຂອງພວກເຂົາ? “ຖ້າຂ້ອຍບໍ່ໄດ້ຮັບພອນ, ຖ້າມັນເປັນແບບນີ້ຢູ່ສະເໝີ, ແລ້ວຂ້ອຍກໍຈຳເປັນຕ້ອງວາງແຜນອື່ນ. ຂ້ອຍຕ້ອງວາງແຜນໃໝ່ວ່າ ຂ້ອຍຈະສືບຕໍ່ປະຕິບັດໜ້າທີ່ຂອງຂ້ອຍ ຫຼື ບໍ່ ແລະ ຂ້ອຍຈະເຮັດມັນແນວໃດໃນອະນາຄົດ. ຂ້ອຍຕ້ອງບໍ່ໂງ່ຈ້າແບບນີ້ອີກ. ຖ້າບໍ່ດັ່ງນັ້ນ ໃນອະນາຄົດຂ້ອຍກໍຈະບໍ່ໄດ້ຮັບອະນາຄົດ ແລະ ຊະຕາກຳຂອງຂ້ອຍ ຫຼື ມົງກຸດຂອງຂ້ອຍ ແລະ ຂ້ອຍກໍຈະບໍ່ໄດ້ເພີດເພີນກັບຄວາມສຸກທາງໂລກເຊັ່ນກັນ. ແລ້ວຄວາມພະຍາຍາມທັງໝົດນີ້ຈະບໍ່ສູນເປົ່າ ແລະ ໄຮ້ປະໂຫຍດບໍ? ຖ້າຂ້ອຍຍັງຄົງບໍ່ໄດ້ຮັບຫຍັງເລີຍຄືກັບຕອນນີ້, ແລ້ວເມື່ອກ່ອນຂ້ອຍກໍຍັງດີກວ່າ, ເຮັດວຽກ ແລະ ສະແຫວງຫາໂລກ ໃນຂະນະທີ່ເຊື່ອໃນພຣະເຈົ້າພຽງແຕ່ໃນນາມ. ຖ້າພຣະເຈົ້າບໍ່ເຄີຍບອກວ່າວຽກງານຈະສິ້ນສຸດລົງເມື່ອໃດ, ພຣະອົງຈະໃຫ້ລາງວັນແກ່ຜູ້ຄົນເມື່ອໃດ, ໜ້າທີ່ຈະສິ້ນສຸດລົງເມື່ອໃດ ແລະ ພຣະເຈົ້າຈະປາກົດຕໍ່ມະນຸດຊາດຢ່າງເປີດເຜີຍເມື່ອໃດ, ຖ້າພຣະເຈົ້າບໍ່ເຄີຍໃຫ້ຄຳອະທິບາຍທີ່ຊັດເຈນແກ່ຜູ້ຄົນ, ແລ້ວການເສຍເວລາຂອງຂ້ອຍຢູ່ບ່ອນນີ້ຈະມີປະໂຫຍດຫຍັງ? ຂ້ອຍກັບໄປຫາເງິນໃນໂລກ ແລະ ເພີດເພີນກັບຄວາມສຸກທາງໂລກຈະດີກວ່າ. ຢ່າງໜ້ອຍຂ້ອຍກໍຈະບໍ່ໄດ້ໃຊ້ຊີວິດຂອງຂ້ອຍຢ່າງສູນເປົ່າ. ສຳລັບໂລກທີ່ຈະມາເຖິງນັ້ນ, ໃຜຈະຮູ້? ມັນລ້ວນແຕ່ເປັນສິ່ງທີ່ບໍ່ຮູ້, ສຳລັບຕອນນີ້ ຂ້ອຍພຽງແຕ່ຈະໃຊ້ຊີວິດນີ້ໃຫ້ດີກໍພໍ”. ບໍ່ມີການປ່ຽນແປງເກີດຂຶ້ນໃນຄວາມຄິດຂອງພວກເຂົາບໍ? ເມື່ອພວກເຂົາກຳລັງຄິດຄຳນວນແບບນີ້ ແລະ ຍ່າງຕາມເສັ້ນທາງທີ່ຜິດ, ພວກເຂົາຍັງສາມາດປະຕິບັດໜ້າທີ່ທີ່ພວກເຂົາຮັບຜິດຊອບໄດ້ດີຢູ່ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ບາງຄົນເວົ້າວ່າ: “ຜູ້ຕໍ່ຕ້ານພຣະຄຣິສມັກສະຖານະ, ບໍ່ແມ່ນບໍ? ຖ້າເຈົ້າໃຫ້ຕຳແໜ່ງແກ່ພວກເຂົາ, ພວກເຂົາຈະບໍ່ຢູ່ເຮືອນຂອງພຣະເຈົ້າຕໍ່ບໍ?” ຜູ້ຕໍ່ຕ້ານພຣະຄຣິສຕ້ອງການສະຖານະໃນເວລານີ້ບໍ? ບາງທີສະຖານະອາດຈະບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບພວກເຂົາໃນເວລານີ້. ສິ່ງທີ່ພວກເຂົາຕ້ອງການແມ່ນຫຍັງ? ສິ່ງທີ່ພວກເຂົາຕ້ອງການກໍຄືໃຫ້ພຣະເຈົ້າໃຫ້ຄຳອະທິບາຍທີ່ຊັດເຈນແກ່ພວກເຂົາ. ຖ້າພວກເຂົາບໍ່ສາມາດໄດ້ຮັບພອນ, ແລ້ວພວກເຂົາກໍຈະຈາກໄປ. ໃນດ້ານໜຶ່ງ, ຖ້າພວກເຂົາບໍ່ສາມາດຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນຕະຫຼອດໄລຍະການປະຕິບັດໜ້າທີ່ຂອງພວກເຂົາ, ແລ້ວພວກເຂົາກໍຈະຮູ້ສຶກວ່າອະນາຄົດຂອງພວກເຂົາບໍ່ແນ່ນອນ, ມືດມົນ ແລະ ໝົດຫວັງ. ໃນອີກດ້ານໜຶ່ງ, ຖ້າໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ສິ່ງຕ່າງໆບໍ່ເຄີຍເປັນໄປຕາມທີ່ພວກເຂົາຄາດຫວັງໄວ້, ຖ້າພວກເຂົາບໍ່ໄດ້ເຫັນດ້ວຍຕົນເອງວ່າພຣະເຈົ້າສະເດັດລົງມາພ້ອມກັບການຮັບກຽດຕິຍົດຂອງພຣະອົງ ໃນມື້ທີ່ພາລະກິດອັນຍິ່ງໃຫຍ່ຂອງພຣະອົງສຳເລັດລົງ ຫຼື ຖ້າພຣະເຈົ້າບໍ່ໄດ້ບອກພວກເຂົາດ້ວຍພາສາທີ່ຊັດເຈນວ່າພຣະອົງຈະປາກົດຕໍ່ມະນຸດຊາດຢ່າງເປີດເຜີຍໃນປີ, ເດືອນ, ມື້, ຊົ່ວໂມງ ແລະ ນາທີໃດ, ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງເມື່ອໃດ ແລະ ໄພພິບັດໃຫຍ່ຈະມາເຖິງເມື່ອໃດ, ຖ້າພຣະອົງບໍ່ບອກສິ່ງເຫຼົ່ານີ້ແກ່ພວກເຂົາດ້ວຍພາສາທີ່ຊັດເຈນ, ແລ້ວໃຈຂອງພວກເຂົາກໍຈະວຸ້ນວາຍ. ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ໃນຂະນະທີ່ຍຶດຢູ່ໃນຕຳແໜ່ງທີ່ເໝາະສົມຂອງພວກເຂົາໄດ້ ແລະ ພວກເຂົາບໍ່ສາມາດຮູ້ສຶກພໍໃຈກັບສະຖານະການນີ້. ສິ່ງທີ່ພວກເຂົາຕ້ອງການຄືຜົນໄດ້ຮັບ, ສິ່ງທີ່ພວກເຂົາຕ້ອງການຄືໃຫ້ພຣະເຈົ້າໃຫ້ຄຳກ່າວແກ່ພວກເຂົາ ດ້ວຍພາສາທີ່ຊັດເຈນ ແລະ ເຮັດໃຫ້ພວກເຂົາສາມາດຮູ້ຢ່າງຊັດເຈນວ່າ ພວກເຂົາສາມາດໄດ້ຮັບທຸກສິ່ງທີ່ພວກເຂົາຕ້ອງການ ຫຼື ບໍ່. ຖ້າພວກເຂົາລໍຖ້າຄຳກ່າວນີ້ດົນເກີນໄປຢ່າງສູນເປົ່າ, ພວກເຂົາກໍຈະເຮັດການຄິດຄຳນວນອີກຢ່າງໜຶ່ງໃນຈິດໃຈຂອງພວກເຂົາ. ການຄິດຄຳນວນຫຍັງ? ພວກເຂົາຈະຄິດຄຳນວນວ່າມີໃຜສາມາດໃຫ້ຄວາມສຸກແກ່ພວກເຂົາໄດ້, ມີໃຜສາມາດໃຫ້ສິ່ງທີ່ພວກເຂົາຕ້ອງການແກ່ພວກເຂົາໄດ້ ແລະ ຖ້າພວກເຂົາບໍ່ສາມາດໄດ້ຮັບສິ່ງຕ່າງໆໃນໂລກທີ່ຈະມາເຖິງ, ແລ້ວພວກເຂົາກໍຕ້ອງໄດ້ຮັບທຸກສິ່ງທີ່ພວກເຂົາຕ້ອງການໃນຊີວິດນີ້. ຖ້າໂລກນີ້ ແລະ ມະນຸດຊາດສາມາດໃຫ້ພອນ, ຄວາມສະດວກສະບາຍ ແລະ ຄວາມເພີດເພີນຂອງເນື້ອໜັງ ແລະ ຊື່ສຽງ ແລະ ສະຖານະໃນຊີວິດນີ້ແກ່ພວກເຂົາໄດ້, ແລ້ວພວກເຂົາກໍຈະປະຖິ້ມພຣະເຈົ້າໄດ້ທຸກເວລາ, ພາຍໃຕ້ທຸກສະຖານະການ ແລະ ໄປໃຊ້ຊີວິດຂອງພວກເຂົາຢ່າງສຸກສະບາຍ. ນີ້ຄືການຄິດຄຳນວນຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນເຮືອນຂອງພຣະເຈົ້າ ພວກເຂົາສາມາດປ່ອຍວາງໜ້າທີ່ຂອງພວກເຂົາ ແລະ ວາງວຽກງານໃນມືຂອງພວກເຂົາລົງໄດ້ທຸກເວລາ, ພາຍໃຕ້ທຸກສະຖານະການ, ເພື່ອສະແຫວງຫາຄວາມສຸກ ແລະ ອະນາຄົດທາງໂລກ. ບາງຄົນເຖິງກັບສາມາດຫັກຫຼັງອ້າຍເອື້ອຍນ້ອງ, ຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ທໍລະຍົດພຣະເຈົ້າ ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ອະນາຄົດທາງໂລກ. ສະນັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເບິ່ງຄືວ່າໂດດເດັ່ນສໍ່າໃດ ໃນການປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າຈະມັກແຂ່ງຂັນສໍ່າໃດກໍຕາມ, ພວກເຂົາລ້ວນແຕ່ສາມາດຖິ້ມໜ້າທີ່ຂອງພວກເຂົາ, ທໍລະຍົດພຣະເຈົ້າ ແລະ ອອກຈາກເຮືອນຂອງພຣະເຈົ້າໄດ້ທຸກເວລາ, ພາຍໃຕ້ທຸກສະຖານະການ. ພວກເຂົາສາມາດຫັກຫຼັງເຮືອນຂອງພຣະເຈົ້າໄດ້ທຸກເວລາ, ພາຍໃຕ້ທຸກສະຖານະການ, ກາຍເປັນຢູດາ. ຖ້າຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຈະໃຊ້ສິ່ງນີ້ເປັນຂໍ້ຕໍ່ລອງຢ່າງຫຼີກລ່ຽງບໍ່ໄດ້. ພວກເຂົາຈະພະຍາຍາມຕອບສະໜອງຄວາມປາດຖະໜາຂອງພວກເຂົາເອງ ເພື່ອໃຫ້ໄດ້ຮັບພອນໃນໄລຍະເວລາສັ້ນໆຢ່າງແນ່ນອນ, ຢ່າງໜ້ອຍທີ່ສຸດກໍພະຍາຍາມຕອບສະໜອງຄວາມປາດຖະໜາຂອງພວກເຂົາ ສຳລັບຜົນປະໂຫຍດຈາກສະຖານະ ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນກ່ອນ ແລະ ຈາກນັ້ນກໍພະຍາຍາມເຂົ້າສູ່ອານາຈັກສະຫວັນ ແລະ ຮັບລາງວັນຂອງພວກເຂົາ. ຂີດຈຳກັດເວລາຂອງພວກເຂົາສຳລັບການປະຕິບັດໜ້າທີ່ອາດຈະເປັນສາມປີ ຫຼື ມັນອາດຈະເປັນຫ້າປີ, ແມ່ນແຕ່ສິບ ຫຼື ຊາວປີ. ນີ້ຄືເວລາທີ່ພວກເຂົາກຳນົດໃຫ້ກັບພຣະເຈົ້າ ແລະ ເປັນເວລາທີ່ດົນທີ່ສຸດທີ່ພວກເຂົາໃຫ້ກັບຕົນເອງສຳລັບການປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອຂີດຈຳກັດເວລານີ້ໝົດລົງ, ຄວາມອົດທົນຂອງພວກເຂົາກໍຈະມາຮອດຂີດຈຳກັດເຊັ່ນກັນ. ໃນຂະນະທີ່ພວກເຂົາສາມາດຍອມຜ່ອນຜັນໃຫ້ກັບຄວາມປາດຖະໜາຂອງພວກເຂົາເອງສຳລັບພອນ, ສຳລັບຈຸດໝາຍປາຍທາງທີ່ສວຍງາມ, ມົງກຸດ ແລະ ລາງວັນ ແລະ ອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໃນເຮືອນຂອງພຣະເຈົ້າ, ເວລາທີ່ຜ່ານໄປຈະບໍ່ມີທາງເຮັດໃຫ້ພວກເຂົາລືມ ຫຼື ປ່ອຍວາງອະນາຄົດ ແລະ ຊະຕາກຳຂອງພວກເຂົາ ຫຼື ຄວາມທະເຍີທະຍານ ແລະ ຄວາມປາດຖະໜາສ່ວນຕົວຂອງພວກເຂົາ, ແຮງໄກທີ່ສິ່ງເຫຼົ່ານີ້ຈະປ່ຽນແປງ ຫຼື ອ່ອນແອລົງເມື່ອເວລາຜ່ານໄປ. ສະນັ້ນ, ເມື່ອຕັດສິນຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນີ້, ພວກເຂົາເປັນຜູ້ບໍ່ເຊື່ອ ແລະ ຜູ້ສວຍໂອກາດຢ່າງແທ້ຈິງ ເຊິ່ງເປັນຄົນທີ່ບໍ່ມັກສິ່ງທີ່ເປັນບວກ ແລະ ຮັກພຽງແຕ່ສິ່ງທີ່ເປັນລົບ, ເປັນກຸ່ມຄົນເສື່ອມຊາມທີ່ຕ້ອງການຕົບຕາເອົາຕົວລອດໃນເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ຊ່າງເປັນຕາອາຍ.

ໜຶ່ງໃນເຈດຕະນາ ແລະ ທັດສະນະຄະຕິຫຼັກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ໜ້າທີ່ຂອງພວກເຂົາກໍຄື ການໃຊ້ມັນເປັນໂອກາດເພື່ອເຮັດການແລກປ່ຽນກັບພຣະເຈົ້າ ແລະ ເພື່ອໃຫ້ໄດ້ຮັບຜົນປະໂຫຍດທີ່ພວກເຂົາຕ້ອງການ. ພວກເຂົາຍັງເຊື່ອວ່າ: “ເມື່ອຜູ້ຄົນປະຖິ້ມຄອບຄົວຂອງພວກເຂົາ ແລະ ສະລະອະນາຄົດທາງໂລກຂອງພວກເຂົາ ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ມັນກໍແນ່ນອນຢູ່ແລ້ວວ່າພວກເຂົາຄວນໄດ້ຮັບບາງສິ່ງ, ໄດ້ຮັບບາງຢ່າງຕອບແທນ, ມີພຽງສິ່ງນີ້ເທົ່ານັ້ນທີ່ຍຸຕິທຳ ແລະ ສົມເຫດສົມຜົນ. ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ບໍ່ໄດ້ຮັບຫຍັງເລີຍ, ເຖິງແມ່ນວ່າເຈົ້າຈະໄດ້ຮັບຄວາມຈິງບາງຢ່າງ, ມັນກໍບໍ່ຄຸ້ມຄ່າ. ການປ່ຽນແປງທາງອຸປະນິໄສບໍ່ແມ່ນຜົນປະໂຫຍດທີ່ຈັບຕ້ອງໄດ້ເຊັ່ນກັນ, ເຖິງແມ່ນວ່າເຈົ້າຈະໄດ້ຮັບຄວາມລອດພົ້ນ, ກໍຈະບໍ່ມີໃຜສາມາດເບິ່ງເຫັນມັນໄດ້!” ຜູ້ບໍ່ເຊື່ອເຫຼົ່ານີ້ຫຼັບຫູຫຼັບຕາຕໍ່ຂໍ້ກຳນົດໃດກໍຕາມທີ່ພຣະເຈົ້າມີຕໍ່ມະນຸດຊາດ. ພວກເຂົາບໍ່ຮັບຮູ້ ຫຼື ເຊື່ອມັນ ແລະ ພວກເຂົາປັບໃຊ້ທັດສະນະຄະຕິແຫ່ງການປະຕິເສດ. ເມື່ອຕັດສິນຈາກທັດສະນະຄະຕິ ແລະ ເຈດຕະນາທີ່ຜູ້ຕ້ານພຣະຄຣິສປະຕິບັດຕໍ່ໜ້າທີ່ຂອງພວກເຂົາ, ເຫັນໄດ້ຊັດເຈນວ່າພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ ແຕ່ເປັນຜູ້ບໍ່ເຊື່ອ ແລະ ຜູ້ສວຍໂອກາດ; ພວກເຂົາເປັນຂອງຊາຕານ. ພວກເຈົ້າເຄີຍໄດ້ຍິນບໍວ່າຊາຕານສາມາດປະຕິບັດໜ້າທີ່ຢ່າງຈົງຮັກພັກດີໄດ້? (ບໍ່.) ຖ້າຊາຕານສາມາດປະຕິບັດ “ໜ້າທີ່” ຂອງມັນຕໍ່ໜ້າພຣະເຈົ້າໄດ້, ແລ້ວໜ້າທີ່ນີ້ກໍຕ້ອງຢູ່ໃນເຄື່ອງໝາຍຢືມ ເພາະຊາຕານກຳລັງເຮັດມັນແບບຈຳໃຈ ແລະ ພາຍໃຕ້ການບັງຄັບ, ຊາຕານກຳລັງຖືກພຣະເຈົ້າຊົງຄວບຄຸມ ແລະ ພຣະເຈົ້າກຳລັງນຳໃຊ້ມັນໃຫ້ເປັນປະໂຫຍດ. ສະນັ້ນ, ຍ້ອນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ ແລະ ຍ້ອນພວກເຂົາບໍ່ຮັກຄວາມຈິງ, ເບື່ອໜ່າຍຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ຍ້ອນທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ ຢ່າງບໍ່ມີເງື່ອນໄຂ ຫຼື ໂດຍບໍ່ມີຄ່າຕອບແທນໄດ້, ພວກເຂົາທັງບໍ່ສາມາດໄລ່ຕາມຄວາມຈິງ ຫຼື ຮັບຄວາມຈິງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ຫຼື ປະຕິບັດໜ້າທີ່ເຫຼົ່ານັ້ນຕາມຂໍ້ກຳນົດແຫ່ງພຣະທຳຂອງພຣະເຈົ້າໄດ້. ເນື່ອງຈາກທຳມະຊາດນີ້ຂອງພວກເຂົາ, ທັດສະນະຄະຕິທີ່ພວກເຂົາປະຕິບັດຕໍ່ໜ້າທີ່ຂອງພວກເຂົາ ແລະ ການສະແດງອອກຕ່າງໆໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ການປະຕິບັດຕໍ່ໜ້າທີ່ຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນການລະເລີຍ. ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາສາມາດເຮັດຄວາມຊົ່ວ ແລະ ຫຼິ້ນບົດບາດໃນການຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າໄດ້ທຸກເວລາ, ພາຍໃຕ້ທຸກສະຖານະການ. ການສະແດງອອກຫຼັກ ແລະ ໂດດເດັ່ນໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາແມ່ນຫຍັງ? ມັນຄືການກະທຳຕາມອຳເພີໃຈ ແລະ ຕາມໃຈມັກ, ການຕັ້ງຕົນເປັນໃຫຍ່ ແລະ ການເຮັດສິ່ງຕ່າງໆໂດຍບໍ່ປຶກສາຫາລືກັບຄົນອື່ນ. ພວກເຂົາເຮັດສິ່ງຕ່າງໆຕາມທີ່ພວກເຂົາມັກ, ໂດຍບໍ່ຄຳນຶງເຖິງຜົນທີ່ຈະຕາມມາ. ພວກເຂົາພຽງແຕ່ຄຳນຶງເຖິງວ່າ ພວກເຂົາຈະສາມາດກ້າວໜ້າກວ່າຄົນອື່ນໄດ້ແນວໃດ ແລະ ພວກເຂົາຈະສາມາດຄວບຄຸມຜູ້ຄົນໃຫ້ຫຼາຍຂຶ້ນຜ່ານການປະຕິບັດໜ້າທີ່ຂອງພວກເຂົາໄດ້ແນວໃດ. ພວກເຂົາພຽງແຕ່ຕ້ອງການສະແດງໃຫ້ພຣະເຈົ້າເຫັນວ່າພວກເຂົາໄດ້ອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາມີຕົ້ນທຶນ ແລະ ມີສິດທີ່ຈະຂໍລາງວັນ ແລະ ມົງກຸດຈາກພຣະເຈົ້າ, ເພື່ອເຮັດໃຫ້ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາເປັນຈິງ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການໄດ້ຮັບພອນ.

ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຄິດຄຳນວນສຳລັບອະນາຄົດ ແລະ ຊະຕາກຳຂອງພວກເຂົາເອງຢູ່ສະເໝີ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາມາໄດ້ຈັກປີແລ້ວ, ພວກເຂົາໄດ້ອົດທົນຕໍ່ຄວາມຍາກລຳບາກຫຼາຍສໍ່າໃດ, ພວກເຂົາໄດ້ປະຖິ້ມເພື່ອພຣະເຈົ້າຫຼາຍສໍ່າໃດ, ພວກເຂົາໄດ້ຈ່າຍລາຄາໄປຫຼາຍສໍ່າໃດ, ພວກເຂົາໄດ້ໃຊ້ເຫື່ອແຮງຂອງພວກເຂົາໄປຫຼາຍສໍ່າໃດ, ພວກເຂົາໄດ້ສະຫຼະເວລາໃນໄວໜຸ່ມຂອງພວກເຂົາໄປຈັກປີແລ້ວ ແລະ ຕອນນີ້ພວກເຂົາມີສິດທີ່ຈະໄດ້ຮັບລາງວັນ ແລະ ມົງກຸດ ຫຼື ບໍ່; ພວກເຂົາໄດ້ສະສົມຕົ້ນທຶນພຽງພໍແລ້ວ ຫຼື ບໍ່ ໃນຊ່ວງສອງສາມປີທີ່ປະຕິບັດໜ້າທີ່ຂອງພວກເຂົານີ້, ພວກເຂົາເປັນຄົນທີ່ເປັນທີ່ໂປດປານໃນສາຍພຣະເນດຂອງພຣະເຈົ້າຕໍ່ໜ້າພຣະອົງ ຫຼື ບໍ່ ແລະ ພວກເຂົາເປັນຄົນທີ່ສາມາດໄດ້ຮັບລາງວັນ ແລະ ມົງກຸດໃນສາຍພຣະເນດຂອງພຣະເຈົ້າ ຫຼື ບໍ່. ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ ພວກເຂົາຊັ່ງນໍ້າໜັກ, ຄິດຄຳນວນ ແລະ ວາງແຜນໃນລັກສະນະນີ້ຢູ່ສະເໝີ, ໃນຂະນະດຽວກັນກໍສັງເກດເບິ່ງຄຳເວົ້າ ແລະ ສີໜ້າຂອງຄົນອື່ນ ແລະ ສັງເກດເບິ່ງການປະເມີນ ແລະ ຄຳເວົ້າຂອງອ້າຍເອື້ອຍນ້ອງກ່ຽວກັບພວກເຂົາ. ແນ່ນອນວ່າ ສິ່ງທີ່ພວກເຂົາເປັນຫ່ວງທີ່ສຸດກໍຄື ເບື້ອງເທິງຮູ້ ຫຼື ບໍ່ວ່າພວກເຂົາມີຕົວຕົນຢູ່ ແລະ ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍິ່ງເປັນຫ່ວງຫຼາຍຂຶ້ນກ່ຽວກັບວິທີທີ່ເບື້ອງເທິງເບິ່ງພວກເຂົາ, ເວົ້າກ່ຽວກັບພວກເຂົາ ແລະ ປະເມີນພວກເຂົາ, ເບື້ອງເທິງເຂົ້າໃຈ “ເຈດຕະນາທີ່ພຽນພະຍາຍາມ” ຂອງພວກເຂົາໃນການທົນທຸກຕໍ່ຄວາມຍາກລຳບາກ ແລະ ການຈ່າຍລາຄາ ຫຼື ບໍ່, ເບື້ອງເທິງຮູ້ຢ່າງຊັດເຈນເຖິງຄວາມທົນທຸກ ແລະ ຄວາມລຳບາກຍາກແຄ້ນທີ່ພວກເຂົາໄດ້ອົດທົນ ໃນຫຼາຍປີທີ່ຕິດຕາມພຣະເຈົ້າ ຫຼື ບໍ່ ແລະ ພຣະເຈົ້າໃນສະຫວັນຕັດສິນທຸກສິ່ງທີ່ພວກເຂົາເຮັດແນວໃດ. ໃນຂະນະດຽວກັນກັບທີ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບໜ້າທີ່ທີ່ພວກເຂົາຮັບຜິດຊອບ, ຄວາມຄິດຂອງພວກເຂົາກໍຄິດຄຳນວນຢູ່ສະເໝີເຊັ່ນກັນ ແລະ ພວກເຂົາສະແຫວງຫາທີ່ຈະໄດ້ຮັບຂໍ້ມູນຈາກຫຼາຍແຫຼ່ງ ແລະ ຊັ່ງນໍ້າໜັກວ່າພວກເຂົາສາມາດຫຼີກລ່ຽງໄພພິບັດ, ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ໄດ້ຮັບມົງກຸດ ແລະ ພອນທີ່ບໍ່ຮູ້ຈັກນັ້ນ ຫຼື ບໍ່. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາມັກຈະຄິດຄຳນວນຢູ່ເລິກໆໃນໃຈຂອງພວກເຂົາ, ເປັນສິ່ງທີ່ເປັນແກນຫຼັກ ແລະ ສຳຄັນທີ່ສຸດທີ່ພວກເຂົາຄິດຄຳນວນທຸກເວລາຂອງທຸກມື້. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ເຄີຍພະຍາຍາມໄຕ່ຕອງ ຫຼື ທົບທວນວ່າຕົວພວກເຂົາເອງເປັນຄົນທີ່ປະຕິບັດຄວາມຈິງ ຫຼື ບໍ່; ພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດກັນແທ້; ຄວາມຈິງທີ່ພວກເຂົາເຂົ້າໃຈນັ້ນ ພວກເຂົາສາມາດປະຕິບັດໄດ້ຈິງຫຼາຍສໍ່າໃດ; ອຸປະນິໄສຂອງພວກເຂົາໄດ້ຮັບການປ່ຽນແປງຢ່າງແທ້ຈິງ ຫຼື ບໍ່; ມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ ຫຼື ມີການເຈືອປົນ, ການແລກປ່ຽນ ຫຼື ຄຳຮຽກຮ້ອງໃດໆລວມຢູ່ໃນສິ່ງທີ່ພວກເຂົາເຮັດເພື່ອພຣະເຈົ້າ ຫຼື ບໍ່; ພວກເຂົາໄດ້ເປີດເຜີຍຄວາມເສື່ອມຊາມຫຼາຍສໍ່າໃດໃນການປະຕິບັດໜ້າທີ່ຂອງພວກເຂົາ; ແຕ່ລະໜ້າທີ່ ແລະ ວຽກງານທີ່ພວກເຂົາເຮັດທຸກມື້ນັ້ນໄດ້ເຮັດຕາມຫຼັກການຄວາມຈິງ ຫຼື ບໍ່; ແລະ ການປະຕິບັດໜ້າທີ່ຂອງພວກເຂົາໄດ້ມາດຕະຖານ ແລະ ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ພວກເຂົາບໍ່ເຄີຍທົບທວນ ຫຼື ພະຍາຍາມໄຕ່ຕອງສິ່ງເຫຼົ່ານີ້ເລີຍ. ພວກເຂົາພຽງແຕ່ຄິດຄຳນວນວ່າພວກເຂົາສາມາດໄດ້ຮັບພອນໃນອະນາຄົດ ຫຼື ບໍ່ ແລະ ຈຸດໝາຍປາຍທາງຂອງພວກເຂົາແມ່ນຫຍັງ. ພວກເຂົາພຽງແຕ່ຄິດຄຳນວນຜົນປະໂຫຍດຂອງພວກເຂົາເອງ ແລະ ການໄດ້ການເສຍຂອງພວກເຂົາເອງ ແຕ່ບໍ່ເຄີຍໃຊ້ເຫື່ອແຮງ ຫຼື ຄວາມພະຍາຍາມໃດໆກັບຄວາມຈິງ, ການປ່ຽນແປງທາງອຸປະນິໄສ ຫຼື ວິທີການຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າເລີຍ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍປະຕິບັດການທົບທວນ, ການຮູ້ຈັກ ຫຼື ການໄຈ້ແຍກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ຫຼື ເສັ້ນທາງຜິດໆທີ່ພວກເຂົາໄດ້ຍ່າງໄປ ແລະ ບໍ່ເຄີຍພິຈາລະນາວິທີການປ່ຽນແປງມຸມມອງທີ່ຜິດພາດຂອງພວກເຂົາເອງເລີຍ. ພວກເຂົາຈະບໍ່ມີທາງກຽດຊັງ ທີ່ພວກເຂົາໄດ້ລະເມີດຄວາມຈິງ ແລະ ເຮັດສິ່ງທີ່ຊົ່ວຮ້າຍຫຼາຍຢ່າງເພື່ອຕໍ່ຕ້ານພຣະເຈົ້າ, ຈະບໍ່ມີທາງກຽດຊັງຕົນເອງຍ້ອນພວກເຂົາດຳລົງຊີວິດດ້ວຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຈະບໍ່ມີທາງຮູ້ສຶກສຳນຶກຜິດສຳລັບເສັ້ນທາງຜິດໆທີ່ພວກເຂົາໄດ້ຍ່າງໄປ ຫຼື ສິ່ງທີ່ພວກເຂົາໄດ້ເຮັດເພື່ອຂັດຂວາງ ແລະ ລົບກວນ. ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ນອກເໜືອຈາກການປິດບັງຂໍ້ບົກຜ່ອງ, ຄວາມອ່ອນແອ, ຄວາມຄິດລົບ, ຄວາມບໍ່ຫ້າວຫັນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງດ້ວຍທຸກວິທີທາງແລ້ວ, ພວກເຂົາຍັງເຮັດຈົນສຸດຄວາມສາມາດເພື່ອໂອ້ອວດຕົນເອງ ເພື່ອໃຫ້ພວກເຂົາສາມາດກ້າວໜ້າກວ່າຄົນອື່ນ ແລະ ຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອໃຫ້ພຣະເຈົ້າ ແລະ ປະຊາກອນທີ່ພຣະເຈົ້າເລືອກເຫັນເຖິງຄວາມສາມາດພິເສດ, ພອນສະຫວັນ ແລະ ຄວາມສາມາດຂອງພວກເຂົາ. ພວກເຂົາໃຊ້ສິ່ງນີ້ເພື່ອປອບໃຈຕົນເອງ ແລະ ເຮັດໃຫ້ຕົນເອງຄິດວ່າພວກເຂົາມີຕົ້ນທຶນ ແລະ ຄວາມໝັ້ນໃຈທີ່ຈະໄດ້ຮັບມົງກຸດ ແລະ ລາງວັນ ແລະ ພວກເຂົາບໍ່ຈຳເປັນຕ້ອງຍ່າງໃນເສັ້ນທາງແຫ່ງການໄລ່ຕາມຄວາມຈິງ. ສະນັ້ນ, ເຫດຜົນຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຜິດປົກກະຕິ. ບໍ່ວ່າຈະໂອ້ລົມຄວາມຈິງແນວໃດ ແລະ ບໍ່ວ່າຈະໂອ້ລົມຢ່າງຊັດເຈນສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ການເຊື່ອໃນພຣະເຈົ້າມີໄວ້ເພື່ອຫຍັງກັນແທ້ ແລະ ເສັ້ນທາງທີ່ຖືກຕ້ອງທີ່ຜູ້ຄົນຄວນຍ່າງນັ້ນແມ່ນຫຍັງ. ຍ້ອນອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາ, ຍ້ອນທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ ແລະ ຍ້ອນແກ່ນແທ້ທຳມະຊາດຂອງຄົນດັ່ງກ່າວ, ຢູ່ເລິກໆແລ້ວ ພວກເຂົາບໍ່ສາມາດແຍກແຍະໄດ້ວ່າຄວາມຈິງແມ່ນຫຍັງກັນແທ້ ແລະ ສິ່ງທີ່ເປັນບວກແມ່ນຫຍັງ, ສິ່ງທີ່ຖືກຕ້ອງແມ່ນຫຍັງ ແລະ ສິ່ງທີ່ຜິດແມ່ນຫຍັງກັນແທ້. ພວກເຂົາຍຶດໝັ້ນກັບຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາເອງຢ່າງໜັກແໜ້ນ, ໂດຍຖືວ່າພວກມັນເປັນຄວາມຈິງ, ເປັນເປົ້າໝາຍດຽວໃນຊີວິດ ແລະ ເປັນກິດຈະການທີ່ເປັນທຳທີ່ສຸດ. ພວກເຂົາບໍ່ຮູ້ຄວາມຈິງທີ່ວ່າ ຖ້າອຸປະນິໄສຂອງຄົນໃດໜຶ່ງບໍ່ປ່ຽນແປງ ແລ້ວພວກເຂົາກໍຈະເປັນສັດຕູຂອງພຣະເຈົ້າຕະຫຼອດໄປ ແລະ ບໍ່ຮູ້ວ່າພອນທີ່ພຣະເຈົ້າປະທານໃຫ້ຄົນໃດຄົນໜຶ່ງ ແລະ ວິທີທີ່ພຣະເຈົ້າປະຕິບັດຕໍ່ຄົນໃດຄົນໜຶ່ງນັ້ນບໍ່ໄດ້ອີງໃສ່ຄວາມສາມາດ, ພອນສະຫວັນ, ຄວາມສາມາດພິເສດ ຫຼື ຕົ້ນຶທນຂອງພວກເຂົາ ແຕ່ອີງໃສ່ວ່າພວກເຂົາປະຕິບັດຄວາມຈິງຫຼາຍສໍ່າໃດ ແລະ ພວກເຂົາໄດ້ຮັບຄວາມຈິງຫຼາຍສໍ່າໃດ ແລະ ພວກເຂົາເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ຫຼື ບໍ່. ສິ່ງເຫຼົ່ານີ້ຄືຄວາມຈິງທີ່ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີທາງເຂົ້າໃຈ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີທາງເບິ່ງເຫັນສິ່ງນີ້ ແລະ ນີ້ຄືບ່ອນທີ່ພວກເຂົາໂງ່ຈ້າທີ່ສຸດ. ຕັ້ງແຕ່ຕົ້ນຈົນຈົບ, ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ໜ້າທີ່ຂອງພວກເຂົາແມ່ນຫຍັງ? ພວກເຂົາເຊື່ອວ່າການປະຕິບັດໜ້າທີ່ຂອງຕົນເປັນການແລກປ່ຽນ, ຜູ້ໃດທີ່ເສຍສະລະຫຼາຍທີ່ສຸດໃນໜ້າທີ່ຂອງພວກເຂົາ, ປະກອບສ່ວນຫຼາຍທີ່ສຸດໃຫ້ກັບເຮືອນຂອງພຣະເຈົ້າ ແລະ ອົດທົນຫຼາຍປີທີ່ສຸດໃນເຮືອນຂອງພຣະເຈົ້າ ກໍຈະມີໂອກາດສູງກວ່າທີ່ຈະໄດ້ຮັບພອນ ແລະ ໄດ້ຮັບມົງກຸດໃນທີ່ສຸດ. ນີ້ຄືການໃຊ້ເຫດຜົນຂອງຜູ້ຕໍ່ຕ້ານພຣະຄຣິສ. ການໃຊ້ເຫດຜົນນີ້ຖືກຕ້ອງບໍ? (ບໍ່.) ມຸມມອງປະເພດນີ້ປ່ຽນແປງໄດ້ງ່າຍບໍ? ມັນປ່ຽນແປງບໍ່ໄດ້ງ່າຍເລີຍ. ສິ່ງນີ້ຖືກຕັດສິນໂດຍແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນໃຈຂອງພວກເຂົາ ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ, ພວກເຂົາບໍ່ໄລ່ຕາມຄວາມຈິງເລີຍ ແລະ ກຳລັງຍ່າງໃນເສັ້ນທາງທີ່ຜິດ, ສະນັ້ນ ມຸມມອງຂອງພວກເຂົາໃນການເຮັດການແລກປ່ຽນກັບພຣະເຈົ້າຈຶ່ງປ່ຽນແປງບໍ່ໄດ້ງ່າຍ. ໃນທີ່ສຸດແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອວ່າພຣະເຈົ້າຄືຄວາມຈິງ, ພວກເຂົາເປັນຜູ້ບໍ່ເຊື່ອ, ພວກເຂົາມາທີ່ນີ້ເພື່ອສ່ຽງໂຊກ ແລະ ໃຫ້ໄດ້ຮັບພອນ. ການທີ່ຜູ້ບໍ່ເຊື່ອມາເຊື່ອໃນພຣະເຈົ້ານັ້ນ, ໃນຕົວມັນເອງກໍເປັນສິ່ງທີ່ຟັງບໍ່ຂຶ້ນຢູ່ແລ້ວ, ມັນເປັນສິ່ງທີ່ປະຫຼາດ ແລະ ພວກເຂົາຕ້ອງການເຮັດການແລກປ່ຽນກັບພຣະເຈົ້າ ແລະ ໄດ້ຮັບພອນ ໂດຍການທົນທຸກທໍລະມານ ແລະ ການຈ່າຍລາຄາເພື່ອພຣະເຈົ້ານັ້ນ, ສິ່ງນີ້ຍິ່ງເປັນສິ່ງທີ່ປະຫຼາດຫຼາຍກວ່າ.

ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ເຊື່ອໃນພຣະເຈົ້າເພື່ອໃຫ້ໄດ້ຮັບພອນ ແລະ ມົງກຸດ. ພວກເຂົາບໍ່ໄດ້ຍ່າງໃນເສັ້ນທາງນີ້ ຍ້ອນມີຄົນບັງຄັບພວກເຂົາ, ຢ່າວ່າແຕ່ຍ້ອນພຣະທຳຂອງພຣະເຈົ້ານໍາພາພວກເຂົາຢ່າງຜິດໆໃນທາງໃດທາງໜຶ່ງເລີຍ. ພຣະເຈົ້າໄດ້ໃຫ້ຄຳສັນຍາແກ່ມະນຸດຊາດ ແຕ່ໃນຂະນະດຽວກັນກັບທີ່ໃຫ້ຄຳສັນຍານັ້ນ ພຣະອົງກໍໄດ້ປະທານຄວາມຈິງຈຳນວນຫຼວງຫຼາຍໃຫ້ແກ່ພວກເຂົາ ແລະ ວາງຂໍ້ກຳນົດຫຼາຍຢ່າງສຳລັບພວກເຂົາເຊັ່ນກັນ ເຊິ່ງຄົນປົກກະຕິຄວນຈະສາມາດເບິ່ງເຫັນໄດ້. ຄົນທີ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຄິດແນວໃດ? “ມັນບໍ່ແມ່ນເລື່ອງງ່າຍທີ່ຈະໄດ້ຮັບພອນເຫຼົ່ານີ້, ສະນັ້ນ ຂ້ອຍຕ້ອງກະທຳຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ; ຂ້ອຍຕ້ອງບໍ່ຍ່າງໃນເສັ້ນທາງຂອງໂປໂລ. ຖ້າຜູ້ຄົນຍ່າງໃນເສັ້ນທາງຂອງໂປໂລ, ແລ້ວພວກເຂົາກໍຈະຈົບສິ້ນຢ່າງສິ້ນເຊີງ. ມີພຽງແຕ່ເມື່ອຜູ້ຄົນເຊື່ອ, ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າເທົ່ານັ້ນ ຄຳສັນຍາ, ພອນ, ອະນາຄົດ ແລະ ຊະຕາກຳທັງໝົດທີ່ພຣະເຈົ້າໄດ້ກ່າວເຖິງຈຶ່ງຈະມີສ່ວນກ່ຽວຂ້ອງກັບພວກເຂົາ. ຖ້າພວກເຂົາບໍ່ເຊື່ອ, ບໍ່ຍອມຮັບ ແລະ ບໍ່ອ່ອນນ້ອມຕໍ່ພຣະທຳເຫຼົ່ານີ້ຂອງພຣະເຈົ້າ, ແລ້ວຄຳສັນຍາ ແລະ ພອນທັງໝົດເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວເຖິງກໍຈະບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ”. ຄົນທີ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຈະຄິດແບບນີ້. ແຕ່ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ຄິດແບບນີ້? ຜູ້ຕໍ່ຕ້ານພຣະຄຣິສແມ່ນຊາຕານ, ພວກເຂົາແມ່ນມານຮ້າຍ ແລະ ພວກເຂົາບໍ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ນີ້ຄືເຫດຜົນທຳອິດ. ຢ່າງທີສອງ, ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ, ບໍ່ເຊື່ອແຕ່ລະຄຳທີ່ກ່າວອອກມາຈາກພຣະໂອດຂອງພຣະເຈົ້າ ແລະ ເບື່ອໜ່າຍສິ່ງທີ່ເປັນບວກ. ຄົນທີ່ບໍ່ຮັບຮູ້ຄວາມຈິງ ແລະ ເບື່ອໜ່າຍສິ່ງທີ່ເປັນບວກຈະສາມາດປະຕິບັດຕາມຄວາມຈິງ ແລະ ຕາມສິ່ງທີ່ເປັນບວກໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ສິ່ງນີ້ປຽບເໝືອນການບັງຄັບໃຫ້ໝາປ່າກິນຫຍ້າຄືກັບທີ່ແກະກິນ, ໂດຍພື້ນຖານແລ້ວພວກມັນບໍ່ສາມາດເຮັດໄດ້. ເມື່ອບໍ່ມີຊີ້ນ ແລະ ພວກມັນກຳລັງຈະອຶດຕາຍ, ພວກມັນອາດຈະຖືກບັງຄັບໃຫ້ກິນຫຍ້າເລັກໜ້ອຍ ແຕ່ຫຼັງຈາກທີ່ມີຊີ້ນໃຫ້ກິນ, ທາງເລືອກທຳອິດຂອງພວກມັນກໍຄືການກິນຊີ້ນຢ່າງແນ່ນອນ; ສິ່ງນີ້ຖືກຕັດສິນໂດຍທຳມະຊາດຂອງໝາປ່າ. ຜູ້ຕໍ່ຕ້ານພຣະຄຣິສກໍມີທຳມະຊາດແບບນັ້ນ. ຜົນປະໂຫຍດຂອງພວກເຂົາສາມາດກະຕຸ້ນໃຫ້ພວກເຂົາສະແດງພຶດຕິກຳທີ່ດີບາງຢ່າງ, ຈ່າຍລາຄາໃນລະດັບໜຶ່ງ ແລະ ມີການສະແດງອອກທີ່ດີບາງຢ່າງ ແຕ່ພວກເຂົາບໍ່ມີທາງປ່ອຍວາງການສະແຫວງຫາ ແລະ ຄວາມປາດຖະໜາສຳລັບຜົນປະໂຫຍດເຫຼົ່ານີ້ໄດ້ເລີຍ. ຕົວຢ່າງ: ສິ່ງທີ່ພວກເຂົາສະແຫວງຫາໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາກໍຄືຜົນປະໂຫຍດສ່ວນຕົວ ແລະ ສິ່ງທີ່ພວກເຂົາຄິດກໍຄືວິທີການປ່ຽນການປະຕິບັດໜ້າທີ່ຂອງພວກເຂົາໃຫ້ກາຍເປັນຕົ້ນທຶນເພື່ອໃຫ້ໄດ້ຮັບພອນສຳລັບຕົວພວກເຂົາເອງ. ຫຼັງຈາກທີ່ຄວາມຫວັງນີ້ພັງທະລາຍລົງ ແລະ ຫຼັງຈາກທີ່ແນວປ້ອງກັນນີ້ພັງທະລາຍລົງ, ພວກເຂົາກໍສາມາດປະຖິ້ມໜ້າທີ່ຂອງພວກເຂົາໄດ້ທຸກເວລາ, ພາຍໃຕ້ທຸກສະຖານະການ. ເມື່ອເວລານັ້ນມາເຖິງ ແລະ ເຈົ້າເວົ້າກັບພວກເຂົາວ່າການປະຕິບັດໜ້າທີ່ຂອງຕົນນັ້ນດີສໍ່າໃດ ແລະ ເປັນທຳມະຊາດ ແລະ ທ່ຽງທຳໂດຍສົມບູນສໍ່າໃດ, ພວກເຂົາຍັງຈະຟັງຢູ່ບໍ? (ບໍ່, ພວກເຂົາຈະບໍ່ຟັງ.) ເມື່ອພວກເຂົາຕັດສິນໃຈເລີກລົ້ມ ແລະ ຈາກໄປ, ຜູ້ຄົນກໍພະຍາຍາມຊັກຊວນພວກເຂົາວ່າ: “ເຈົ້າຄວນຢູ່ຕໍ່. ການປະຕິບັດໜ້າທີ່ຂອງເຈົ້ານັ້ນດີຫຼາຍ ແລະ ການກັບອອກໄປສູ່ໂລກນັ້ນຍາກລຳບາກຫຼາຍ. ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ, ເຈົ້າຈະຖືກລັງແກ ແລະ ອິດເມື່ອຍ, ເຈົ້າຈະບໍ່ໄດ້ຮັບຄວາມຈິງ ແລະ ເຈົ້າຈະບໍ່ມີໂອກາດຖືກຊ່ວຍໃຫ້ລອດພົ້ນ”. ຜູ້ຄົນອາດຈະຄິດວ່າມັນບໍ່ເປັນຫຍັງທີ່ຈະໃຫ້ຄຳແນະນຳແກ່ພວກເຂົາ ແຕ່ພວກເຂົາບໍ່ພຽງແຕ່ຈະບໍ່ຢູ່ຕໍ່ເທົ່ານັ້ນ, ພວກເຂົາຍັງຈະຮ້ອງໄຫ້ດ້ວຍຄວາມອັບອາຍອີກດ້ວຍ. ເປັນຫຍັງພວກເຂົາຈຶ່ງຮ້ອງໄຫ້? (ພວກເຂົາຮູ້ສຶກຖືກກະທຳຢ່າງບໍ່ເປັນທຳ.) ສິ່ງນີ້ເປັນຄວາມຈິງ. ແລ້ວພວກເຂົາຖືກກະທຳຢ່າງບໍ່ເປັນທຳໄດ້ແນວໃດ? (ພວກເຂົາຖືກກະທຳຢ່າງບໍ່ເປັນທຳ ເພາະພວກເຂົາຄິດວ່າພວກເຂົາໄດ້ອົດທົນຕໍ່ຄວາມທຸກທໍລະມານຫຼາຍຢ່າງ ແລະ ຈ່າຍລາຄາຢ່າງຫຼວງຫຼາຍ ແຕ່ບໍ່ໄດ້ຮັບສິ່ງທີ່ພວກເຂົາຕ້ອງການ.) ພວກເຂົາຄິດວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ ແລະ ພວກເຂົາກໍເຕັມໄປດ້ວຍຄວາມຄັບແຄ້ນໃຈ. ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ແບບນີ້ ແຕ່ມັນບໍ່ເຄີຍເຮັດໃຫ້ພວກເຂົາຊາບຊຶ້ງເລີຍ, ທັງພວກເຂົາກໍບໍ່ເຄີຍເສຍນໍ້າຕາໃຫ້ກັບມັນ ແຕ່ເມື່ອຄົນອື່ນພະຍາຍາມຊັກຊວນພວກເຂົາ, ພວກເຂົາພັດເລີ່ມຮ້ອງໄຫ້. ຖ້າພວກເຂົາຮູ້ສຶກຖືກກະທຳຢ່າງບໍ່ເປັນທຳ, ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າອອກມາ? ການເວົ້າອອກມາຢ່າງຊັດເຈນຈະບໍ່ຊ່ວຍແກ້ໄຂບັນຫາບໍ? ພວກເຂົາຮ້ອງໄຫ້ເພື່ອຫຍັງ? ເປັນຫຍັງຈຶ່ງບໍ່ເວົ້າອອກມາຢ່າງກົງໄປກົງມາ? ເພາະຄວາມຄິດຂອງພວກເຂົານັ້ນໜ້າລະອາຍເກີນກວ່າຈະເວົ້າອອກມາໄດ້ ຈົນແມ່ນແຕ່ພວກເຂົາເອງກໍຍັງອັບອາຍທີ່ຈະເວົ້າເຖິງພວກມັນ. ໃນຕອນເລີ່ມຕົ້ນ, ພວກເຂົາໄດ້ສາບານຕໍ່ພຣະເຈົ້າຢ່າງໜັກແໜ້ນຈົນສັ່ນສະເທືອນຮອດສະຫວັນ ແລະ ແຜ່ນດິນໂລກ ແລ້ວຕອນນີ້ເດເປັນແນວໃດ? “ຂ້ອຍເສຍໃຈກັບສິ່ງທີ່ຂ້ອຍໄດ້ເຮັດລົງໄປ; ຂ້ອຍໂງ່ຈ້າຂະໜາດນີ້ໄດ້ແນວໃດ? ຖ້າຂ້ອຍຮູ້ວ່າມັນຈະເປັນແບບນີ້, ຂ້ອຍກໍຄົງຈະບໍ່ເຮັດຄືກັບທີ່ຂ້ອຍໄດ້ເຮັດໃນອະດີດ! ຕອນນັ້ນຂ້ອຍບໍ່ເຂົ້າໃຈຫຍັງເລີຍ. ພວກເຂົາເວົ້າວ່າການເຊື່ອໃນພຣະເຈົ້ານັ້ນດີ, ສະນັ້ນ ຂ້ອຍຈຶ່ງເຊື່ອໃນພຣະອົງ. ຂ້ອຍເຖິງກັບປະຖິ້ມຄອບຄົວ ແລະ ວຽກງານຂອງຂ້ອຍເພື່ອປະຕິບັດໜ້າທີ່ຂອງຂ້ອຍໃນເຮືອນຂອງພຣະເຈົ້າ. ຂ້ອຍທົນທຸກຫຼາຍ, ຂ້ອຍຖືກຂົ່ມເຫັງ ແລະ ຂ້ອຍຖືກຈັບກຸມ ແຕ່ຂ້ອຍບໍ່ໄດ້ຮັບຫຍັງເລີຍຈາກການປະຕິບັດໜ້າທີ່ຂອງຂ້ອຍໃນຊ່ວງສອງສາມປີທີ່ຜ່ານມານີ້”. ພວກເຂົາຮູ້ສຶກຖືກກະທຳຢ່າງບໍ່ເປັນທຳ ແລະ ໂສກເສົ້າ ແລະ ພວກເຂົາກໍເສຍໃຈກັບທຸກສິ່ງທີ່ພວກເຂົາໄດ້ເຮັດລົງໄປ. ພວກເຂົາຄິດວ່າມັນບໍ່ຄຸ້ມຄ່າ ແລະ ຄິດວ່າພວກເຂົາຖືກຫຼອກລວງ. ພວກເຈົ້າຈະເວົ້າວ່າຄວນເຮັດແນວໃດກັບຄົນປະເພດນີ້? (ຄວນເຮັດໃຫ້ພວກເຂົາຈາກໄປໄວໆ.) ພວກເຈົ້າຍັງຈະພະຍາຍາມຊັກຊວນພວກເຂົາຢູ່ບໍ? (ບໍ່.) ຖ້າພວກເຈົ້າຍັງສືບຕໍ່ພະຍາຍາມຊັກຊວນພວກເຂົາ, ພວກເຂົາກໍຈະນອນກິ້ງເກືອກຢູ່ເທິງພື້ນເພື່ອອາລະວາດ. ພວກເຈົ້າຕ້ອງບໍ່ພະຍາຍາມຊັກຊວນຄົນແບບນີ້ເດັດຂາດ.

ເຮືອນຂອງພຣະເຈົ້າແມ່ນດິນແດນການາອານທີ່ອຸດົມສົມບູນ. ມັນເປັນຜື່ນແດນທີ່ບໍລິສຸດ. ຜູ້ຄົນມາທີ່ເຮືອນຂອງພຣະເຈົ້າ ແລະ ໄດ້ຮັບການພິພາກສາ ແລະ ການລິຮານແຫ່ງພຣະທຳທີ່ມາຈາກພຣະເຈົ້າ ແລະ ພວກເຂົາໄດ້ຮັບການສະໜອງ, ການຊ່ວຍເຫຼືອ, ການນໍາພາ ແລະ ພອນຂອງພຣະອົງ. ພຣະເຈົ້າປະຕິບັດພາລະກິດ ແລະ ລ້ຽງດູດ້ວຍພຣະອົງເອງ ແລະ ເຖິງແມ່ນວ່າຜູ້ຄົນຈະຕ້ອງຈ່າຍລາຄາເລັກໜ້ອຍ ແລະ ທົນທຸກກັບຄວາມທຸກລຳບາກບາງຢ່າງ, ມັນກໍຄຸ້ມຄ່າ. ທຸກສິ່ງທີ່ຜູ້ຄົນເຮັດເພື່ອປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກໂລກທີ່ຊົ່ວຮ້າຍນີ້, ເພື່ອປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ເພື່ອໃຫ້ລອດພົ້ນນັ້ນ ລ້ວນແຕ່ຄຸ້ມຄ່າ. ແຕ່ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ຖ້າມັນບໍ່ແມ່ນເພື່ອຮັບພອນ ຫຼື ລາງວັນ, ຖ້າມົງກຸດ ແລະ ລາງວັນບໍ່ມີຢູ່ຈິງ, ແລ້ວການເຮັດສິ່ງທັງໝົດນີ້ກໍບໍ່ຄຸ້ມຄ່າ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການກະທຳທີ່ໂງ່ຈ້າ ແລະ ລ້ວນແຕ່ເປັນການສະແດງອອກເຖິງການຖືກຫຼອກລວງ. ບໍ່ວ່າພວກເຂົາຈະເຄີຍຕັ້ງໃຈຍິ່ງໃຫຍ່ສໍ່າໃດ ຫຼື ໃຫ້ຄຳປະຕິຍານທີ່ສູງສົ່ງສໍ່າໃດມາກ່ອນ, ທັງໝົດນັ້ນກໍສາມາດຖືກລຶບລ້າງໄປໄດ້ງ່າຍແບບນັ້ນເລີຍ ແລະ ບໍ່ນັບເປັນຫຍັງເລີຍ. ຖ້າພວກເຂົາທົນທຸກ ແລະ ຈ່າຍລາຄາໃນການປະຕິບັດໜ້າທີ່ຂອງພວກເຂົາແບບນີ້ ແລະ ໃນທີ່ສຸດພວກເຂົາກໍບໍ່ໄດ້ຮັບຫຍັງເລີຍ, ແລ້ວພວກເຂົາກໍຄວນໜີອອກຈາກ “ສະຖານທີ່ທີ່ວຸ້ນວາຍ” ນີ້ໃຫ້ໄວເທົ່າທີ່ຈະໄວໄດ້. ຜູ້ຕໍ່ຕ້ານພຣະຄຣິສຖືວ່າການເສຍສະລະຕົນເອງເພື່ອພຣະເຈົ້າ, ການທົນທຸກກັບຄວາມຍາກລຳບາກ ແລະ ການຈ່າຍລາຄາໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ເປັນສິ່ງທີ່ພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງເຮັດ ແລະ ເປັນຂໍ້ຕໍ່ລອງເພື່ອໃຫ້ໄດ້ຕົ້ນທຶນ, ເພື່ອແລກປ່ຽນກັບມົງກຸດ ແລະ ລາງວັນ. ຈຸດເລີ່ມຕົ້ນນີ້ເອງກໍຜິດແລ້ວ, ແລ້ວຜົນສຸດທ້າຍແມ່ນຫຍັງ? ສຳລັບບາງຄົນ, ການປະຕິບັດໜ້າທີ່ຂອງພວກເຂົາກໍລົ້ມເຫຼວລະຫວ່າງທາງ ແລະ ພວກເຂົາບໍ່ສາມາດອອກເຫື່ອແຮງຈົນເຖິງທີ່ສຸດໄດ້. ໃນເວລາດຽວກັນ, ຍ້ອນແກ່ນແທ້ທຳມະຊາດຂອງພວກເຂົາ, ຄົນດັ່ງກ່າວຈຶ່ງລະເມີດຫຼັກການຄວາມຈິງຢູ່ສະເໝີ ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ກະທຳການຢ່າງປະໝາດ ແລະ ຕາມອຳເພີໃຈ ແລະ ເຮັດແຕ່ສິ່ງທີ່ຂັດຂວາງ ແລະ ລົບກວນ. ສະນັ້ນ, ໜ້າທີ່ທີ່ພວກເຂົາປະຕິບັດກາຍເປັນຫຍັງ? ໃນມຸມມອງຂອງພຣະເຈົ້າ, ສິ່ງເຫຼົ່ານັ້ນບໍ່ແມ່ນການກະທຳທີ່ດີ ແຕ່ເປັນການກະທຳທີ່ຊົ່ວຮ້າຍ ແລະ ຍັງມີຢ່າງຫຼວງຫຼາຍເປັນກອງອີກດ້ວຍ. ຜົນໄດ້ຮັບດັ່ງກ່າວມີສາເຫດຕົ້ນຕໍ. ຄົນທີ່ໂດຍພື້ນຖານແລ້ວບໍ່ເຊື່ອໃນຄວາມຈິງ ຫຼື ໃນພຣະທຳຂອງພຣະເຈົ້າ ຈະສາມາດປະຕິບັດຕາມພຣະທຳຂອງພຣະອົງໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ພວກເຂົາຈະພຽງແຕ່ຊອກຫາທຸກໂອກາດເພື່ອໂອ້ອວດຕົນເອງ, ຍຶດອຳນາດ, ຄວບຄຸມຄົນອື່ນ, ຄວບຄຸມພຶດຕິກຳ ແລະ ຄວາມຄິດຂອງຄົນອື່ນ ແລະ ເຖິງກັບຄວບຄຸມທຸກສິ່ງກ່ຽວກັບຜູ້ຄົນເພື່ອຈຸດປະສົງຂອງພວກເຂົາເອງ. ສະນັ້ນ, ບາງຄົນໃນຄົນເຫຼົ່ານີ້ທີ່ກະທຳການທີ່ຊົ່ວຮ້າຍຫຼາຍຢ່າງຈຶ່ງຖືກຂັບໄລ່ ແລະ ບາງຄົນທີ່ຂ້ອນຂ້າງມີເລ່ຫຼ່ຽມ ແລະ ເກັ່ງໃນການປອມຕົວ ກໍຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າຄົນເຫຼົ່ານີ້ຍັງຢູ່ໃນເຮືອນຂອງພຣະເຈົ້າ? ຄົນເຫຼົ່ານີ້ບໍ່ໄດ້ເຮັດຄວາມຊົ່ວຮ້າຍທີ່ຊັດເຈນ ແລະ ບາງຄົນກໍຮູ້ຈັກຕຳແໜ່ງຂອງຕົນເອງ ແລະ ປະພຶດຕົວດີ ແລະ ເຊື່ອຟັງ, ເຮັດທຸກຢ່າງທີ່ພວກເຂົາຖືກຂໍໃຫ້ເຮັດ, ແຕ່ເມື່ອເວົ້າເຖິງແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ສາມາດບັນລຸໜ້າທີ່ ແລະ ພັນທະຂອງພວກເຂົາໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້. ພວກເຂົາບໍ່ໄດ້ເສຍສະລະຕົນເອງເພື່ອພຣະເຈົ້າ, ແຕ່ກັບເຮັດແບບພໍແລ້ວມືແລ້ວຕີນ ແລະ ປ່ອຍເວລາໃຫ້ຜ່ານໄປຊື່ໆ, ໂດຍເຊື່ອວ່າຖ້າພວກເຂົາອົດທົນຈົນເຖິງທີ່ສຸດ ພວກເຂົາກໍຈະຊະນະ ແລະ ໄດ້ຮັບບາງສິ່ງບາງຢ່າງ. ພວກເຂົາເປັນຄົນປະເພດໃດ? ພວກເຂົາຄືພວກສວຍໂອກາດເຫຼົ່ານັ້ນ, ຄົນເຫຼົ່ານັ້ນທີ່ໂດຍພື້ນຖານແລ້ວບໍ່ໄລ່ຕາມຄວາມຈິງ. ບາງຄົນໄດ້ເຮັດຄວາມຊົ່ວຮ້າຍບາງຢ່າງໃນເຮືອນຂອງພຣະເຈົ້າ, ແຕ່ຕາມກົດການປົກຄອງຂອງເຮືອນຂອງພຣະເຈົ້າ, ພວກເຂົາຍັງບໍ່ເຖິງລະດັບທີ່ຈະຖືກຄັດອອກ ຫຼື ຖືກຂັບໄລ່ ແລະ ພວກເຂົາກໍຍັງຄົງປະຕິບັດໜ້າທີ່ຂອງພວກເຂົາຢູ່. ຄວາມຈິງແລ້ວ, ເລິກໆໃນໃຈຂອງພວກເຂົາ, ພວກເຂົາຮູ້ວ່າເຫດຜົນທີ່ເຮືອນຂອງພຣະເຈົ້າບໍ່ໄດ້ຄັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ ບໍ່ແມ່ນຍ້ອນວ່າເຮືອນຂອງພຣະເຈົ້າບໍ່ໄດ້ຮັບຂໍ້ມູນກ່ຽວກັບພວກເຂົາເປັນຢ່າງດີ ຫຼື ບໍ່ຮູ້ສະພາວະທີ່ແທ້ຈິງຂອງພວກເຂົາ, ແຕ່ເປັນຍ້ອນເຫດຜົນອື່ນໆຫຼາຍຢ່າງ. ຄົນຈຳນວນໜຶ່ງໃນກຸ່ມຄົນເຫຼົ່ານີ້ທີ່ບໍ່ໄດ້ຖືກຂັບໄລ່ກໍເປັນຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ນີ້ກໍຍ້ອນວ່າຕອນນີ້ຄົນເຫຼົ່ານີ້ບໍ່ມີໂອກາດ, ແຕ່ໂດຍອີງໃສ່ແກ່ນແທ້ທຳມະຊາດຂອງພວກເຂົາ, ຫຼັງຈາກທີ່ພວກເຂົາໄດ້ຮັບສະຖານະ ແລະ ມີອຳນາດ, ພວກເຂົາກໍຈະເຮັດຄວາມຊົ່ວຮ້າຍຫຼາຍຢ່າງໃນທັນທີ. ນອກຈາກນີ້, ເຖິງແມ່ນວ່າຄົນເຫຼົ່ານີ້ຈະບໍ່ໄດ້ຖືກກຳຈັດອອກຈາກເຮືອນຂອງພຣະເຈົ້າ, ໂດຍປົກກະຕິແລ້ວ ຂໍ້ເສຍກໍມີຫຼາຍກວ່າຂໍ້ດີ ເມື່ອເວົ້າເຖິງການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາມັກຈະເຮັດສິ່ງທີ່ບໍ່ດີບາງຢ່າງ, ສິ່ງທີ່ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະຮູ້ດ້ວຍຕົນເອງ, ພວກເຂົາກໍບໍ່ເຄີຍຮູ້ສຶກສຳນຶກຜິດ, ບໍ່ເຄີຍຄິດວ່າພວກເຂົາເຮັດຜິດ ແລະ ບໍ່ເຄີຍຄິດວ່າພວກເຂົາບໍ່ຄວນກະທຳແບບນີ້. ພວກເຂົາບໍ່ມີຄວາມເສຍໃຈ ແລະ ກັບມີສະພາວະປະເພດໃດເກີດຂຶ້ນໃນໃຈຂອງພວກເຂົາແທນ? “ຕາບໃດທີ່ເຮືອນຂອງພຣະເຈົ້າບໍ່ຂັບໄລ່ຂ້ອຍ, ຂ້ອຍກໍຈະໜ້າດ້ານຢູ່ບ່ອນນີ້ຕໍ່ໄປ ແລະ ເຮັດແບບພໍແລ້ວມືແລ້ວຕີນໄປຈົນເວລາຂອງຂ້ອຍໝົດໄປ. ຂ້ອຍຈະບໍ່ໄລ່ຕາມຄວາມຈິງ ແລະ ຖ້າພວກເຂົາຂໍໃຫ້ຂ້ອຍເຮັດບາງສິ່ງບາງຢ່າງ, ຂ້ອຍກໍຈະເຮັດໃນສິ່ງທີ່ຂ້ອຍສາມາດເຮັດໄດ້. ຖ້າຂ້ອຍມີຄວາມສຸກ, ຂ້ອຍກໍຈະເຮັດຫຼາຍຂຶ້ນໜ້ອຍໜຶ່ງ ແລະ ຖ້າຂ້ອຍບໍ່ມີຄວາມສຸກ, ຂ້ອຍກໍຈະເຮັດໜ້ອຍລົງ. ອີກຢ່າງໜຶ່ງ, ຂ້ອຍຕ້ອງເປັນຕົວຖ່ວງພວກເຂົາ ແລະ ເຜີຍແຜ່ຄວາມເປັນລົບ ແລະ ແນວຄິດບາງຢ່າງ, ເຜີຍແຜ່ຄຳເວົ້າທີ່ກ່າວໂທດບາງຢ່າງ. ເມື່ອເວລານັ້ນມາເຖິງ, ເຖິງແມ່ນວ່າພວກເຂົາຈະຄັດຂ້ອຍອອກ ແລະ ຂັບໄລ່ຂ້ອຍ ແລະ ຂ້ອຍບໍ່ໄດ້ຮັບພອນໃດໆກໍຕາມ, ຂ້ອຍກໍຈະໃຊ້ບາງຄົນເປັນແກະຮັບບາບ ແລະ ດຶງຄົນອື່ນໆລົງໄປນຳຂ້ອຍ”. ຄົນເຫຼົ່ານີ້ບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາສັງເກດເບິ່ງວ່າຄົນໃດທີ່ບໍ່ມີການແຍກແຍະ, ຄົນໃດທີ່ມັກຈະອ່ອນແອ ແລະ ຄິດລົບ, ຄົນໃດທີ່ມີຄວາມເປັນມະນຸດທີ່ບໍ່ດີ, ຄົນໃດທີ່ມັກມາກໃນກາມ, ຄົນໃດທີ່ເບິ່ງຄືກັບຜູ້ບໍ່ມີຄວາມເຊື່ອ ແລະ ຈາກນັ້ນພວກເຂົາກໍດຶງຄົນເຫຼົ່ານີ້ເຂົ້າມາ ແລະ ເຜີຍແຜ່ຄວາມເປັນລົບໃຫ້ພວກເຂົາຢູ່ເບື້ອງຫຼັງ. ພວກເຂົາຮູ້ເຖິງທຳມະຊາດຂອງການກະທຳດັ່ງກ່າວບໍ? ພວກເຂົາຮູ້ດີເກີນໄປ. ແລ້ວເປັນຫຍັງພວກເຂົາຈຶ່ງຍັງສາມາດກະທຳແບບນີ້ໄດ້? (ທຳມະຊາດຂອງພວກເຂົາບໍ່ສາມາດປ່ຽນແປງໄດ້.) ການທີ່ທຳມະຊາດຂອງພວກເຂົາບໍ່ສາມາດປ່ຽນແປງໄດ້ນັ້ນເປັນສິ່ງທີ່ປາກົດໃຫ້ເຫັນຢູ່ພາຍນອກ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາຄິດແນວໃດ? (ພວກເຂົາຕ້ອງການເຮັດໃຫ້ມັນເປັນສະຖານະການທີ່ສູນເສຍທັງສອງຝ່າຍ ແລະ ໃຫ້ຄົນອື່ນພິນາດໄປພ້ອມກັບພວກເຂົາ ເພື່ອແກ້ແຄ້ນພຣະເຈົ້າ.) ພວກເຂົາມີຈິດໃຈທີ່ປະສົງຮ້າຍເຊັ່ນນີ້. ພວກເຂົາຮູ້ວ່າມື້ຂອງພວກເຂົາມີຈຳນວນຈຳກັດ ແລະ ບໍ່ຊ້າກໍໄວ ພວກເຂົາກໍຕ້ອງຖືກຄັດອອກ. ພວກເຂົາຮູ້ວ່າພວກເຂົາໄດ້ເຮັດຫຍັງລົງໄປ ແລະ ຮູ້ເຖິງທຳມະຊາດຂອງສິ່ງເຫຼົ່ານີ້ທີ່ພວກເຂົາໄດ້ເຮັດ, ແຕ່ບໍ່ພຽງແຕ່ພວກເຂົາຈະບໍ່ຫັນຫຼັງກັບ, ບໍ່ກັບໃຈ ຫຼື ບໍ່ປະຖິ້ມຄວາມຊົ່ວຮ້າຍທີ່ພວກເຂົາຍຶດຖືໄວ້ເທົ່ານັ້ນ, ພວກເຂົາຍັງເຮັດໜັກຂຶ້ນກວ່າເກົ່າສອງເທົ່າ ແລະ ດຶງຄົນຊົ່ວຮ້າຍເຂົ້າມາຫຼາຍຂຶ້ນເພື່ອເຮັດຄວາມຊົ່ວຮ່ວມກັບພວກເຂົາ. ພວກເຂົາເຖິງກັບເຜີຍແຜ່ຄວາມຄິດລົບ ແລະ ເຜີຍແຜ່ຄວາມຄິດຫຼົງຜິດ, ເຮັດໃຫ້ຜູ້ຄົນຈຳນວນຫຼາຍປະຖິ້ມໜ້າທີ່ຂອງພວກເຂົາ ແລະ ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ສິ່ງນີ້ມີທຳມະຊາດແຫ່ງການແກ້ແຄ້ນຢູ່ເລັກໜ້ອຍ ແລະ ສິ່ງທີ່ພວກເຂົາກຳລັງເວົ້າໂດຍການເຮັດແບບນີ້ກໍຄື: “ຂ້ອຍບໍ່ສາມາດເຊື່ອຕໍ່ໄປໄດ້ແລ້ວ ແລະ ບໍ່ຊ້າກໍໄວ ຂ້ອຍກໍຕ້ອງຖືກຄັດອອກໂດຍເຮືອນຂອງພຣະເຈົ້າ, ສະນັ້ນ ຂ້ອຍຈະບໍ່ປ່ອຍໃຫ້ພວກເຈົ້າທຸກຄົນຢູ່ຢ່າງສະບາຍ ແລະ ຂ້ອຍກໍຈະບໍ່ປ່ອຍໃຫ້ເຮືອນຂອງພຣະເຈົ້າຢູ່ຢ່າງສະບາຍເຊັ່ນກັນ!” ກ່ອນທີ່ເຮືອນຂອງພຣະເຈົ້າຈະຕັດສິນໃຈໃດໆກ່ຽວກັບພວກເຂົາ, ພວກເຂົາກໍລົງມືກ່ອນ. ສິ່ງເຫຼົ່ານີ້ບໍ່ແມ່ນການກະທຳຂອງຄົນຊົ່ວຮ້າຍບໍ? ພວກເຂົາເຊື່ອວ່າ “ຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນແລ້ວ. ພວກເຈົ້າບໍ່ຈຳເປັນຕ້ອງບອກຂ້ອຍເຖິງສິ່ງທີ່ຂ້ອຍເຄີຍເຮັດມາກ່ອນ, ຂ້ອຍເຂົ້າໃຈມັນທັງໝົດຢ່າງຊັດເຈນ. ພວກເຈົ້າບໍ່ຈຳເປັນຕ້ອງຂັບໄລ່ຂ້ອຍ, ຂ້ອຍຈະເຊົາເຮັດເອງ”. ພວກເຂົາເຖິງກັບເຊື່ອວ່າການເຮັດເຊັ່ນນັ້ນຄືການຮັບຮູ້ຕົວເອງ ແລະ ສົມເຫດສົມຜົນ, ມັນເປັນການກະທຳທີ່ສະຫຼາດ. ພວກເຂົາເວົ້າວ່າ “ຖ້າເຈົ້າບໍ່ອະນຸຍາດໃຫ້ຂ້ອຍໄດ້ຮັບພອນ ແລະ ຂ້ອຍບໍ່ໄດ້ຮັບຫຍັງເລີຍ, ບໍ່ພຽງແຕ່ຂ້ອຍຈະບໍ່ກັບໃຈເທົ່ານັ້ນ, ແຕ່ຂ້ອຍຍັງຈະເປັນຕົວຖ່ວງເຈົ້າ, ເຜີຍແຜ່ຄວາມຄິດລົບ ແລະ ເຜີຍແຜ່ຄວາມຄິດຫຼົງຜິດ ແລະ ຄວາມຫຼອກລວງຢູ່ລັບຫຼັງເຈົ້າ. ຖ້າຂ້ອຍບໍ່ສາມາດໄດ້ຮັບພອນ, ແລ້ວກໍຢ່າຄິດວ່າຄົນອື່ນຈະໄດ້ຮັບ!” ຄົນດັ່ງກ່າວບໍ່ປະສົງຮ້າຍບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນຍັງເຜີຍແຜ່ຄຳເວົ້າທີ່ວ່າ: “ຄົນຄືກັບພວກເຮົາເປັນເປົ້າໝາຍຂອງການຖືກສວຍໃຊ້ໃນເຮືອນຂອງພຣະເຈົ້າ, ພວກເຮົາທຸກຄົນໂງ່ຈ້າເກີນໄປ!” ພວກເຂົາເຫັນວ່າພວກເຂົາບໍ່ສາມາດໄດ້ຮັບພອນ, ສະນັ້ນ ພວກເຂົາຈຶ່ງຈົດຈໍ່ກັບການເຜີຍແຜ່ສິ່ງເຫຼົ່ານີ້ໃຫ້ກັບຄົນທີ່ຄິດລົບ, ເບົາປັນຍາ ແລະ ບໍ່ມີການແຍກແຍະເຫຼົ່ານັ້ນເປັນພິເສດ. ສິ່ງນີ້ບໍ່ໄດ້ມີທຳມະຊາດຂອງການລົບກວນບໍ? ຫຼັງຈາກທີ່ພວກເຂົາເຊື່ອວ່າພວກເຂົາບໍ່ສາມາດຍຶດໝັ້ນໃນເຮືອນຂອງພຣະເຈົ້າໄດ້ ແລະ ພວກເຂົາຈະບໍ່ໄດ້ຮັບພອນ ແລະ ບໍ່ຊ້າກໍໄວ ພວກເຂົາກໍຈະຖືກຄັດອອກ, ເສັ້ນທາງທີ່ພວກເຂົາເລືອກບໍ່ແມ່ນການປະຖິ້ມຄວາມຊົ່ວຮ້າຍທີ່ພວກເຂົາມີ ແລະ ສາລະພາບ ແລະ ກັບໃຈຕໍ່ພຣະເຈົ້າ, ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈິງໃຈ ແລະ ຊົດເຊີຍຄວາມຜິດພາດໃນອະດີດຂອງພວກເຂົາ. ໃນທາງກົງກັນຂ້າມ, ພວກເຂົາກັບເຮັດໜັກຂຶ້ນກວ່າເກົ່າສອງເທົ່າ ໃນການເຜີຍແຜ່ຄວາມຄິດລົບໃນເຮືອນຂອງພຣະເຈົ້າ, ລົບກວນການປະຕິບັດໜ້າທີ່ຂອງຄົນອື່ນ, ທຳລາຍ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ພະຍາຍາມເຮັດໃຫ້ຜູ້ຄົນຈຳນວນຫຼາຍເຮັດຄວາມຊົ່ວຄືກັບພວກເຂົາ, ເລີ່ມຄິດລົບ ແລະ ຖອນຕົວ ແລະ ປະຖິ້ມການປະຕິບັດໜ້າທີ່ຂອງພວກເຂົາ, ເຊິ່ງບັນລຸເປົ້າໝາຍໃນການແກ້ແຄ້ນຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ຄົນຊົ່ວຮ້າຍເຮັດບໍ? ຄົນດັ່ງກ່າວຍັງມີພຣະເຈົ້າຢູ່ໃນໃຈຂອງພວກເຂົາບໍ? (ບໍ່, ພວກເຂົາບໍ່ມີ.) ໃນໃຈຂອງພວກເຂົາມີພຽງພຣະເຈົ້າທີ່ເລື່ອນລອຍໃນສະຫວັນ ແລະ ພວກເຂົາຖືວ່າພຣະເຈົ້າທີ່ຜູ້ຄົນເທິງແຜ່ນດິນໂລກສາມາດເບິ່ງເຫັນໄດ້ ແລະ ປະຕິບັດພາລະກິດໃນທ່າມກາງຜູ້ຄົນນັ້ນເປັນມະນຸດ. ຍັງມີບາງຄົນທີ່ເຮັດໃນສິ່ງກົງກັນຂ້າມ. ໃນໃຈຂອງພວກເຂົາ ພວກເຂົາເຊື່ອໃນພຣະເຈົ້າທີ່ເລື່ອນລອຍຢູ່ສະເໝີ, ແຕ່ໃນທີ່ສຸດ ພວກເຂົາກໍອ່ອນນ້ອມຕໍ່ຄົນທີ່ພວກເຂົາເຄົາລົບບູຊາໃຫ້ເປັນພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງອ່ອນນ້ອມຕໍ່ຄົນເຫຼົ່ານີ້ໃນທຸກສິ່ງທີ່ພວກເຂົາເຮັດ. ການເຊື່ອໃນພຣະເຈົ້າຄືກັບວ່າພຣະອົງເປັນມະນຸດນັ້ນໝາຍຄວາມວ່າແນວໃດ? ເມື່ອພວກເຂົາເຊື່ອໃນພຣະເຈົ້າທີ່ເລື່ອນລອຍ, ພວກເຂົາເຊື່ອວ່າພຣະເຈົ້າທີ່ເລື່ອນລອຍອົງນີ້ທີ່ພວກເຂົາບໍ່ສາມາດເບິ່ງເຫັນໄດ້ນັ້ນ ສາມາດປະທານພອນໃຫ້ແກ່ພວກເຂົາ ແລະ ມີຄວາມສາມາດພຽງພໍທີ່ຈະນໍາພາພວກເຂົາເຂົ້າສູ່ຍຸກຕໍ່ໄປ ແລະ ມອບລາງວັນ ແລະ ມົງກຸດໃຫ້ແກ່ພວກເຂົາ. ກ່ອນທີ່ພວກເຂົາຈະຮູ້ຕົວ, ພວກເຂົາກໍເລີ່ມສົງໄສພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງເທິງແຜ່ນດິນໂລກ. ບໍ່ວ່າພວກເຂົາຈະເບິ່ງພຣະອົງແນວໃດ, ພຣະອົງກໍບໍ່ເບິ່ງຄືພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງພົບວ່າມັນຍາກທີ່ຈະເຊື່ອໃນພຣະອົງ. ໃນໃຈຂອງພວກເຂົາ, ພວກເຂົາພຽງແຕ່ເຊື່ອວ່າພຣະເຈົ້າໃນສະຫວັນຄືພຣະເຈົ້າທີ່ແທ້ຈິງ ແລະ ຍ້ອນວ່າພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງທີ່ພວກເຂົາສາມາດເບິ່ງເຫັນໄດ້ນັ້ນຕ່ຳຕ້ອຍເກີນໄປ, ປົກກະຕິເກີນໄປ ແລະ ສຳພັນກັບຊີວິດຈິງເກີນໄປ, ໃນມຸມມອງຂອງພວກເຂົາ ພຣະອົງບໍ່ມີຄຸນສົມບັດພຽງພໍທີ່ຈະເຮັດໃຫ້ພວກເຂົາເຊື່ອໃນພຣະອົງ ແລະ ພວກເຂົາກໍຖືວ່າພຣະເຈົ້າອົງນີ້ເປັນມະນຸດ. ເມື່ອພວກເຂົາຖືວ່າພຣະເຈົ້າເປັນມະນຸດ, ຄວາມຫຍຸ້ງຍາກຂອງພວກເຂົາກໍເກີດຂຶ້ນ: “ນອກຈາກການໃຫ້ຄວາມຈິງແກ່ຜູ້ຄົນ ແລະ ໃຫ້ຄຳສັນຍາບາງຢ່າງແກ່ພວກເຂົາແລ້ວ, ຄົນຜູ້ນີ້ຍັງສາມາດເຮັດຫຍັງໄດ້ອີກ? ບໍ່ວ່າຂ້ອຍຈະເບິ່ງລາວແນວໃດ, ລາວກໍບໍ່ຄືພຣະເຈົ້າ ແລະ ລາວບໍ່ສາມາດນໍາຂໍ້ໄດ້ປຽບ ຫຼື ຜົນປະໂຫຍດໃດໆມາສູ່ຜູ້ຄົນໄດ້. ລາວເປັນພຽງມະນຸດ; ຄົນຜູ້ນີ້ສາມາດເຮັດຫຍັງໄດ້? ຖ້າຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາກໍຍັງມີຄວາມຫວັງເລັກໜ້ອຍ, ມີສິ່ງຄໍ້າຊູທາງຈິດໃຈເລັກໜ້ອຍ. ແຕ່ຖ້າພວກເຂົາເຊື່ອໃນມະນຸດ, ມະນຸດຜູ້ນີ້ສາມາດໃຫ້ຂໍ້ໄດ້ປຽບ ແລະ ຜົນປະໂຫຍດຫຍັງແກ່ຜູ້ຄົນໄດ້? ຄວາມຫວັງ ແລະ ສິ່ງຄໍ້າຊູຂອງຜູ້ຄົນສາມາດເປັນຈິງໃນຕົວລາວໄດ້ບໍ? ສິ່ງເຫຼົ່ານັ້ນຈະສູນເປົ່າບໍ? ຖ້າລາວເປັນມະນຸດ, ແລ້ວກໍບໍ່ຈຳເປັນຕ້ອງຢ້ານລາວ. ຂ້ອຍຈະເວົ້າໃນສິ່ງທີ່ຂ້ອຍຄວນເວົ້າ ແລະ ເຮັດໃນສິ່ງທີ່ຂ້ອຍຄວນເຮັດຕໍ່ໜ້າຕໍ່ຕາລາວ”. ນີ້ຄືວິທີທີ່ຄົນຊົ່ວຮ້າຍປະຕິບັດຕໍ່ພຣະເຈົ້າ. ເມື່ອພວກເຂົາຍັງບໍ່ເຫັນພຣະອົງ, ພວກເຂົາຈິນຕະນາການວ່າພຣະເຈົ້າຊ່າງສູງສົ່ງ, ຊ່າງສັກສິດ, ບໍ່ສາມາດລ່ວງເກີນໄດ້, ແຕ່ເມື່ອພວກເຂົາເຫັນພຣະເຈົ້າເທິງແຜ່ນດິນໂລກ, ຈິນຕະນາການຂອງພວກເຂົາ ແລະ ຄວາມຄິດຫຼົງຜິດຂອງພວກເຂົາກໍບໍ່ສາມາດຟັງຂຶ້ນໄດ້. ພວກເຂົາຈະເຮັດແນວໃດເມື່ອສິ່ງນີ້ເກີດຂຶ້ນ? ພວກເຂົາປະຕິບັດຕໍ່ພຣະເຈົ້າຄືກັບມະນຸດ. ແລ້ວຄວາມເຄົາລົບພຣະເຈົ້າພຽງເລັກໜ້ອຍໃນໃຈຂອງພວກເຂົາກໍຫາຍໄປ, ບໍ່ຕ້ອງເວົ້າເຖິງຄວາມຢ້ານກົວ ຫຼື ຄວາມຢຳເກງທີ່ພວກເຂົາມີຕໍ່ພຣະອົງເລີຍ. ຖ້າປາດສະຈາກສິ່ງເຫຼົ່ານີ້, ຄົນຊົ່ວຮ້າຍກໍກ້າຫານຂຶ້ນ ແລະ ແນວປ້ອງກັນ ແລະ ຄວາມລະມັດລະວັງໃນໃຈຂອງພວກເຂົາກໍຫາຍໄປ ແລະ ຈາກນັ້ນພວກເຂົາກໍຈະກ້າເຮັດທຸກສິ່ງ. ເຖິງແມ່ນວ່າຄົນດັ່ງກ່າວຈະເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຍັງຈະເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

ຜູ້ຕໍ່ຕ້ານພຣະຄຣິສພົບວ່າມັນງ່າຍທີ່ຈະເຊື່ອໃນພຣະເຈົ້າໃນສະຫວັນ, ແຕ່ການເຊື່ອໃນພຣະເຈົ້າເທິງແຜ່ນດິນໂລກນັ້ນເປັນເລື່ອງຍາກສຳລັບພວກເຂົາຢ່າງແທ້ຈິງ. ໂປໂລເປັນຕົວຢ່າງທີ່ມີຊີວິດຂອງເລື່ອງນີ້. ຜົນສຸດທ້າຍຂອງຄວາມເຊື່ອຂອງລາວໃນພຣະຄຣິສແມ່ນຫຍັງ? ເປົ້າໝາຍທີ່ລາວສະແຫວງຫາໃນຄວາມເຊື່ອຂອງລາວໃນພຣະຄຣິສໃນທີ່ສຸດແລ້ວກາຍເປັນຫຍັງ? ລາວຕ້ອງການກາຍເປັນພຣະຄຣິສ ແລະ ແທນທີ່ພຣະຄຣິສ. ລາວປະຕິເສດພຣະເຈົ້າເທິງແຜ່ນດິນໂລກ ແລະ ຕ້ອງການໄດ້ຮັບມົງກຸດ ແລະ ພອນຈາກພຣະເຈົ້າໃນສະຫວັນ. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ກໍຄືກັນກັບໂປໂລຢ່າງແທ້ຈິງ. ພວກເຂົາຖືວ່າພຣະເຈົ້າເທິງແຜ່ນດິນໂລກເປັນມະນຸດ ແລະ ພວກເຂົາຖືວ່າພຣະເຈົ້າທີ່ເລື່ອນລອຍໃນສະຫວັນທີ່ບໍ່ສາມາດເບິ່ງເຫັນໄດ້ນັ້ນ ເປັນພຣະເຈົ້າທີ່ຍິ່ງໃຫຍ່ທີ່ສຸດໃນໃຈຂອງພວກເຂົາ, ເຊິ່ງສາມາດຖືກຫຼອກລວງ, ຖືກປັ່ນຫົວຕາມໃຈມັກ, ຖືກຕີຄວາມໝາຍຕາມທີ່ພວກເຂົາມັກ ແລະ ສາມາດເກີດຄວາມຄິດຫຼົງຜິດຕໍ່ພຣະອົງໄດ້ ແລະ ຖືກຕໍ່ຕ້ານຕາມທີ່ພວກເຂົາຕ້ອງການ. ນີ້ຄືຄວາມແຕກຕ່າງລະຫວ່າງວິທີທີ່ຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະເຈົ້າໃນສະຫວັນ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ມັນເປັນເພາະວ່າພວກເຂົາປະຕິບັດຕໍ່ພຣະເຈົ້າເທິງແຜ່ນດິນໂລກດ້ວຍທັດສະນະຄະຕິດັ່ງກ່າວແທ້ໆ ພວກເຂົາຈຶ່ງມີການສະແດງອອກທີ່ແຕກຕ່າງກັນໃນການປະຕິບັດໜ້າທີ່ຂອງພວກເຂົາ. ການສະແດງອອກເຫຼົ່ານີ້ລວມເຖິງການມີຄວາມສົນໃຈ ແລະ ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ໜ້ອຍລົງເລື້ອຍໆ ເມື່ອພວກເຂົາເຫັນພຣະເຈົ້າເທິງແຜ່ນດິນໂລກ. ສິ່ງນີ້ເຮັດໃຫ້ພວກເຂົາສູນເສຍຄວາມສົນໃຈໃນການເຊື່ອໃນພຣະເຈົ້າ ແລະ ສ້າງຄວາມຄິດ ແລະ ການສະແດງອອກທີ່ເປັນລົບບາງຢ່າງ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສທຸກຄົນຈຶ່ງບໍ່ສາມາດຍຶດໝັ້ນໄດ້ໃນທີ່ສຸດ, ເຖິງແມ່ນວ່າຄຣິສຕະຈັກຈະບໍ່ຄັດພວກເຂົາອອກກໍຕາມ, ພວກເຂົາກໍຈະຈາກໄປດ້ວຍຄວາມສະໝັກໃຈຂອງພວກເຂົາເອງ. ພວກເຈົ້າຮູ້ຈັກຕົວຢ່າງດັ່ງກ່າວບໍ? (ແມ່ນແລ້ວ, ຂ້ານ້ອຍເຄີຍພົບຜູ້ຕໍ່ຕ້ານພຣະຄຣິສມາກ່ອນ. ລາວເອົາແຕ່ໃຈເປັນພິເສດ. ລາວບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ປະຕິບັດຄວາມຈິງ ແລະ ລາວປະຕິບັດໜ້າທີ່ຂອງລາວແບບພໍແລ້ວມືແລ້ວຕີນ ແລະ ບໍ່ຮອບຄອບ. ນອກຈາກນີ້, ລາວຍັງບໍ່ໄດ້ເຮັດວຽກໜັກເພື່ອສຶກສາວິຊາຊີບຂອງລາວ ແລະ ລາວຂີ້ຄ້ານເປັນພິເສດ ແລະ ລາວວາງມາດ. ທຸກໆມື້ ສິ່ງທີ່ລາວສົນໃຈກໍມີພຽງແຕ່ອາຫານ ແລະ ເຄື່ອງນຸ່ງ ແລະ ລາວກໍມັກມາກໃນກາມ. ເມື່ອລາວຖືກຂັບໄລ່, ລາວບໍ່ມີຄວາມຕັ້ງໃຈທີ່ຈະກັບໃຈແມ່ນແຕ່ໜ້ອຍດຽວ, ແຕ່ກັບຮູ້ສຶກວ່າມັນເປັນຄວາມໂລ່ງໃຈປະເພດໜຶ່ງ.) ຄົນແບບນີ້ບໍ່ທະນຸຖະໜອມໂອກາດໃນການປະຕິບັດໜ້າທີ່, ແຮງບໍ່ຕ້ອງເວົ້າເຖິງວ່າພວກເຂົາຈະເຄົາລົບ ຫຼື ໃຫ້ຄຸນຄ່າຕໍ່ໜ້າທີ່ຂອງພວກເຂົາເອງເລີຍ, ພວກເຂົາເຮັດແບບພໍແລ້ວມືແລ້ວຕີນ ແລະ ເສຍເວລາຊື່ໆ. ມີໃຜໄດ້ໂອ້ລົມກັບລາວບໍວ່າ ນີ້ບໍ່ແມ່ນວິທີການປະຕິບັດໜ້າທີ່? (ແມ່ນແລ້ວ. ຂ້ານ້ອຍກໍໄດ້ໂອ້ລົມກັບລາວເຊັ່ນກັນ, ແຕ່ລາວບໍ່ຟັງ, ທັດສະນະຄະຕິຂອງລາວແມ່ນເຮັດແບບພໍແລ້ວມືແລ້ວຕີນພໍສົມຄວນ.) ຄົນອື່ນລອງຍົກຕົວຢ່າງມາເບິ່ງ. (ມີຜູ້ກຳກັບຄົນໜຶ່ງທີ່ປະຕິບັດໜ້າທີ່ຂອງລາວແບບພໍແລ້ວມືແລ້ວຕີນຢູ່ສະເໝີ; ວັດຖຸດິບຫຼາຍຢ່າງທີ່ລາວຖ່າຍທຳນັ້ນບໍ່ໄດ້ເໝາະສົມ ແລະ ລາວຍັງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນອີກດ້ວຍ. ຫຼັງຈາກທີ່ລາວຖືກຍ້າຍໄປກຸ່ມ ຂ, ລາວກໍຢຸດປະຕິບັດໜ້າທີ່ຂອງລາວ. ລາວເຮັດໃຫ້ຕົນເອງຫຍຸ້ງຢູ່ໝົດມື້ກັບການໄປເຮັດວຽກ ແລະ ຫາເງິນ ແລະ ລາວກໍໄປຄົບຄ້າສະມາຄົມກັບຄົນທີ່ບໍ່ເຊື່ອ ແລະ ໃນທີ່ສຸດ ລາວກໍຖືກຄັດອອກ. ຄວາມຈິງແລ້ວ, ເຖິງແມ່ນວ່າຄຣິສຕະຈັກຈະບໍ່ໄດ້ຄັດລາວອອກກໍຕາມ, ລາວກໍຈະຖອນຕົວດ້ວຍຄວາມສະໝັກໃຈຂອງລາວເອງ. ລາວບໍ່ໄດ້ໄລ່ຕາມຄວາມຈິງ ແລະ ໃນທີ່ສຸດກໍບໍ່ສາມາດຍຶດໝັ້ນໄດ້.) ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ແມ່ນຄືກັນ, ພວກເຂົາເບື່ອໜ່າຍຄວາມຈິງ ແລະ ເບື່ອໜ່າຍສິ່ງທີ່ເປັນບວກ, ພວກເຂົາມັກຄວາມບໍ່ຊອບທຳ ແລະ ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາດຖະໜາທີ່ແຮງກ້າທີ່ສຸດ. ພວກເຂົາປະຕິບັດຕໍ່ໜ້າທີ່ຂອງພວກເຂົາຄືກັບເກມ ແລະ ໃນລັກສະນະທີ່ເຮັດແບບພໍແລ້ວມືແລ້ວຕີນ ແລະ ຮູບແບບພຶດຕິກຳຂອງພວກເຂົາກໍບໍ່ເໝາະສົມ ແລະ ບໍ່ມີການຄວບຄຸມເປັນພິເສດ. ທຳມະຊາດຂອງພວກເຂົາແມ່ນຊົ່ວຊ້າ ແລະ ໂຫດຮ້າຍ. ພວກເຂົາພຽງແຕ່ມາທີ່ເຮືອນຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ເພື່ອຮັບພອນ ແລະ ຖ້າມັນບໍ່ແມ່ນເພື່ອຮັບພອນ, ພວກເຂົາກໍຈະບໍ່ເຊື່ອໃນພຣະເຈົ້າ! ໂດຍພື້ນຖານແລ້ວ ບໍ່ມີຄວາມແຕກຕ່າງລະຫວ່າງຄົນເຫຼົ່ານີ້ ແລະ ຄົນທີ່ບໍ່ເຊື່ອ, ພວກເຂົາຄືຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອຢ່າງແທ້ຈິງ; ນີ້ຄືແກ່ນແທ້ຂອງພວກເຂົາ. ຖ້າເຈົ້າບໍ່ປ່ອຍໃຫ້ພວກເຂົາເປັນຄືກັບຄົນທີ່ບໍ່ເຊື່ອ ແລະ ເຮັດໃຫ້ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັບຜູ້ທີ່ເຊື່ອໃນພຣະເຈົ້າ, ພວກເຂົາກໍຈະພົບວ່າຊີວິດນີ້ເຈັບປວດຫຼາຍ ແລະ ທຸກມື້ກໍຈະເບິ່ງຄືກັບເປັນການທໍລະມານສຳລັບພວກເຂົາ. ພວກເຂົາຮູ້ສຶກວ່າມັນບໍ່ໜ້າສົນໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັບອ້າຍເອື້ອຍນ້ອງໃນເຮືອນຂອງພຣະເຈົ້າໃນລັກສະນະທີ່ປະພຶດຕົວດີ, ຍຶດໝັ້ນຕຳແໜ່ງທີ່ເໝາະສົມຂອງພວກເຂົາ ແລະ ຊີວິດນີ້ກໍບໍ່ມີອິດສະຫຼະ ແລະ ບໍ່ມີຂໍ້ຜູກມັດຄືກັບການໄປຄົບຄ້າສະມາຄົມກັບຄົນທີ່ບໍ່ເຊື່ອຢູ່ຂ້າງນອກໃນໂລກ, ພວກເຂົາຮູ້ສຶກວ່າວິຖີຊີວິດແບບນັ້ນໜ້າສົນໃຈ. ສະນັ້ນ, ການທີ່ພວກເຂົາມາທີ່ເຮືອນຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົານັ້ນແມ່ນເຮັດໄປດ້ວຍຄວາມຈຳໃຈລ້ວນໆ, ມັນຖືກຂັບເຄື່ອນໂດຍຄວາມຕັ້ງໃຈທີ່ຈະຮັບພອນ ແລະ ເຮັດໄປເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາດຖະໜາສ່ວນຕົວຂອງພວກເຂົາ. ເມື່ອຕັດສິນຈາກແກ່ນແທ້ທຳມະຊາດຂອງພວກເຂົາ, ໂດຍພື້ນຖານແລ້ວ ພວກເຂົາບໍ່ຮັກຄວາມຈິງ ຫຼື ສິ່ງທີ່ເປັນບວກ, ແຮງບໍ່ຕ້ອງເວົ້າເຖິງການເຊື່ອໃນສິ່ງທີ່ພຣະເຈົ້າສາມາດເຮັດໃຫ້ສຳເລັດໄດ້ເລີຍ. ພວກເຂົາຄືຜູ້ບໍ່ເຊື່ອຢ່າງແທ້ຈິງ ແລະ ເປັນພວກສວຍໂອກາດຢ່າງແທ້ຈິງ. ພວກເຂົາບໍ່ໄດ້ມາເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາມາເພື່ອເຮັດຄວາມຊົ່ວ, ເພື່ອກໍ່ໃຫ້ເກີດການລົບກວນ ແລະ ເພື່ອເຮັດການແລກປ່ຽນ. ສະນັ້ນ, ເມື່ອຕັດສິນຈາກຜົນລວມຂອງການສະແດງອອກເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ເມື່ອຄົນເຫຼົ່ານີ້ຢູ່ໃນເຮືອນຂອງພຣະເຈົ້າ ພວກເຂົາເປັນປະໂຫຍດ ຫຼື ເປັນອັນຕະລາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ? (ເປັນອັນຕະລາຍ.) ເຈົ້າເຄີຍເຫັນຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີພອນສະຫວັນ ແລະ ມີຄວາມສາມາດພໍສົມຄວນ ແລະ ສາມາດຍຶດໝັ້ນຕຳແໜ່ງທີ່ເໝາະສົມຂອງພວກເຂົາ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ໂດຍບໍ່ກໍ່ໃຫ້ເກີດບັນຫາ ຫຼື ການຂັດຂວາງບໍ? ສົມມຸດວ່າເຈົ້າເວົ້າກັບຜູ້ຕໍ່ຕ້ານພຣະຄຣິສວ່າ “ສຳລັບຄົນຄືກັບເຈົ້າ ທີ່ເຄີຍເຮັດຄວາມຊົ່ວຮ້າຍບາງຢ່າງໃນອະດີດ, ມັນບໍ່ແນ່ນອນວ່າເຈົ້າຈະມີອະນາຄົດ ຫຼື ຊະຕາກຳປະເພດໃດໜຶ່ງໃນອະນາຄົດ. ເນື່ອງຈາກເຈົ້າມີພອນສະຫວັນພໍສົມຄວນ, ພຽງແຕ່ເຮັດວຽກໜັກໃນການອອກເຫື່ອແຮງໃນເຮືອນຂອງພຣະເຈົ້າ!” ພວກເຂົາຈະເຕັມໃຈອອກເຫື່ອແຮງໂດຍບໍ່ສົນໃຈວ່າພວກເຂົາຈະໄດ້ຮັບພອນ ຫຼື ຮັບເຄາະບໍ? ບໍ່ຢ່າງແນ່ນອນ. ຄົນທີ່ສາມາດບັນລຸສິ່ງນີ້ໄດ້ຄືຄົນທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ, ແຕ່ຜູ້ຕໍ່ຕ້ານພຣະຄຣິສມີຄວາມເປັນມະນຸດດັ່ງກ່າວບໍ? (ບໍ່, ພວກເຂົາບໍ່ມີ.) ອຸປະນິໄສຂອງພວກເຂົາແມ່ນໂຫດຮ້າຍ. ພວກເຂົາຄິດວ່າ “ຖ້າເຈົ້າບໍ່ໃຫ້ຜົນປະໂຫຍດແກ່ຂ້ອຍ ຫຼື ຄຳສັນຍາ ຫຼື ຄຳໝັ້ນສັນຍາບາງຢ່າງ, ແລ້ວຂ້ອຍຈະສາມາດເຮັດວຽກໜັກເພື່ອເຈົ້າໄດ້ແນວໃດ? ຢ່າຄິດຫາມັນເລີຍ, ບໍ່ມີທາງ!” ນີ້ຄືອຸປະນິໄສທີ່ໂຫດຮ້າຍ. ນີ້ຄືການສະແດງອອກທີ່ຄອບຄຸມເຖິງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ໜ້າທີ່ຂອງພວກເຂົາ, ຕໍ່ພຣະເຈົ້າ ແລະ ຕໍ່ຂໍ້ກຳນົດຂອງພຣະເຈົ້າ. ພວກເຈົ້າຄິດວ່າມີຜູ້ຕໍ່ຕ້ານພຣະຄຣິສຄົນໃດຄົນໜຶ່ງທີ່ເວົ້າວ່າ “ພຣະເຈົ້າໄດ້ຍົກຊູຂ້ອຍຂຶ້ນ ແລະ ມອບພອນສະຫວັນນີ້ໃຫ້ແກ່ຂ້ອຍ, ສະນັ້ນ ຂ້ອຍຈະມອບຕົວຂ້ອຍເອງແດ່ພຣະເຈົ້າ” ບໍ? (ບໍ່ມີ.) ພວກເຂົາຈະເວົ້າວ່າແນວໃດ? “ເຈົ້າຕ້ອງການສວຍໃຊ້ຂ້ອຍບໍ? ເຈົ້າພຽງແຕ່ມັກພອນສະຫວັນ ແລະ ຄວາມສາມາດພິເສດຂອງຂ້ອຍ. ຖ້າເຈົ້າຕ້ອງການເອົາປຽບຂ້ອຍ, ແລ້ວເຈົ້າກໍຕ້ອງໃຫ້ຜົນປະໂຫຍດບາງຢ່າງແກ່ຂ້ອຍ. ຖ້າເຈົ້າຕ້ອງການສວຍໃຊ້ປະໂຫຍດຈາກຂ້ອຍ, ບໍ່ມີທາງ!” ພວກເຂົາບໍ່ເຊື່ອວ່ານີ້ຄືການທີ່ພຣະເຈົ້າຍົກຊູພວກເຂົາຂຶ້ນ ແລະ ພວກເຂົາກໍບໍ່ເຊື່ອວ່ານີ້ຄືໂອກາດທີ່ພຣະເຈົ້າປະທານໃຫ້ ເຊິ່ງພວກເຂົາຄວນທະນຸຖະໜອມ, ພວກເຂົາເຊື່ອວ່ານີ້ຄືການທີ່ພວກເຂົາຖືກສວຍໃຊ້. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຊື່ອ. ບາງຄົນອາດຈະໂງ່ຈ້າຊົ່ວຄາວ, ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮັດສິ່ງທີ່ບໍ່ດີບາງຢ່າງ ແລະ ຈາກນັ້ນພວກເຂົາກໍຖືກກີດກັນອອກໄປເພື່ອໄຕ່ຕອງຕົນເອງ. ຜູ້ທີ່ໄລ່ຕາມຄວາມຈິງໄຕ່ຕອງໄລຍະໜຶ່ງ ແລະ ເວົ້າວ່າ: “ຂ້ອຍຕ້ອງສາລະພາບ ແລະ ກັບໃຈຕໍ່ພຣະເຈົ້າ ແລະ ຂ້ອຍບໍ່ສາມາດກະທຳແບບນັ້ນໄດ້ອີກໃນອະນາຄົດ. ຂ້ອຍຕ້ອງຮຽນຮູ້ທີ່ຈະອ່ອນນ້ອມ, ຮຽນຮູ້ທີ່ຈະຮ່ວມມືກັບຄົນອື່ນ ແລະ ຮຽນຮູ້ທີ່ຈະໄລ່ຕາມຄວາມຈິງ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ, ຂ້ອຍຕ້ອງບໍ່ເຮັດຄວາມຊົ່ວອີກຕໍ່ໄປ”. ຫຼັງຈາກນັ້ນ, ຄຣິສຕະຈັກກໍຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍຂອບພຣະຄຸນພຣະເຈົ້າດ້ວຍນ້ຳຕາທີ່ໄຫຼນອງ, ພ້ອມທັງຫວງແຫນໂອກາດນີ້ທີ່ພຣະເຈົ້າໄດ້ປະທານໃຫ້ແກ່ພວກເຂົາຈາກກົ້ນບຶ້ງຂອງຫົວໃຈພວກເຂົາ. ພວກເຂົາຮູ້ສຶກເປັນກຽດທີ່ມີໂອກາດໄດ້ປະຕິບັດໜ້າທີ່ຂອງພວກເຂົາອີກຄັ້ງ. ພວກເຂົາຮູ້ສຶກວ່າພວກເຂົາຄວນຫວງແຫນມັນ ແລະ ບໍ່ປ່ອຍໃຫ້ມັນຫຼຸດລອຍໄປອີກ ແລະ ພວກເຂົາກໍປະຕິບັດໜ້າທີ່ຂອງພວກເຂົາໄດ້ດີກວ່າແຕ່ກ່ອນ. ພວກເຂົາມີຄວາມຮູ້ກ່ຽວກັບຕົນເອງພໍສົມຄວນ ແລະ ພວກເຂົາກໍໄດ້ຜ່ານການປ່ຽນແປງບາງຢ່າງ. ໃນຂະນະທີ່ພວກເຂົາອາດຈະຍັງເຮັດບາງສິ່ງທີ່ໂງ່ຈ້າ ແລະ ອາດຈະຍັງເລີ່ມຄິດລົບ ແລະ ອ່ອນແອ ແລະ ປະຖິ້ມວຽກງານຂອງພວກເຂົາໃນບາງຄັ້ງ, ແຕ່ເມື່ອຕັດສິນຈາກສະພາບຈິດໃຈ ແລະ ທັດສະນະຄະຕິໂດຍລວມຂອງພວກເຂົາ, ພວກເຂົາກໍໄດ້ປ່ຽນແປງໄປແລ້ວ. ພວກເຂົາກຽດຊັງການກະທຳກ່ອນໜ້ານີ້ຂອງພວກເຂົາເອງ ແລະ ມີຄວາມຮູ້ບາງຢ່າງກ່ຽວກັບເລື່ອງນີ້. ພວກເຂົາສາມາດຍອມຮັບຄວາມຈິງ ແລະ ມີຄວາມອ່ອນນ້ອມພໍສົມຄວນ. ສິ່ງທີ່ສຳຄັນກວ່ານັ້ນກໍຄື ເມື່ອເຮືອນຂອງພຣະເຈົ້າອະນຸຍາດໃຫ້ພວກເຂົາກັບມາ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ປະຕິເສດ, ບໍ່ຫາຂໍ້ອ້າງ ຫຼື ບໍ່ຕໍ່ຕ້ານ ແລະ ແນ່ນອນວ່າພວກເຂົາບໍ່ເວົ້າສິ່ງທີ່ບໍ່ໜ້າຟັງ. ໃນທາງກົງກັນຂ້າມ ພວກເຂົາກັບຮູ້ສຶກເປັນກຽດ ແລະ ຮູ້ສຶກວ່າພຣະເຈົ້າບໍ່ໄດ້ປະຖິ້ມພວກເຂົາ ແລະ ພວກເຂົາຄິດວ່າ ເນື່ອງຈາກພວກເຂົາຍັງມີໂອກາດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຄວນຫວງແຫນມັນ. ທັດສະນະຄະຕິຂອງພວກເຂົາໄດ້ຜ່ານການປ່ຽນແປງຄັ້ງໃຫຍ່ແລ້ວ. ຄົນດັ່ງກ່າວຄືຜູ້ທີ່ສາມາດໄດ້ຮັບຄວາມລອດພົ້ນ.

ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ສາມາດໄດ້ຮັບຄວາມລອດພົ້ນ? ເມື່ອຜູ້ຕໍ່ຕ້ານພຣະຄຣິສປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຕ້ອງການເປັນຜູ້ຕັດສິນໃຈຄົນສຸດທ້າຍ, ພວກເຂົາຈະຍາດຊິງອຳນາດ ແລະ ຜົນປະໂຫຍດ ແລະ ພວກເຂົາພຽງແຕ່ຈະເຮັດທຸກສິ່ງທີ່ພວກເຂົາມັກ. ຖ້າພວກເຂົາບໍ່ໄດ້ຮັບອຳນາດ ຫຼື ຜົນປະໂຫຍດ, ພວກເຂົາກໍບໍ່ຕ້ອງການປະຕິບັດໜ້າທີ່ຂອງພວກເຂົາ. ຫຼັງຈາກທີ່ພວກເຂົາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຖືກປົດອອກ, ຖືກກີດກັນ ຫຼື ຖືກຄັດອອກໂດຍເຮືອນຂອງພຣະເຈົ້າ, ພວກເຂົາສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ພວກເຂົາເວົ້າວ່າແນວໃດ? “ເຈົ້າຕ້ອງການໃຫ້ຂ້ອຍກັບໃຈເພື່ອເຈົ້າຈະໄດ້ສວຍໃຊ້ຂ້ອຍບໍ? ເຈົ້າດຶງຂ້ອຍເຂົ້າມາເມື່ອຂ້ອຍມີປະໂຫຍດ ແລະ ເຕະຂ້ອຍຖິ້ມເມື່ອເຈົ້າບໍ່ຕ້ອງການຂ້ອຍແລ້ວ”. ນີ້ຄືການໃຊ້ເຫດຜົນທີ່ບິດເບືອນຫຍັງ? ການເຕະຖິ້ມໝາຍຄວາມວ່າແນວໃດ? ຖ້າພວກເຂົາບໍ່ໄດ້ເຮັດຄວາມຊົ່ວ, ເຮືອນຂອງພຣະເຈົ້າຈະຈັດການກັບພວກເຂົາບໍ? ເຮືອນຂອງພຣະເຈົ້າຈະຈັດການກັບພວກເຂົາຕາມອຳເພີໃຈບໍ ຖ້າພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການ? ຄົນເຫຼົ່ານີ້ນໍາຄວາມສູນເສຍມາສູ່ວຽກງານຂອງຄຣິສຕະຈັກ ຍ້ອນພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮັດຄວາມຊົ່ວ. ເຮືອນຂອງພຣະເຈົ້າໄດ້ຈັດການກັບພວກເຂົາ ແລະ ບໍ່ພຽງແຕ່ພວກເຂົາຈະປະຕິເສດທີ່ຈະຍອມຮັບສິ່ງນີ້ ຫຼື ໄຕ່ຕອງ ແລະ ພະຍາຍາມຮູ້ຈັກຕົນເອງເທົ່ານັ້ນ, ແຕ່ພວກເຂົາກັບເຕັມໄປດ້ວຍຄວາມບໍ່ພໍໃຈ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຊື່ສຽງ ຫຼື ບໍ່ມີອຳນາດອີກຕໍ່ໄປ ແລະ ພວກເຂົາກຳລັງຖືກຂົ່ມເຫັງ ແລະ ຖືກປະຕິບັດຢ່າງບໍ່ເປັນທຳ. ເມື່ອພວກເຂົາໄດ້ຮັບໂອກາດໃຫ້ປະຕິບັດໜ້າທີ່ຂອງພວກເຂົາອີກຄັ້ງ, ບໍ່ພຽງແຕ່ພວກເຂົາຈະບໍ່ຮູ້ສຶກສຳນຶກບຸນຄຸນໃນໃຈຂອງພວກເຂົາ ແລະ ບໍ່ຫວງແຫນໂອກາດນີ້ເທົ່ານັ້ນ, ພວກເຂົາຍັງກ່າວຫາຄືນຢ່າງຜິດໆ ໂດຍເວົ້າວ່າເຮືອນຂອງພຣະເຈົ້າກຳລັງສວຍໃຊ້ພວກເຂົາ. ພວກເຂົາບໍ່ໄດ້ຍອມຮັບທັດສະນະຄະຕິຈາກພຣະເຈົ້າ ເຊິ່ງເຮືອນຂອງພຣະເຈົ້າປະຕິບັດຕໍ່ພວກເຂົາ ວ່າເປັນສິ່ງທີ່ມາຈາກພຣະເຈົ້າ. ໃນທາງກົງກັນຂ້າມ ພວກເຂົາກັບເຊື່ອວ່າມັນເປັນການທີ່ຜູ້ຄົນຂົ່ມເຫັງພວກເຂົາ, ເຕະພວກເຂົາຖິ້ມ ແລະ ປະຕິບັດຕໍ່ພວກເຂົາຢ່າງບໍ່ເປັນທຳ. ໃຈຂອງພວກເຂົາເຕັມໄປດ້ວຍຄຳຈົ່ມວ່າ ແລະ ພວກເຂົາບໍ່ຕ້ອງການປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ຂໍ້ອ້າງຂອງພວກເຂົາສຳລັບການບໍ່ຕ້ອງການປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປກໍຄື ພວກເຂົາບໍ່ຕ້ອງການຖືກສວຍໃຊ້ ແລະ ພວກເຂົາເຊື່ອວ່າທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາແມ່ນກຳລັງຖືກສວຍໃຊ້ໂດຍເຮືອນຂອງພຣະເຈົ້າ. ສິ່ງນີ້ຊ່າງໄຮ້ສາລະ ແລະ ຜິດພາດແທ້ໆ! ມີຄຳເວົ້າໃດໃນສິ່ງນີ້ທີ່ສອດຄ່ອງກັບຄວາມຈິງ, ຄວາມເປັນມະນຸດ ຫຼື ຄວາມມີເຫດຜົນບໍ? (ບໍ່ມີ.) ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ຍອມຮັບຄວາມຈິງ, ໃຈຂອງພວກເຂົາເຕັມໄປດ້ວຍຄວາມຫົວຮ້ອນ, ເຕັມໄປດ້ວຍຄວາມໂຫດຮ້າຍ, ເຕັມໄປດ້ວຍຄຳຈົ່ມຕໍ່ວ່າ, ເຕັມໄປດ້ວຍການແລກປ່ຽນ ແລະ ຍິ່ງໄປກວ່ານັ້ນ ໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມປາດຖະໜາສ່ວນຕົວ. ສິ່ງເຫຼົ່ານີ້ເຕີມເຕັມໃຈຂອງພວກເຂົາ. ພວກເຂົາບໍ່ສາມາດຍອມຮັບການຖືກຈັດການໂດຍເຮືອນຂອງພຣະເຈົ້າດ້ວຍວິທີໃດກໍຕາມ ຫຼື ສະພາບແວດລ້ອມໃດກໍຕາມທີ່ພຣະເຈົ້າຈັດຕັ້ງຂຶ້ນສຳລັບພວກເຂົາ ວ່າເປັນສິ່ງທີ່ມາຈາກພຣະເຈົ້າ. ພວກເຂົາສາມາດຮັບມືກັບສິ່ງເຫຼົ່ານີ້ດ້ວຍຄວາມຫົວຮ້ອນເທົ່ານັ້ນ, ໂດຍຖືຄະຕິຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ. ພວກເຂົາຮັບມືກັບສິ່ງທັງໝົດນີ້ໂດຍນຳໃຊ້ວິທີການຂອງຊາຕານ ແລະ ການໃຊ້ເຫດຜົນຂອງຊາຕານ. ສະນັ້ນ ໃນທີ່ສຸດພວກເຂົາກໍຍັງບໍ່ໄດ້ຮັບຄວາມຈິງ ແລະ ສາມາດຖືກກຳຈັດໄດ້ເທົ່ານັ້ນ. ຜູ້ຄົນທີ່ແຕກຕ່າງກັນມີປະຕິກິລິຍາທີ່ແຕກຕ່າງກັນຕໍ່ການຖືກປ່ຽນແທນ ແລະ ການຖືກປັບການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ແມ່ນແຕ່ການຖືກກີດກັນ ຫຼື ຖືກຄັດອອກ. ຄົນທີ່ຮັກຄວາມຈິງຢ່າງແທ້ຈິງຈະກຽດຊັງການກະທຳຂອງພວກເຂົາເອງ. ຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ຮັກຄວາມຈິງ ບໍ່ພຽງແຕ່ບໍ່ຍອມຮັບສິ່ງເຫຼົ່ານີ້ຈາກພຣະເຈົ້າໃນໃຈຂອງພວກເຂົາເທົ່ານັ້ນ, ແຕ່ຍັງເຕັມໄປດ້ວຍຄວາມກຽດຊັງອີກດ້ວຍ. ຜົນສະທ້ອນຂອງສິ່ງນີ້ແມ່ນຫຍັງ? ມັນກໍ່ໃຫ້ເກີດຄຳຈົ່ມຕໍ່ວ່າ, ການໃສ່ຮ້າຍປ້າຍສີ, ການຕັດສິນ ແລະ ການກ່າວໂທດໃນຕົວພວກເຂົາ. ມັນນໍາໄປສູ່ການທີ່ພວກເຂົາປະຕິເສດ ແລະ ໝິ່ນປະໝາດພຣະເຈົ້າ. ນີ້ຄືແຫຼ່ງທີ່ມາຂອງຈຸດຈົບຂອງພວກເຂົາ, ມັນຖືກຕັດສິນໂດຍແກ່ນແທ້ທຳມະຊາດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເຂົ້າໃຈຄວາມຈິງ, ບໍ່ສາມາດຍອມຮັບສິ່ງຕ່າງໆຈາກພຣະເຈົ້າ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງ, ສະນັ້ນ ຈຸດຈົບຂອງພວກເຂົາຈຶ່ງຖືກກຳນົດໄວ້ແລ້ວ. ພວກເຂົາຖືກຄັດອອກໂດຍເຮືອນຂອງພຣະເຈົ້າໃນຊີວິດນີ້; ບໍ່ຈຳເປັນຕ້ອງກ່າວເຖິງສິ່ງທີ່ຈະເກີດຂຶ້ນກັບພວກເຂົາໃນໂລກທີ່ຈະມາເຖິງ. ພວກເຈົ້າສາມາດເບິ່ງທະລຸເຖິງເລື່ອງເຫຼົ່ານີ້ໄດ້ບໍ? ຖ້າພວກເຈົ້າຄົ້ນພົບຄົນດັ່ງກ່າວຢູ່ອ້ອມຂ້າງພວກເຈົ້າ, ພວກເຈົ້າສາມາດເອົາພຣະທຳເຫຼົ່ານີ້ຂອງເຮົາໄປທຽບໃສ່ພວກເຂົາໄດ້ບໍ? ການສະແດງອອກທີ່ໂດດເດັ່ນທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ການບໍ່ເຊື່ອຄວາມຈິງ, ການບໍ່ຍອມຮັບຄວາມຈິງ, ການບໍ່ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ, ການບໍ່ສາມາດຍອມຮັບສິ່ງໃດກໍຕາມຈາກພຣະເຈົ້າ ແລະ ການບໍ່ຍອມຮັບຄວາມຜິດພາດຂອງພວກເຂົາ ຫຼື ບໍ່ກັບໃຈ ບໍ່ວ່າພວກເຂົາຈະເຮັດຄວາມຜິດຫຍັງກໍຕາມ. ສິ່ງນີ້ກຳນົດວ່າຄົນເຫຼົ່ານີ້ເປັນຂອງຊາຕານ ແລະ ພວກເຂົາເປັນເປົ້າໝາຍແຫ່ງຄວາມພິນາດ.

ພວກເຈົ້າທຸກຄົນຄວນປຽບທຽບຕົວພວກເຈົ້າເອງກັບການເປີດເຜີຍ, ການສະແດງອອກ ແລະ ການປະຕິບັດຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເຮົາໄດ້ເປີດໂປງ; ໃນຂະບວນການປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າຈະສະແດງໃຫ້ເຫັນເຖິງການສະແດງອອກ, ການເປີດເຜີຍ ແລະ ການປະຕິບັດເຫຼົ່ານີ້ບາງຢ່າງຢ່າງແນ່ນອນ, ແຕ່ພວກເຈົ້າແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສແນວໃດ? ພວກເຈົ້າສາມາດຍອມຮັບສິ່ງທີ່ເກີດຂຶ້ນກັບພວກເຈົ້າວ່າເປັນສິ່ງທີ່ມາຈາກພຣະເຈົ້າໄດ້ບໍ? (ແມ່ນແລ້ວ, ພວກເຮົາສາມາດເຮັດໄດ້.) ການທີ່ສາມາດຍອມຮັບສິ່ງທີ່ເກີດຂຶ້ນກັບເຈົ້າວ່າເປັນສິ່ງທີ່ມາຈາກພຣະເຈົ້າໄດ້ນັ້ນ, ນີ້ຄືສິ່ງທີ່ຫາຍາກທີ່ສຸດ. ພວກເຈົ້າສາມາດຫັນຫຼັງກັບໄດ້ບໍ ຖ້າພວກເຈົ້າເດີນຜິດທາງ, ເຮັດບາງສິ່ງບາງຢ່າງຜິດພາດ, ເຮັດສິ່ງທີ່ໂງ່ຈ້າ ຫຼື ກະທຳການຝ່າຝືນ? ພວກເຈົ້າສາມາດກັບໃຈໄດ້ບໍ? (ແມ່ນແລ້ວ, ພວກເຮົາສາມາດເຮັດໄດ້.) ການທີ່ສາມາດກັບໃຈ ແລະ ຫັນຫຼັງກັບໄດ້ນັ້ນຄືສິ່ງທີ່ລ້ຳຄ່າ ແລະ ຫາຍາກທີ່ສຸດ. ແຕ່ຜູ້ຕໍ່ຕ້ານພຣະຄຣິສຂາດສິ່ງນີ້ຢ່າງແທ້ຈິງ. ມີພຽງແຕ່ຜູ້ທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າເທົ່ານັ້ນທີ່ມີສິ່ງນີ້. ສິ່ງໃດທີ່ສຳຄັນທີ່ສຸດທີ່ຈະຕ້ອງມີ? ໜຶ່ງຄືການເຊື່ອວ່າພຣະເຈົ້າຄືຄວາມຈິງ; ນີ້ຄືສິ່ງທີ່ເປັນພື້ນຖານທີ່ສຸດ. ພວກເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? (ແມ່ນແລ້ວ, ພວກເຮົາສາມາດເຮັດໄດ້.) ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສິ່ງທີ່ເປັນພື້ນຖານທີ່ສຸດນີ້. ສອງຄືການຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ; ສິ່ງນີ້ກໍສາມາດຖືວ່າເປັນສິ່ງທີ່ເປັນພື້ນຖານທີ່ສຸດເຊັ່ນກັນ. ສາມຄືການອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ສິ່ງນີ້ເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີທາງບັນລຸໄດ້ຢ່າງເດັດຂາດ, ແຕ່ນີ້ຄືຈຸດທີ່ມັນເລີ່ມຍາກສຳລັບພວກເຈົ້າ. ສີ່ຄືການຍອມຮັບທຸກສິ່ງຈາກພຣະເຈົ້າໂດຍບໍ່ມີການໂຕ້ຖຽງ, ບໍ່ແກ້ຕົວໃຫ້ຕົນເອງ, ບໍ່ໃຫ້ເຫດຜົນ ຫຼື ບໍ່ຈົ່ມຕໍ່ວ່າ. ສິ່ງນີ້ເປັນໄປບໍ່ໄດ້ຢ່າງເດັດຂາດສຳລັບຜູ້ຕໍ່ຕ້ານພຣະຄຣິສ. ຫ້າຄືການກັບໃຈຫຼັງຈາກທີ່ກະບົດ ຫຼື ກະທຳການຝ່າຝືນ. ສິ່ງນີ້ຈະເປັນເລື່ອງຍາກສຳລັບພວກເຈົ້າທີ່ຈະບັນລຸໄດ້. ມັນແມ່ນຕອນທີ່ ຫຼັງຈາກທີ່ກະທຳການຝ່າຝືນ ຜູ້ຄົນຄ່ອຍໆໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ຜ່ານໄລຍະເວລາຂອງການໄຕ່ຕອງ ແລະ ການສະແຫວງຫາ, ຄວາມໂສກເສົ້າ, ຄວາມຄິດລົບ ແລະ ຄວາມອ່ອນແອ. ແນ່ນອນວ່າ ສິ່ງນີ້ຕ້ອງການເວລາ. ມັນສາມາດເປັນໜຶ່ງ ຫຼື ສອງປີ ຫຼື ມັນສາມາດດົນກວ່ານັ້ນ. ຄົນເຮົາສາມາດກັບໃຈຢ່າງແທ້ຈິງໄດ້ກໍຕໍ່ເມື່ອເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງຄົບຖ້ວນ ແລະ ຍອມຈຳນົນຈາກໃຈເທົ່ານັ້ນ. ເຖິງແມ່ນວ່າສິ່ງນີ້ບໍ່ແມ່ນເລື່ອງງ່າຍ, ໃນທີ່ສຸດແລ້ວ ການສະແດງອອກເຖິງການກັບໃຈແມ່ນສາມາດເຫັນໄດ້ໃນຜູ້ທີ່ໄລ່ຕາມຄວາມຈິງ, ຜູ້ທີ່ສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສິ່ງນີ້. ລອງຄິດເບິ່ງດູ, ມີຜູ້ຕໍ່ຕ້ານພຣະຄຣິສຄົນໃດແດ່ທີ່ບໍ່ຂຸດຄຸ້ຍເລື່ອງໃນອະດີດເມື່ອສາມ ຫຼື ຫ້າປີກ່ອນ ຫຼື ແມ່ນແຕ່ 10 ຫຼື 20 ປີກ່ອນ ຫຼັງຈາກທີ່ເຮັດສິ່ງທີ່ບໍ່ດີລົງໄປ? ບໍ່ວ່າເວລາຈະຜ່ານໄປດົນປານໃດກໍຕາມ, ຫຼັງຈາກທີ່ເຈົ້າພົບພວກເຂົາອີກຄັ້ງ, ທຸກສິ່ງທີ່ພວກເຂົາເວົ້າເຖິງກໍຍັງຄົງເປັນຂໍ້ໂຕ້ແຍ່ງເຫຼົ່ານັ້ນຂອງພວກເຂົາ. ພວກເຂົາຍັງຄົງບໍ່ຮັບຮູ້ ຫຼື ບໍ່ຍອມຮັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາເອງ ແລະ ພວກເຂົາກໍບໍ່ໄດ້ສະແດງຄວາມສຳນຶກຜິດແມ່ນແຕ່ໜ້ອຍດຽວ. ນີ້ຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນທີ່ເສື່ອມຊາມທຳມະດາ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດສະແດງຄວາມສຳນຶກຜິດໄດ້? ສາເຫດຕົ້ນຕໍແມ່ນຫຍັງ? ພວກເຂົາບໍ່ເຊື່ອວ່າພຣະເຈົ້າຄືຄວາມຈິງ ເຊິ່ງນໍາໄປສູ່ການທີ່ພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້. ສິ່ງນີ້ໝົດຫວັງແລ້ວ ແລະ ມັນຖືກກຳນົດໂດຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກເຈົ້າໄດ້ຍິນເຮົາໄຈ້ແຍກການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຈົ້າກໍຄິດວ່າ: “ຂ້ອຍຈົບສິ້ນແລ້ວ. ຂ້ອຍກໍມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຄືກັນ, ຂ້ອຍບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສຄືກັນບໍ?” ນີ້ບໍ່ແມ່ນການຂາດການແຍກແຍະບໍ? ມັນເປັນຄວາມຈິງທີ່ເຈົ້າມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ຈຸດທີ່ເຈົ້າແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສກໍຄື ເຈົ້າຍັງຄົງມີສິ່ງທີ່ເປັນບວກ. ເຈົ້າສາມາດຍອມຮັບຄວາມຈິງ, ສາລະພາບ, ກັບໃຈ ແລະ ປ່ຽນແປງໄດ້ ແລະ ສິ່ງທີ່ເປັນບວກເຫຼົ່ານີ້ສາມາດເຮັດໃຫ້ເຈົ້າປະຖິ້ມອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ ແລະ ເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກຊໍາລະລ້າງ ແລະ ເຈົ້າກໍບັນລຸຄວາມລອດພົ້ນ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າເຈົ້າມີຄວາມຫວັງບໍ? ຍັງມີຄວາມຫວັງສຳລັບເຈົ້າຢູ່!

ພວກເຈົ້າທຸກຄົນພົບວ່າການຂຽນບົດຄວາມຄຳພະຍານຈາກປະສົບການນັ້ນຍາກຫຼາຍ ແລະ ບໍ່ສາມາດຂຽນພວກມັນອອກມາໄດ້. ບາງຄົນຂຽນບົດຄວາມຄຳພະຍານພຽງບົດດຽວຫຼັງຈາກທີ່ມີປະສົບການມາຫຼາຍປີ. ບາງຄົນຂຽນພຽງບົດດຽວຫຼັງຈາກທີ່ເຊື່ອມາ 10 ຫຼື 20 ປີ ແລະ ພວກເຂົາກໍສະຫຼຸບແກ່ນສານຂອງປະສົບການໃນຫຼາຍປີເຫຼົ່ານີ້ລວມເຂົ້າກັນ. ບາງຄົນເຊື່ອໃນພຣະເຈົ້າມາ 30 ປີແລ້ວ ແລະ ກໍຍັງບໍ່ມີຄວາມຮູ້ຈາກປະສົບການທີ່ແທ້ຈິງ. ຈຸດສຳຄັນກໍຄື ພວກເຂົາບໍ່ເຂົ້າໃຈຄວາມຈິງ. ສະນັ້ນ, ເຮົາຄວນເຮັດແນວໃດເມື່ອປະເຊີນກັບສະຖານະການໃນປັດຈຸບັນນີ້ທີ່ພວກເຈົ້າບໍ່ເຂົ້າໃຈຄວາມຈິງ? ເຮົາຕ້ອງເວົ້າກັບພວກເຈົ້າໃຫ້ຫຼາຍຂຶ້ນ, ດ້ວຍຄວາມອົດທົນ ແລະ ຈິງຈັງ, ເວົ້າໃຫ້ຫຼາຍຂຶ້ນ ແລະ ຍາວຂຶ້ນ ແລະ ພວກເຈົ້າຕ້ອງມີຄວາມອົດທົນເລັກໜ້ອຍ ແລະ ຟັງການໂອ້ລົມຂອງເຮົາໃຫ້ຫຼາຍຂຶ້ນ. ຟັງຢ່າງຕັ້ງໃຈ, ຝຶກໃຫ້ມີການແຍກແຍະ ແລະ ພະຍາຍາມເຂົ້າໃຈແກ່ນແທ້ຂອງຄວາມຈິງແຕ່ລະດ້ານ. ດັ່ງທີ່ເຮົາຫາກໍເວົ້າໄປ, ຖ້າເຈົ້າເຂົ້າໃຈວ່າການສະແດງອອກຂອງຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ, ການສະແດງອອກຂອງຄົນເຫຼົ່ານັ້ນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ ແລະ ຄວາມແຕກຕ່າງລະຫວ່າງສອງຢ່າງນີ້ແມ່ນຫຍັງ, ແລ້ວເຈົ້າກໍຈະມີເສັ້ນທາງໃຫ້ຍ່າງ ແລະ ໃນເວລາດຽວກັນ, ເຈົ້າກໍຈະມີການແຍກແຍະນຳອີກ. ເຈົ້າຈະສາມາດແຍກແຍະອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໄດ້. ຖ້າເຈົ້າພົບຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າກໍຈະສາມາດແຍກແຍະ ແລະ ເປີດໂປງພວກເຂົາໄດ້ໂດຍທັນທີ, ຢຸດຢັ້ງ ແລະ ຈຳກັດການກະທຳ ແລະ ການປະຕິບັດທີ່ປະໝາດ ແລະ ຕາມອຳເພີໃຈຂອງພວກເຂົາໂດຍທັນທີ ແລະ ຫຼີກລ່ຽງ ຫຼື ຫຼຸດຜ່ອນຄວາມສູນເສຍທີ່ເກີດຈາກການກະທຳທີ່ຊົ່ວຮ້າຍຂອງພວກເຂົາຕໍ່ວຽກງານຂອງຄຣິສຕະຈັກ. ຖ້າບໍ່ດັ່ງນັ້ນ, ຖ້າພວກເຈົ້າມີຄວາມສາມາດໃນການຢັ່ງຮູ້ທີ່ບໍ່ດີ ແລະ ຂາດການແຍກແຍະ ຫຼື ຖ້າພວກເຈົ້າບໍ່ລະອຽດຖີ່ຖ້ວນເມື່ອເວົ້າເຖິງຄວາມຈິງ ແລະ ເຂົ້າໃຈພຽງແຕ່ຫຼັກຄຳສອນຢູ່ສະເໝີ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງຄົນໆໜຶ່ງໄດ້, ສິ່ງນີ້ກໍຈະນໍາໄປສູ່ການທີ່ພວກເຈົ້າບໍ່ພຽງແຕ່ບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສທີ່ຢູ່ອ້ອມຂ້າງພວກເຈົ້າໄດ້ເທົ່ານັ້ນ, ແຕ່ຍັງນໍາໄປສູ່ການທີ່ພວກເຈົ້າຕິດຕາມພວກເຂົາຄືກັບວ່າພວກເຂົາເປັນຜູ້ນໍາທີ່ດີອີກດ້ວຍ. ຄິດໃຫ້ຮອບຄອບ, ພິຈາລະນາຢ່າງຮອບຄອບ, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນນໍາຜົນປະໂຫຍດມາສູ່ເຮືອນຂອງພຣະເຈົ້າຫຼາຍກວ່າ ຫຼື ນໍາອັນຕະລາຍມາສູ່ເຮືອນຂອງພຣະເຈົ້າຫຼາຍກວ່າ? ຫຼັງຈາກທີ່ພິຈາລະນາຢ່າງຮອບຄອບແລ້ວ, ເຈົ້າກໍສາມາດເຫັນໄດ້ວ່າ, ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະເບິ່ງຄືວ່າເຮັດສິ່ງທີ່ດີບາງຢ່າງໃນຂະນະທີ່ເຮັດວຽກຢູ່ໃນເຮືອນຂອງພຣະເຈົ້າ, ແຕ່ຄວາມຈິງແລ້ວ ພວກເຂົາເຮັດອັນຕະລາຍຫຼາຍກວ່າຜົນດີ. ໄດ້ບໍ່ຄຸ້ມເສຍ. ຄວາມຈິງແລ້ວ, ສິ່ງທີ່ດີທີ່ພວກເຂົາເຮັດນັ້ນນໍາເອົາອັນຕະລາຍທີ່ແອບແຝງທີ່ຍິ່ງໃຫຍ່ກວ່າມາໃຫ້, ເຊິ່ງກໍ່ໃຫ້ເກີດອັນຕະລາຍຫຼາຍກວ່າຜົນດີຕໍ່ວຽກງານຂອງຄຣິສຕະຈັກ. ບົດບາດທີ່ຄົນເຫຼົ່ານີ້ສວມຢູ່ໃນເຮືອນຂອງພຣະເຈົ້າກໍຄືບົດບາດຂອງຄົນຮັບໃຊ້ຂອງຊາຕານ.

ວັນທີ 25 ເມສາ 2020

ก่อนหน้า: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີຫົກ)

ถัดไป: ຂໍ້ທີເກົ້າ: ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ຕອບສະໜອງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ເຄີຍພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ແລະ ເຖິງກັບທໍລະຍົດຕໍ່ຜົນປະໂຫຍດເຫຼົ່ານັ້ນເພື່ອແລກເອົາກຽດຕິຍົດສ່ວນຕົວ (ພາກທີແປດ)

ปี 2026 โรคระบาดร้ายแรงมากขึ้นเรื่อยๆ และภัยพิบัติต่างๆ เช่น แผ่นดินไหว การกันดารอาหาร และสงครามยังคงเกิดขึ้นอย่างต่อเนื่องเช่นกัน พระเจ้าทรงมีพระประสงค์อะไรเบื้องหลังภัยพิบัติเหล่านี้? เข้าร่วมการเทศนาออนไลน์แล้วจะบอกคำตอบให้แก่คุณ

การทรงปรากฏและพระราชกิจของพระเจ้า ว่าด้วยการรู้จักพระเจ้า บทเสวนาโดยพระคริสต์แห่งยุคสุดท้าย การเปิดโปงพวกศัตรูของพระคริสต์ หน้าที่รับผิดชอบของผู้นำและคนทำงาน ว่าด้วยการไล่ตามเสาะหาความจริง ว่าด้วยการไล่ตามเสาะหาความจริง การพิพากษาเริ่มต้นที่พระนิเวศของพระเจ้า แก่นพระวจนะจากพระเจ้าผู้ทรงมหิทธิฤทธิ์ พระคริสต์แห่งยุคสุดท้าย พระวจนะของพระเจ้าประจำวัน ความเป็นจริงความจริงที่ผู้เชื่อในพระเจ้าต้องเข้าสู่ ติดตามพระเมษโปดกและขับร้องบทเพลงใหม่ๆ แนวทางสำหรับการเผยแผ่ข่าวประเสริฐแห่งราชอาณาจักร แกะของพระเจ้าได้ยินพระสุรเสียงของพระเจ้า คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 1) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 2) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 3) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 4) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 5) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 6) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 7) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 8) คำพยานจากประสบการณ์หน้าบัลลังก์พิพากษาของพระคริสต์ (เล่มที่ 9) วิธีที่ข้าพเจ้าได้หันกลับไปสู่พระเจ้าผู้ทรงมหิทธิฤทธิ์

การตั้งค่า

  • ข้อความ
  • ธีม

สีเข้ม

ธีม

แบบอักษร

ขนาดตัวอักษร

ระยะห่างบรรทัด

ระยะห่างบรรทัด

ความกว้างของหน้า

เนื้อหา

ค้นหา

  • ค้นหาข้อความนี้
  • ค้นหาในหนังสือนี้

ติดต่อเราผ่าน Messenger